leftcenterrightdel
ຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: ນາມແອງ.

ທ່ານ ເລືອງເກື່ອງ ປະທານປະເທດ, ກຳມະການກົມການເມືອງ, ປະທານສະພາປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຜູ້ບັນຊາການກຳລັງປະກອບອາວຸດປະຊາຊົນ ເຂົ້າຮ່ວມ ແລະກ່າວຄຳເຫັນຊີ້ນໍາ. ທ່ານພົນເອກ ເລືອງຕາມກວາງ, ກຳມະການກົມການເມືອງ, ເລຂາຄະນະພັກຕໍາຫຼວດສູນກາງ, ລັດຖະມົນຕີກະຊວງຕຳຫຼວດ ເປັນປະທານກອງປະຊຸມ.

leftcenterrightdel
ທ່ານປະທານປະເທດ ເລືອງເກື່ອງ ກ່າວຄໍາເຫັນຊີ້ນໍາທີ່ກອງປະຊຸມ. ພາບ: ນາມແອງ.

leftcenterrightdel
ທ່ານພົນເອກ ເລືອງຕາມກວາງ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ນາມແອງ.

ກ່າວຄຳເຫັນໄຂກອງປະຊຸມ, ທ່ານພົນເອກ ເລືອງຕາມກວາງ ຊີ້ແຈ້ງວ່າ: ກອງປະຊຸມມີໜ້າທີ່ຕີລາຄາສະພາບການ, ໝາກຜົນວຽກງານຕໍາຫຼວດທຸກດ້ານໃນ 6 ເດືອນຕົ້ນປີ; ວາງອອກໜ້າທີ່, ມາດຕະການວຽກງານຈຸດສຸມ ໃນ 6 ເດືອນທ້າຍປີ; ກວດກາ, ຕີລາຄາສະພາບການໃນປັດຈຸບັນຢ່າງຖືກຕ້ອງ, ໝາກຜົນທີ່ບັນລຸໄດ້, ບັນດາບັນຫາທີ່ຍັງຄົງຂ້າງ, ຈຳກັດ,  ຫຍຸ້ງຍາກ, ຕິດຂັດເມື່ອຜັນຂະຫຍາຍປະຕິບັດຮູບແບບຕຳຫຼວດທ້ອງຖິ່ນສອງຂັ້ນ; ຊີ້ແຈງສາເຫດ, ຖອດຖອນບົດຮຽນປະສົບການ ແລະໂດຍສະເພາະແມ່ນມາດຕະການເພື່ອປະຕິບັດໜ້າທີ່ວຽກງານຕໍາຫຼວດໃນສະພາບການໃໝ່...

leftcenterrightdel
 
leftcenterrightdel
ທ່ານປະທານປະເທດ ເລືອງເກື່ອງ ປະດັບຫຼຽນໄຊແຮງງານຊັ້ນ III ໃຫ້ກະຊວງຕໍາຫຼວດ. ພາບ: ນາມແອງ.

ທີ່ກອງປະຊຸມ, ຄະນະຈັດຕັ້ງ ໄດ້ປະກາດ ແລະມອບໃບຍ້ອງຍໍ, ນາມມະຍົດຂອງພັກ ແລະລັດ ໃຫ້ບັນດາກົມກອງລວມໝູ່ ແລະບຸກຄົນທີ່ມີຜົນງານດີເດັ່ນໃນວຽກງານ, ສູ້ຮົບ.

ກ່າວຄຳເຫັນຊີ້ນໍາກອງປະຊຸມ, ທ່ານປະທານປະເທດ ເລືອງເກື່ອງ ຮຽກຮ້ອງໃຫ້ກຳລັງຕໍາຫຼວດປະຊາຊົນ ເປັນເຈົ້າການສົມທົບຢ່າງແໜ້ນແຟ້ນກັບບັນດາຄະນະ, ກະຊວງ, ຂະແໜງການ, ບັນດາກຳລັງ ແລະທ້ອງຖິ່ນໃນພາລະກິດປົກປັກຮັກສາປະເທດຊາດ; ໃນການກໍ່ສ້າງຂະບວນການທົ່ວປວງຊົນປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ; ກໍ່ສ້າງພື້ນຖານປ້ອງກັນຄວາມສະຫງົບປະຊາຊົນ, ທ່າສະໜາມປ້ອງກັນຄວາມສະຫງົບປະຊາຊົນ ຕິດພັນກັບການກໍ່ສ້າງພື້ນຖານປ້ອງກັນຊາດທົ່ວປວງຊົນ, ພິເສດແມ່ນທ່າສະໜາມໃນໃຈປະຊາຊົນຢ່າງໝັ້ນແກ່ນ; ຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມໃຫ້ເປັນຢ່າງດີ ໃນເງື່ອນໄຂປະຕິບັດອໍານາດການປົກຄອງທ້ອງຖິ່ນສອງຂັ້ນ; ບໍ່ໃຫ້ການປະຕິຮູບກົງຈັກການຈັດຕັ້ງທີ່ສົ່ງຜົນສະທ້ອນເຖິງວຽກງານຄຸ້ມຄອງສັງຄົມ, ຮັບໃຊ້ບັນດາອົງການ, ວິສາຫະກິດ ແລະປະຊາຊົນ...

leftcenterrightdel
ທ່ານປະທານປະເທດ ເລືອງເກື່ອງ, ທ່ານພົນເອກ ເລືອງຕາມກວາງ ແລະບັນດາຜູ້ແທນທີ່ກອງປະຊຸມ. ພາບ: ນາມແອງ.

ຄະນະພັກຕຳຫຼວດສູນກາງ, ກະຊວງຕໍາຫຼວດ ຕ້ອງສຸມໃສ່ນຳພາ, ຊີ້ນຳປະຕິບັດວຽກງານກໍ່ສ້າງອົງຄະນະພັກປອດໃສ, ໝັ້ນຄົງເຂັ້ມແຂງໃຫ້ເປັນຢ່າງດີຢ່າງແທ້ຈິງ, ກໍ່ສ້າງກຳລັງຕໍາຫຼວດປະຊາຊົນປະຕິວັດ, ເປັນກໍາລັງຫຼວງ, ຍອດຢ້ຽມ, ທັນສະໄໝ. ໃນນັ້ນຕ້ອງສຸມໃສ່ນຳພາ, ຊີ້ນຳກໍ່ສ້າງ, ຍົກສູງຄຸນນະພາບຖັນແຖວພະນັກງານ, ໂດຍສະເພາະແມ່ນຖັນແຖວພະນັກງານຂັ້ນຍຸດທະສາດ, ພະນັກງານນໍາພາທຸກຂັ້ນມີຄຸນສົມບັດສິນທໍາ, ກໍາລັງຄວາມສາມາດ, ມີຄຸນນະທາດ ແລະອິດທິພົນຊື່ສຽງ, ປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ; ກວດກາຄືນ, ຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອຕໍາຫຼວດປະຊາຊົນ; ສະເຫຼີມສະຫຼອງ 20 ປີແຫ່ງວັນບຸນທົ່ວປວງຊົນປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ ແລະສະເຫຼີມສະຫຼອງການປະຕິວັດເດືອນສິງຫາ ແລະວັນຊາດທີ 2 ກັນຍາ ຄົບຮອບ 80 ປີ.

ໂດຍ: ໄຊຊະນະ