ທ່ານ Ali Ijaz Ahmad ແລະບັນດາການນໍາກຸ່ມບໍລິສັດ Makara Capital Partners ໃຫ້ຮູ້ວ່າ Makara Capital ແມ່ນກຸ່ມບໍລິສັດໃຫຍ່ຂອງ ສິງກະໂປ ກ່ຽວກັບການຄຸ້ມຄອງກອງທຶນ, ຊັບສິນ, ການລົງທຶນ, ໃຫ້ຄຳປຶກສາການບໍລິການ ແລະສະໜອງມາດຕະການສ້າງໂຄງປະກອບການເງິນ. Makara Capital ໄດ້ຄົ້ນຄວ້າຕະຫຼາດຫວຽດນາມ ຢ່າງລະອຽດລະອໍ ແລະເຊື່ອໝັ້ນຕໍ່ການກຳນົດທິດທີ່ມີລັກສະນະຍຸດທະສາດ, ວິໄສທັດ, ຄວາມຄາດຫວັງຢາກພັດທະນາຂອງຫວຽດນາມ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Ali Ijaz Ahmad ປະທານທັງເປັນຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ Makara Capital Partners. ພາບ: ສຳນັກຂ່າວສານຫວຽດນາມ

ເນື່ອງຈາກນັ້ນ, Makara Capital ພວມສົ່ງເສີມຢ່າງຕັ້ງໜ້າ ເພື່ອລົງທຶນເຂົ້າໂຄງການເຂດອຸດສາຫະກຳການຢາ-ຊີວະສາດ ຢູ່ຮຶງອຽນ; ພ້ອມທັງດຳເນີນການເຮັດວຽກຢ່າງຕັ້ງໜ້າກັບບັນດາອົງການ ແລະທ້ອງຖິ່ນກ່ຽວຂ້ອງຂອງຫວຽດນາມ ເພື່ອຮ່ວມມືລົງທຶນ, ສະໜອງທຶນໃຫ້ແກ່ບັນດາໂຄງການໃນຂົງເຂດພະລັງງານ, ພື້ນຖານໂຄງລ່າງ; ພິເສດເຂົ້າຮ່ວມກໍ່ສ້າງສູນການເງິນສາກົນຢູ່ຫວຽດນາມ... ດ້ວຍຄວາມຮຽກຮ້ອງ, ລະດົມທຶນແຕ່ 5 ຫາ 7 ຕື້ໂດລາສະຫະລັດ.

ທ່ານນາຍົກລັດຖະມົນຕີ ສະເໜີກຸ່ມບໍລິສັດ Makara Capital Partners ຈະລົງທຶນ ແລະເປີດກວ້າງການລົງທຶນຢູ່ຫວຽດນາມ, ໂດຍສະເພາະແມ່ນບັນດາຂົງເຂດ ເຊິ່ງ ຫວຽດນາມ ພວມບຸລິມະສິດພັດທະນາເພື່ອ “ພ້ອມກັນເຮັດ, ພ້ອມກັນຊົມໃຊ້, ພ້ອມກັນໄຊຊະນະ, ພ້ອມກັນແບ່ງປັນຄວາມເບີກບານມ່ວນຊື່ນ, ຄວາມຜາສຸກ”, ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ດ້ວຍທັດສະນະ “ຜົນປະໂຫຍດກົມກຽວ, ຄວາມສ່ຽງແບ່ງປັນ”, ລັດຖະບານຫວຽດນາມ ໃຫ້ຄຳໝັ້ນສັນຍາຮ່ວມເດີນທາງ ແລະອຳນວຍຄວາມສະດວກ ເພື່ອກຸ່ມບໍລິສັດລົງທຶນດຳເນີນທຸລະກິດໃຫ້ມີປະສິດທິຜົນ ແລະປະສົບຜົນສຳເລັດຢູ່ຫວຽດນາມ, ຮັບປະກັນສິດ, ຜົນປະໂຫຍດອັນສອບທຳຂອງນັກລົງທຶນ.

ໂດຍ: ສົມເພັດ