ກຽມພ້ອມໃຫ້ແກ່ສັບປະດາກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ
ກປ.ອອນໄລ - ວັນທີ 7 ກໍລະກົດ, ຢູ່ນະຄອນຫຼວງກົວລາລຳເປີ (ປະເທດມາເລເຊຍ) ໄດ້ດໍາເນີນກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ (SOM) ເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 58 (AMM-58) ແລະກອງປະຊຸມທີ່ປິ່ມອ້ອມ. ທ່ານ ເຈິ່ນດຶກບິ່ງ ເອກອັກຄະລັດຖະທູດ, ຮັກສາການຫົວໜ້າ SOM ອາຊຽນ ຫວຽດນາມ ນຳໜ້າຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມ.
ກອງປະຊຸມໄດ້ກວດກາຄືນເນື້ອໃນວາລະເຮັດວຽກ ແລະວຽກງານພະລາທິການໃຫ້ແກ່ກອງປະຊຸມ AMM-58 ແລະກອງປະຊຸມທີ່ປິ່ມອ້ອມ. ຕາມວາລະເຮັດວຽກ, ກອງປະຊຸມ AMM-58 ແລະກອງປະຊຸມທີ່ປິ່ນອ້ອມ ຈະດຳເນີນແຕ່ວັນທີ 8 ຫາວັນທີ 11 ກໍລະກົດ ຢູ່ສູນປະຊຸມ ກົວລາລໍາເປີ, ໂດຍມີການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດອາຊຽນ, ຕີມໍເລັສເຕ ແລະ 17 ຄູ່ຮ່ວມມືຂອງອາຊຽນ. ບັນດາລັດຖະມົນຕີ ຈະເຂົ້າຮ່ວມປະມານ 20 ກິດຈະກຳໃນຂອບເຂດຂອງອາຊຽນ, ອາຊຽນ+1, ອາຊຽນ+3, ກອງປະຊຸມຂັ້ນສູງອາຊີຕາເວັນອອກ (EAS) ແລະເວທີປາໄສພາກພື້ນອາຊຽນ (ARF).
    |
 |
ທ່ານ ເຈິ່ນດຶກບິ່ງ ເອກອັກຄະລັດຖະທູດ, ຮັກສາການຫົວໜ້າ SOM ອາຊຽນ ຫວຽດນາມ ນຳໜ້າຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມຂອງເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ. ພາບ: ກະຊວງການຕ່າງປະເທດ. |
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເຈິ່ນດຶກບິ່ງ ແລະບັນດາປະເທດ ໄດ້ຕີລາຄາສູງບົດບາດຂອງປະທານມາເລເຊຍ ໃນການປະສານງານ, ນຳໜ້າການຮ່ວມມືອາຊຽນ ບັນລຸຄວາມຄືບໜ້າຫຼາຍຢ່າງ, ຫັນການກຳນົດທິດ “ກວມລວມ ແລະຍືນຍົງ” ໃຫ້ເປັນລະບຽບເທື່ອລະກ້າວ. ທ່ານ ເຈິ່ນດຶກບິ່ງ ຍັງໄດ້ປຶກສາຫາລືກັບຫົວໜ້າ SOM ບັນດາປະເທດໃນຫຼາຍເນື້ອໃນລະອຽດທີ່ກ່ຽວຂ້ອງເຖິງການປັບຕົວຂອງອາຊຽນ ຕໍ່ໜ້າການຜັນແປຂອງພູມສາດເສດຖະກິດ, ເພີ່ມທະວີການພົວພັນລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມືທີ່ມີຢູ່ແລ້ວ, ບັນດາຂໍ້ສະເໜີສ້າງຕັ້ງຄູ່ຮ່ວມມືໃໝ່, ກໍຄືລະບຽບການ ແລະຂັ້ນຕອນຮັບ ຕີມໍເລັສເຕ ເຂົ້າເປັນສະມາຊິກອາຊຽນ.
ກໍໃນວັນທີ 7 ກໍລະກົດ ໄດ້ດໍາເນີນກອງປະຊຸມຄະນະບໍລິຫານສົນທິສັນຍາພາກພື້ນອາຊີຕາເວັນອອກສ່ຽງໃຕ້ປອດອາວຸດນິວເຄຼຍ (SEANWFZ).
ວັນທີ 8 ກໍລະກົດ, ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຈະນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມບັນດາການເຄື່ອນໄຫວທຳອິດໃນຂອບເຂດ AMM-58.
ໂດຍ: ໄຊຊະນະ