ທີ່ການຕ້ອນຮັບ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ຊົມເຊີຍ ແລະຕີລາຄາສູງທ່ານນາງເອກອັກຄະລັດຖະທູດ Salama ທີ່ມີອາຍຸການປະຕິບັດໜ້າທີ່ການທູດປະສົບຜົນສຳເລັດດ້ວຍການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງ ແລະຊຸກຍູ້ການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ. ທ່ານນາງເອກອັກຄະລັດຖະທູດ Salama ໃຫ້ຮູ້ວ່າ ນັບແຕ່ເມື່ອຮັບຕຳແໜ່ງ, ທ່ານນາງໄດ້ຮັບອາລົມຈິດມິດຕະພາບ, ການຕ້ອນຮັບ ແລະສ້າງເງື່ອນໄຂສະດວກຂອງພັກ, ລັດ ແລະປະຊາຊົນຫວຽດນາມ.

leftcenterrightdel
ທ່ານປະທານປະເທດ ເລືອງເກື່ອງ ຕ້ອນຮັບທ່ານນາງເອກອັກຄະລັດຖະທູດ Amal Abdel Kader Elmorsi Salama. ພາບ: qdnd.vn

ທ່ານນາງເອກອັກຄະລັດຖະທູດ ຊົມເຊີຍຜົນງານ ເຊິ່ງຫວຽດນາມ ບັນລຸໄດ້ໃນຊຸມປີຜ່ານມາ, ເຊື່ອໝັ້ນວ່າ ປະເທດຫວຽດນາມ ຈະສືບຕໍ່ມີບາດກ້າວພັດທະນາຢ່າງແຮງຫຼາຍຢ່າງ, ບືນຕົວຂຶ້ນໃຫ້ຮັ່ງມີເຂັ້ມແຂງຢ່າງແທ້ຈິງ. ທ່ານນາງເອກອັກຄະລັດຖະທູດ ກໍ່ຢືນຢັນວ່າ ສອງຝ່າຍສາມາດພັດທະນາ ແລະເພີ່ມທະວີການຮ່ວມມືໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ, ວິທະຍາສາດ ແລະເຕັກນິກ; ພິເສດແມ່ນ ເອຢິບ ແບ່ງປັນຫຼາຍເປົ້າໝາຍຮ່ວມກັບຫວຽດນາມ ເຊັ່ນ: ການຫັນເປັນດີຈີຕອນ, ເສດຖະກິດດີຈີຕອນ, ການປ່ຽນແປງໃໝ່ພື້ນຖານເສດຖະກິດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ...

ຂອບໃຈອາລົມຈິດຂອງທ່ານນາງເອກອັກຄະລັດຖະທູດ ແລະປະຊາຊົນເອຢິບ ທີ່ສະຫງວນໃຫ້ແກ່ຫວຽດນາມ, ທ່ານປະທານປະເທດ ເນັ້ນໜັກວ່າ: ໃນຕະຫຼອດກວ່າ 60 ປີຜ່ານມາ, ການພົວພັນຮ່ວມມືລະຫວ່າງສອງປະເທດໄດ້ພັດທະນາຢ່າງແຮງແຕ່ຍັງສະຫງ່ຽມຈຽມຕົວ ເມື່ອທຽບໃສ່ກັບຄວາມຕ້ອງການ ແລະທ່າແຮງບົ່ມຊ້ອນທີ່ມີຢູ່ແລ້ວ. ສະນັ້ນ, ໃນໄລຍະຈະມາເຖິງ, ສອງຝ່າຍຕ້ອງຍູ້ແຮງການພົບປະແລກປ່ຽນຄະນະຜູ້ແທນ, ພິເສດແມ່ນຄະນະຜູ້ແທນຂັ້ນສູງ; ເພີ່ມທະວີຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ... ເພື່ອໃຫ້ສົມກັບການພົວພັນທາງດ້ານການເມືອງອັນດີງາມລະຫວ່າງສອງປະເທດ.

ຕີລາຄາສູງບົດບາດຂອງເອຢິບ ຢູ່ພາກພື້ນ, ທ່ານປະທານປະເທດ ຢືນຢັນວ່າ ຫວຽດນາມ ປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືລະຫວ່າງສອງປະເທດໃຫ້ນັບມື້ນັບແທດຈິງ ແລະມີປະສິດທິຜົນ, ຕອບສະໜອງຜົນປະໂຫຍດຂອງປະຊາຊົນສອງປະເທດ ແລະປະກອບສ່ວນຮັກສາສະຖຽນລະພາບ ແລະພັດທະນາຂອງສອງພາກພື້ນ. ທ່ານປະທານປະເທດ ເນັ້ນໜັກວ່າ, ສະຖານະການໂລກພວມຜັນແປຢ່າງສັບສົນ ແລະຍາກທີ່ຄາດຄະເນລ່ວງໜ້າໄດ້, ບົນພື້ນຖານສາຍພົວພັນອັນດີງາມໃນຕະຫຼອດກວ່າ 60 ປີຜ່ານມາ, ສອງຝ່າຍສືບຕໍ່ສົມທົບກັນ ແລະສະໜັບສະໜູນເຊິ່ງກັນ ແລະກັນໃນບັນດາເວທີປາໄສຫຼາຍຝ່າຍ; ແກ້ໄຂບັນດາບັນຫາບົນພື້ນຖານເຄົາລົບກົດໝາຍສາກົນ.

ທ່ານປະທານປະເທດ ປາດຖະໜາວ່າ, ບໍ່ວ່າໃນຖານະຕຳແໜ່ງໃດກໍ່ຕາມ, ທ່ານນາງເອກອັກຄະລັດຖະທູດ ຈະສືບຕໍ່ສະຫງວນອາລົມຈິດອັນດີງາມໃຫ້ແກ່ຫວຽດນາມ, ປະກອບສ່ວນເປັນຂົວຕໍ່ຊຸກຍູ້ການຮ່ວມມື ແລະການພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດ.

ໂດຍ: ທະນາພອນ