ທີ່ກອງປະຊຸມ, ສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ຮັບຮອງເອົາດ້ວຍຄວາມເຫັນດີເຫັນພ້ອມຮ່າງມະຕິວ່າດ້ວຍງົບປະມານໃຫ້ແກ່ຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດຢູ່ Abyei (ຄະນະປະຕິບັດງານ UNISFA) ໂດຍ ຫວຽດນາມ ເປັນຜູ້ປະສານງານການເຈລະຈາ. ນີ້ແມ່ນມະຕິສະບັບທີ 2 ທີ່ ຫວຽດນາມ ເປັນຜູ້ປະສານງານການເຈລະຈາຢູ່ຄະນະກຳມະການທີ 5 ຂອງສະມັດຊາໃຫຍ່ສະຫະປະຊາຊາດ ສະໄໝທີ 79 ປະສົບຜົນສຳເລັດ.

leftcenterrightdel
ບັນຍາກາດວາລະກອງປະຊຸມຄົບຄະນະຂອງສະມັດຊາໃຫຍ່ສະຫະປະຊາຊາດ ສະໄໝທີ 79. ພາບ: ສໍານັກຂ່າວສານຫວຽດນາມ.

ມະຕິຢັ້ງຢືນຄືນໃໝ່ບັນດາຫຼັກການພື້ນຖານກ່ຽວກັບງົບປະມານໃຫ້ແກ່ການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ, ຮັບຮູ້ຄວາມຫຍຸ້ງຍາກຈໍານວນໜຶ່ງໃນການຮັບປະກັນດ້ານການເງິນໃຫ້ແກ່ບັນດາຄະນະປະຕິບັດງານຮັກສາສັນຕິພາບໃນໄລຍະຜ່ານມາ, ເນັ້ນໜັກເຖິງຄວາມສຳຄັນຂອງການຈັດແບ່ງແຫຼ່ງກຳລັງທີ່ຈຳເປັນຢ່າງພຽງພໍ ເພື່ອໃຫ້ຄະນະປະຕິບັດງານ UNISFA ປະຕິບັດສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍໃນບັນດາມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງ ສປຊ, ພ້ອມທັງຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ປະກອບງົບປະມານໃຫ້ຄະນະປະຕິບັດງານຢ່າງພຽງພໍ.

ມະຕິໄດ້ຮັບຮອງເອົາບ້ວງເງິນ 310 ລ້ານໂດລາສະຫະລັດ ເພື່ອຈ່າຍເງິນເດືອນ, ອຸປະກອນ, ເງິນກວດ, ປິ່ນປົວພະຍາດ ແລະຄ່າໃຊ້ຈ່າຍອື່ນໆ ເພື່ອຮັບປະກັນການເຄື່ອນໄຫວຂອງຄະນະປະຕິບັດງານ UNISFA ແຕ່ເດືອນ ກໍລະກົດ 2025 ເຖິງໝົດເດືອນ ມິຖຸນາ 2026.

ພ້ອມກັບການສົ່ງນາຍທະຫານ ແລະນາຍຕຳຫຼວດເກືອບ 200 ຄົນໄປປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານ UNISFA, ເລື່ອງຫວຽດນາມ ເປັນເຈົ້າການໃນການຮັບບົດບາດເປັນຜູ້ປະສານງານ, ຊຸກຍູ້ການຮັບຮອງເອົາງົບປະມານໃຫ້ແກ່ຄະນະປະຕິບັດງານແມ່ນມີຄວາມໝາຍສໍາຄັນ, ສ້າງເງື່ອນໄຂທີ່ຈໍາເປັນໃຫ້ແກ່ການຜັນຂະຫຍາຍປະຕິບັດໜ້າທີ່ຮັກສາສັນຕິພາບຢູ່ Abyei, ພ້ອມທັງປະກອບສ່ວນໂດຍກົງເຂົ້າໃນການຮັບປະກັນເງື່ອນໄຂເຮັດວຽກ ໃຫ້ນັກຮົບ “ໝວກເບເລສີຟ້າ” ຂອງຫວຽດນາມ ທີ່ພວມເຮັດວຽກຢູ່ບໍລິເວນສໍາຄັນ ແລະຫຍຸ້ງຍາກນີ້.

ໝາກຜົນທີ່ກ່າວມາຂ້າງເທິງນີ້ ສືບຕໍ່ຢັ້ງຢືນຄຳໝັ້ນສັນຍາຂອງຫວຽດນາມ ແມ່ນປະເທດສະມາຊິກທີ່ຕັ້ງໜ້າ, ໄວ້ເນື້ອເຊື່ອໃຈ, ມີຄວາມຮັບຜິດຊອບ ກໍຄືຄວາມສາມາດປະສານງານ, ນຳພາ ແລະອິດທິພົນຊື່ສຽງທີ່ບັນດາເວທີປາໄສສະຫະປະຊາຊາດ. ປັດຈຸບັນ, ຫວຽດນາມ ພວມມີນາຍທະຫານ ແລະນາຍຕຳຫຼວດເກືອບ 200 ຄົນ ພວມເຮັດວຽກຢູ່ຄະນະປະຕິບັດງານ UNISFA, ໜຶ່ງໃນບັນດາກຳລັງໃຫຍ່ສຸດໃນຈໍານວນກຳລັງທັງໝົດຂອງຄະນະປະຕິບັດງານນີ້.

ໂດຍ: ໄຊຊະນະ