leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ສົນທະນາທາງໂທລະສັບກັບທ່ານ Donald Trump ປະທານາທິບໍດີອາເມລິກາ. ພາບ: ສໍານັກຂ່າວສານຫວຽດນາມ

ການນຳສອງປະເທດ ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງແຂງແຮງ ແລະດີງາມຂອງການພົວພັນສອງຝ່າຍ. ທ່ານເລຂາທິການໃຫຍ່ ໂຕເລິມ ແລະທ່ານປະທານາທິບໍດີ Donald Trump ຊົມເຊີຍເລື່ອງຄະນະຜູ້ແທນເຈລະຈາຂອງສອງປະເທດ ໄດ້ເຫັນດີຖະແຫຼງການຮ່ວມ ຫວຽດນາມ - ອາເມລິກາ ກ່ຽວກັບຂອບເຂດສັນຍາການຄ້າຕອບໂຕ້, ຍຸຕິທຳ ແລະສົມດຸຸນ.

ທ່ານປະທານາທິບໍດີ Donald Trump ຕີລາຄາສູງເລື່ອງຫວຽດນາມ ໃຫ້ຄໍາໝັ້ນສັນຍາສະຫງວນສິດພິເສດໃນການເຂົ້າເຖິງຕະຫຼາດໃຫ້ແກ່ສິນຄ້າຂອງອາເມລິກາ, ໃນນັ້ນມີລົດໂອໂຕຂະໜາດໃຫຍ່. ທ່ານ Donald Trump ຢັ້ງຢືນວ່າ ອາເມລິກາ ຈະຫຼຸດຜ່ອນພາສີຕອບໂຕ້ ໃຫ້ແກ່ສິນຄ້າສົ່ງອອກຫຼາຍປະເພດຂອງຫວຽດນາມ ພໍສົມຄວນ ແລະຈະສືບຕໍ່ຮ່ວມມືກັບຫວຽດນາມ ໃນການແກ້ໄຂຂໍ້ຕິດຂັດທີ່ສົ່ງຜົນສະທ້ອນເຖິງການພົວພັນການຄ້າສອງຝ່າຍ, ໂດຍສະເພາະແມ່ນໃນບັນດາຂົງເຂດທີ່ສອງຝ່າຍໃຫ້ບຸລິມະສິດ. ທ່ານ ໂຕເລິມ ສະເໜີໃຫ້ຝ່າຍອາເມລິກາ ຮັບຮູ້ຫວຽດນາມ ເປັນພື້ນຖານເສດຖະກິດຕະຫຼາດໂດຍໄວ ແລະຍົກອອກບັນດາຂໍ້ຈຳກັດການສົ່ງອອກສໍາລັບບັນດາຜະລິດຕະພັນເຕັກໂນໂລຊີສູງ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ສົນທະນາທາງໂທລະສັບກັບທ່ານ Donald Trump ປະທານາທິບໍດີອາເມລິກາ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ໂຕເລິມ ແລະທ່ານ Donald Trump ກໍໄດ້ປຶກສາຫາລືກ່ຽວກັບທິດທາງ ແລະມາດຕະການໃຫຍ່ຈໍານວນໜຶ່ງ ເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນຊຸມປີຕໍ່ໜ້າ. ການນຳສອງທ່ານ ໄດ້ເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ ແລະທຸກຂັ້ນ, ຍູ້ແຮງການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ ແລະການລົງທຶນ, ພິເສດແມ່ນໃນບັນດາຂົງເຂດທີ່ມີຄວາມໝາຍສຳຄັນ, ບຸກທະລຸ, ຄື: ວິທະຍາສາດ,ເຕັກໂນໂລຊີສູງ.

ເນື່ອງໃນໂອກາດນີ້, ທ່ານ ໂຕເລິມ ໄດ້ຢ້ຳຄືນຄຳເຊື້ອເຊີນທ່ານປະທານາທິບໍດີ Donald Trump ແລະພັນລະຍາ ມາຢ້ຽມຢາມຫວຽດນາມ ແລະສະແດງຄວາມປາດຖະໜາຢາກພົບປະກັບທ່ານປະທານາທິບໍດີ Donald Trump ອີກຄັ້ງໃນໄລຍະຈະມາເຖິງ. ທ່ານ Donald Trump ໄດ້ຂອບໃຈຕໍ່ຄໍາເຊື້ອເຊີນຂອງທ່ານເລຂາທິການໃຫຍ່ ໂຕເລິມ ແລະສະແດງຄວາມປາດຖະໜາຢາກພົບປະກັບທ່ານເລຂາທິການໃຫຍ່ ອີກຄັ້ງໜຶ່ງໂດຍໄວ.

ໂດຍ: ໄຊຊະນະ