ຫວຽດນາມ ຖືເປັນສໍາຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບອີຕາລີ
ກປ.ອອນໄລ - ວັນທີ 1 ກໍລະກົດ (ເວລາທ້ອງຖິ່ນ) ສືບຕໍ່ການຢ້ຽມຢາມ, ເຮັດວຽກຢູ່ອີຕາລີ, ທ່ານນາງ ຫວໍທິແອງຊວນ ຮອງປະທານປະເທດຫວຽດນາມ ໄດ້ມີການພົບປະກັບທ່ານ Attilio Fontana ປະທານເຂດ Lombardy.
ທ່ານ Attilio Fontana ຢືນຢັນວ່າ ການຢ້ຽມຢາມຂອງທ່ານນາງ ຫວໍທິແອງຊວນ ສະແດງເຈດຕະນາດີຂອງຫວຽດນາມ ໃນການຊຸກຍູ້ການພົວພັນກັບອີຕາລີ; ຕີລາຄາສູງການໂຮມຫົວໜ່ວຍບໍລິຫານ ແລະການເຄື່ອນໄຫວຂອງອໍານາດການປົກຄອງທ້ອງຖິ່ນສອງຂັ້ນຢູ່ຫວຽດນາມ; ຖືວ່ານີ້ແມ່ນມາດຕະການສໍາຄັນ ເພື່ອພັດທະນາເສດຖະກິດ-ສັງຄົມຂອງປະເທດ; ເຊື່ອໝັ້ນວ່າ ການພົວພັນອີຕາລີ-ຫວຽດນາມ ເວົ້າລວມ ແລະການພົວພັນລະຫວ່າງເຂດ Lombardy - ຫວຽດນາມ ເວົ້າສະເພາະຍັງມີຫຼາຍແງ່ຫວັງພັດທະນາ; ຢືນຢັນວ່າບັນດາວິສາຫະກິດເຂດ Lombardy ເຊື່ອໝັ້ນ ແລະປາດຖະໜາຢາກຊອກຮູ້ກາລະໂອກາດລົງທຶນຢູ່ຫວຽດນາມ.
    |
 |
ທ່ານນາງ ຫວໍທິແອງຊວນ ຮອງປະທານປະເທດຫວຽດນາມ ພົບປະກັບທ່ານ Attilio Fontana ປະທານເຂດ Lombardy. ພາບ: bvhttdl.gov.vn |
ທ່ານນາງ ຫວໍທິແອງຊວນ ຢັ້ງຢືນວ່າ ຫວຽດນາມ ຖືເປັນສໍາຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບອີຕາລີ; ປາດຖະໜາຢາກຊຸກຍູ້ການພົວພັນສອງປະເທດເຂົ້າສູ່ລວງເລິກ, ມີເນື້ອແທ້ ແລະປະສິດທິຜົນໃນຫຼາຍຂົງເຂດ, ໃນນັ້ນມີການຮ່ວມມືລະຫວ່າງເຂດ Lombardy ກັບບັນດາທ້ອງຖິ່ນຂອງຫວຽດນາມ, ພິເສດແມ່ນໃນຂົງເຂດການຄ້າ-ການລົງທຶນ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ສະເໜີເຂດ Lombardy ຮ່ວມມືກັບບາງແຂວງ, ນະຄອນ, ສູນເສດຖະກິດລະອຽດຂອງຫວຽດນາມ.
ໃນຂອບເຂດການຢ້ຽມຢາມ, ທ່ານນາງ ຫວໍທິແອງຊວນ ຮອງປະທານປະເທດ ໄດ້ມີການພົບປະກັບຕາງໜ້າປະຊາຄົມຊາວຫວຽດນາມ ແລະເພື່ອນມິດອີຕາລີ ເນື່ອງໃນໂອກາດສະເຫຼີມສະຫຼອງ 135 ປີແຫ່ງວັນເກີດວັນຄ້າຍປະທານໂຮ່ຈີມິນ; ເຂົ້າຮ່ວມພິທີເປີດສາຍການບິນຈາກ ຮ່າໂນ້ຍ-Milan ໂດຍ Vietnam Airlines ຂຸດຄົ້ນ.
ໂດຍ: ໄຊນີດາ