ນາຍົກລັດຖະມົນຕີຫວຽດນາມ ໃຫ້ການຕ້ອນຮັບເອກອັກຄະລັດຖະທູດອົດສະຕາລີ
ກປ.ອອນໄລ - ຕອນບ່າຍວັນທີ 2 ກໍລະກົດ, ຢູ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Gillian Bird ເອກອັກຄະລັດຖະທູດອົດສະຕາລີ ປະຈໍາ ຫວຽດນາມ ເນື່ອງໃນໂອກາດທ່ານນາງເອກອັກຄະລັດຖະທູດ ເລີ່ມປະຕິບັດໜ້າທີ່ການທູດ ຢູ່ຫວຽດນາມ.
ທ່ານ ຟ້າມມິງຈິ໊ງ ຊົມເຊີຍທ່ານນາງເອກອັກຄະລັດຖະທູດ ມາຮັບໜ້າທີ່ ແລະສະແດງຄວາມເຊື່ອໝັ້ນວ່າ ໃນອາຍຸການຂອງຕົນ, ທ່ານນາງເອກອັກຄະລັດຖະທູດ ຈະປະກອບສ່ວນຢ່າງຕັ້ງໜ້າສຳລັບການພັດທະນາບຸກທະລຸຂອງການພົວພັນຫວຽດນາມ-ອົດສະຕາລີ. ທ່ານນາຍົກລັດຖະມົນຕີ ຕີລາຄາສູງການພົວພັນຫວຽດນາມ-ອົດສະຕາລີ ໄດ້ພັດທະນາຢ່າງແຂງແຮງ, ຮອບດ້ານພາຍຫຼັງເວລາກວ່າ 50 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນ ປີ 2024, ລະດັບການພົວພັນສູງທີ່ສຸດຂອງຫວຽດນາມ ກັບປະເທດໜຶ່ງ.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານນາງ Gillian Bird ເອກອັກຄະລັດຖະທູດອົດສະຕາລີ ປະຈຳ ຫວຽດນາມ. ພາບ: chinhphu.vn |
ທ່ານ ຟ້າມມິງຈິ໊ງ ສະເໜີທ່ານນາງເອກອັກຄະລັດຖະທູດ ປະສານສົມທົບກັບບັນດາກະຊວງ, ຂະແໜງການຂອງສອງຝ່າຍ ຈັດຕັ້ງປະຕິບັດບັນດາຂໍ້ຕົກລົງລະຫວ່າງສອງປະເທດໃຫ້ມີປະສິດທິຜົນ; ເພີ່ມທະວີການພົວພັນດ້ານການເມືອງຜ່ານການແລກປ່ຽນ, ພົບປະຂັ້ນສູງ ແລະທຸກຂັ້ນ, ຮັກສາປະສິດທິຜົນກົນໄກຮ່ວມມືສອງຝ່າຍ; ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະການຮ່ວມມືຢ່າງຈິງໃຈລະຫວ່າງສອງປະເທດ; ຊຸກຍູ້ການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ, ສູ້ຊົນນຳວົງເງິນການຄ້າສອງສົ້ນໃຫ້ບັນລຸ 20 ຕື້ໂດລາສະຫະລັດ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ຫວຽດນາມ ແລະອົດສະຕາລີ ແມ່ນສອງພື້ນຖານເສດຖະກິດໜູນຊ່ວຍກັນກ່ຽວກັບຕະຫຼາດ, ແຮງງານ, ຊັບພະຍາກອນ, ມີຄວາມສາມາດບົ່ມຊ້ອນໃນການຮ່ວມມືຄວນໄດ້ສືບຕໍ່ຂຸດຄົ້ນ.
ສ່ວນທ່ານນາງເອກອັກຄະລັດຖະທູດ Gillian Bird ສະແດງຄວາມປາດຖະໜາຢາກປະກອບສ່ວນເຂົ້າໃນການປັບປຸງການພົວພັນມິດຕະພາບ ແລະຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດ, ໃຫ້ຄຳໝັ້ນສັນຍາສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການຂອງຫວຽດນາມ ເພື່ອຊຸກຍູ້ການຮ່ວມມືສອງຝ່າຍໃນທຸກດ້ານ, ໂດຍສະເພາະແມ່ນເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ-ກໍ່ສ້າງ, ທ່ອງທ່ຽວ ແລະການພົບປະແລກປ່ຽນປະຊາຊົນ.
ທ່ານນາງເອກອັກຄະລັດຖະທູດ ຕີລາຄາສູງປະຊາຄົມຊາວຫວຽດນາມ ອາໄສ ຢູ່ອົດສະຕາລີ ດ້ວຍຈຳນວນກວ່າ 350.000 ຄົນ ຍາມໃດກໍ່ແມ່ນປະຊາຄົມເຂັ້ມແຂງ, ມີບົດບາດສຳຄັນໃນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງອົດສະຕາລີ, ປາດຖະໜາຢາກສອງປະເທດເພີ່ມທະວີການພົບປະແລກປ່ຽນປະຊາຊົນກວ່າອີກ ເພື່ອສ້າງພື້ນຖານໃຫ້ການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງຫວຽດນາມ ແລະອົດສະຕາລີ.
ໂດຍ: ແສງເດືອນ