ຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືລະຫວ່າງ ຫວຽດນາມ ແລະສະເປນ
ກປ.ອອນໄລ - ຕອນຄໍ່າວັນທີ 30 ມິຖຸນາ, ໃນຂອບເຂດການເຂົ້າຮ່ວມກອງປະຊຸມສາກົນ ຄັ້ງທີ 4 ກ່ຽວກັບການເງິນ ເພື່ອການພັດທະນາ (FfD4) ແລະເຮັດວຽກຢູ່ Sevilla, ປະເທດສະເປນ, ທ່ານ ໂຮ່ດຶກເຝິກ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ມີການພົບປະກັບທ່ານ Pedro Sanchez ນາຍົກລັດຖະມົນຕີ ສະເປນ.
ທ່ານ ໂຮ່ດຶກເຝິກ ຊົມເຊີຍ ສະເປນ ໄດ້ເປັນເຈົ້າພາບຈັດຕັ້ງກອງປະຊຸມ FfD4, ເຊື່ອໝັ້ນວ່າ ຜົນສໍາເລັດຂອງກອງປະຊຸມ ຈະປະກອບສ່ວນສຳຄັນເຂົ້າໃນການກຳນົດຂອບເຂດ ແລະບຸລິມະສິດຮ່ວມມືດ້ານການເງິນ, ຍູ້ໄວຄວາມຄືບໜ້າປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດ (SDGs). ທ່ານ ໂຮ່ດຶກເຝິກ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ການພົວພັນລະຫວ່າງສອງປະເທດນັບມື້ນັບພັດທະນາຢ່າງຕັ້ງໜ້າໃນຫຼາຍຂົງເຂດ, ສະແດງໃຫ້ເຫັນຜ່ານການຢ້ຽມຢາມ, ພົບປະຂັ້ນສູງຢ່າງເປັນປະຈຳ, ໂດຍສະເພາະແມ່ນການຢ້ຽມຢາມຫວຽດນາມ ເມື່ອບໍ່ດົນມານີ້ຂອງທ່ານນາຍົກລັດຖະມົນຕີ ສະເປນ.
    |
 |
ທ່ານ ໂຮ່ດຶກເຝິກ ຮອງນາຍົກລັດຖະມົນຕີຫວຽດນາມ ພົບປະກັບທ່ານ Pedro Sanchez ນາຍົກລັດຖະມົນຕີ ສະເປນ. ພາບ: ກະຊວງການຕ່າງປະເທດ. |
ສ່ວນທ່ານ Pedro Sanchez ຢັ້ງຢືນຄືນໃໝ່ການຖືເປັນສໍາຄັນ ແລະສະຫງວນຄວາມເອົາໃຈສູງໃຫ້ແກ່ການຊຸກຍູ້ການພົວພັນຮ່ວມມືກັບຫວຽດນາມ, ເຊິ່ງເປັນໜຶ່ງໃນບັນດາຄູ່ຮ່ວມມືບຸລິມະສິດຂອງສະເປນ ຢູ່ອາຊີຕາເວັນອອກສ່ຽງໃຕ້; ຢ້ຳຄືນບັນດາເນື້ອໃນທີ່ໄດ້ປຶກສາຫາລືກັບທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ໃນການຢ້ຽມຢາມຫວຽດນາມ ຫວ່າງມໍ່ໆມານີ້ ແລະທີ່ການພົບປະເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມມະຫາສະໝຸດ ສະຫະປະຊາຊາດ ຄັ້ງທີ 3 ຢູ່ ຝຣັ່ງ (ເດືອນມິຖຸນາ 2025), ຕາມນັ້ນແລ້ວຖືວ່າ ສອງປະເທດຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ເພື່ອຊຸກຍູ້ການຮ່ວມມື, ພິເສດແມ່ນໃນຂົງເຂດເສດຖະກິດ.
ການນຳສອງທ່ານໄດ້ເຫັນດີສືບຕໍ່ຊີ້ນຳບັນດາກະຊວງ, ຂະແໜງການຜັນຂະຫຍາຍບັນດາໝາກຜົນທີ່ສຳຄັນ ແລະຂໍ້ຕົກລົງຮ່ວມມືທີ່ການນຳຂັ້ນສູງສອງປະເທດໄດ້ເຫັນດີເປັນເອກະພາບ.
ໂດຍ: ໄຊຊະນະ