ເປີດງານວາງສະແດງ “ທ່ານເລຂາທິການໃຫຍ່ ຫງວຽນວັນລິງ - ຊີວິດ ແລະພາລະກິດ”
ກປ.ອອນໄລ - ເນື່ອງໃນໂອກາດລະນຶກວັນຄ້າຍວັນເກີດທ່ານເລຂາທິການໃຫຍ່ ຫງວຽນວັນລິງ ຄົບຮອບ 110 ປີ (1 ກໍລະກົດ 1915 / 1 ກໍລະກົດ 2025), ຕອນເຊົ້າວັນທີ 29 ມິຖຸນາ, ຫ້ອງວ່າການສູນກາງພັກ ໄດ້ເປີດງານວາງສະແດງ “ທ່ານເລຂາທິການໃຫຍ່ ຫງວຽນວັນລິງ - ຊີວິດ ແລະພາລະກິດ” ຢູ່ທີ່ກົມສໍາເນົາເອກະສານ, ຫ້ອງວ່າການສູນກາງພັກ (ຕາແສງດ້າຍໂໝ້, ເມືອງນາມຕືລຽມ, ນະຄອນຮ່າໂນ້ຍ). ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ເຂົ້າຮ່ວມ ແລະຕັດແຖບຜ້າເປີດງານວາງສະແດງ.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະຜູ້ແທນ ຕັດແຖບຜ້າເປີດງານວາງສະແດງ. ພາບ: ຮວ່າງຮວ່າງ. |
ດ້ວຍເອກະສານ, ຮູບພາບ, ວັດຖຸພັນກວ່າ 200 ຢ່າງທີ່ວາງສະແດງຢູ່ງານວາງສະແດງແນະນຳກ່ຽວກັບຊີວິດ, ພາລະກິດປະຕິວັດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ, ງານວາງສະແດງໄດ້ແບ່ງອອກເປັນ 5 ພາກຫຼັກ, ຄື: ພາກທີ I - ບ້ານເກີດເມືອງນອນ, ຄອບຄົວ, ເຍົາໄວໜຸ່ມ (1915-1930); ພາກທີ II - ການເຕີບໃຫຍ່ໃນຂະບວນການຕໍ່ສູ້ປະຕິວັດ (1931-1945); ພາກທີ III - ຄຽງບ່າຄຽງໄຫຼ່ພ້ອມກັບປະຊາຊົນພາກໃຕ້ (1946-1975); ພາກທີ IV - ຄວາມເປັນຫ່ວງ, ຊອກຫາທິດເດີນໃໝ່ (1976-1986); ພາກທີ V - ນຳພາ ພາລະກິດປ່ຽນແປງໃໝ່ປະເທດ (1986-1996).
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະຜູ້ແທນຢ້ຽມຊົມງານວາງສະແດງ. ພາບ: ຮວ່າງຮວ່າງ. |
ບັນດາເອກະສານ, ຮູບພາບແນະນຳກ່ຽວກັບການປະກອບສ່ວນອັນສຳຄັນ ແລະມີປະສິດທິຜົນຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ໃນການວາງແຜນນະໂຍບາຍ ແລະແນວທາງປ່ຽນແປງໃໝ່ຂອງພັກ, ລັດ, ຊີ້ນຳການປະຕິວັດຜ່ານຜ່າຄວາມຫຍຸ້ງຍາກລໍາບາກພາຍໃນປະເທດ ແລະການຜັນປ່ຽນໃນໂລກ; ຢຶດໝັ້ນປະຕິບັດການປ່ຽນແປງໃໝ່ທີ່ມີຫຼັກການ, ເຄົາລົບ ແລະເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ. ດ້ວຍບັນດາບົດຂຽນໃນຄໍລຳ “ບັນດາວຽກທີ່ຕ້ອງເຮັດໃນທັນທີ” ລົງໃນໜັງສືພິມປະຊາຊົນ ໂດຍທ່ານເລຂາທິການໃຫຍ່ ຫງວຽນວັນລິງ ຂຽນບົດໂດຍກົງ ໄດ້ສ້າງພະລັງຊີວິດໃໝ່ໃນສັງຄົມ, ຍົກສູງແບບຢ່າງເວົ້າໄປຄຽງຄູ່ກັບການກະທຳ, ສຸມໃສ່ແກ້ໄຂບັນຫາເຄ່ັງຮ້ອນໃນສັງຄົມ, ຕໍ່ສູ້ຕ້ານປະກົດການຫຍໍ້ທໍ້, ເຮັດໃຫ້ກົງຈັກຂອງອົງການພັກ, ລັດ ປອດໃສ.
ງານວາງສະແດງ ໄດ້ຢັ້ງຢືນຈິນຕະນາການ, ວິໄສທັດຂອງສະຫາຍ ຫງວຽນວັນລິງ ກໍ່ຄືຄວາມຮັບຮູ້ຂອງພັກ, ລັດ, ປະຊາຊົນຫວຽດນາມ ແລະເພື່ອນມິດສາກົນຕໍ່ກັບທ່ານເລຂາທິການໃຫຍ່ ຫງວຽນວັນລິງ. ງານວາງສະແດງແມ່ນເຫດການເພື່ອສະແດງຄວາມຮູ້ບຸນຄຸນຕໍ່ການອຸທິດສ່ວນອັນໃຫຍ່ຫຼວງຂອງສະຫາຍ ຫງວຽນວັນລິງ ຕໍ່ພັກ, ປະເທດ ແລະປະຊາຊົນ.
ງານວາງສະແດງ ຈະດຳເນີນໄປຮອດວັນທີ 31 ທັນວາ 2025.
ໂດຍ: ໄຊຊະນະ