ຕອນເຊົ້າວັນທີ 30 ມິຖຸນາ, ໃນທົ່ວປະເທດໄດ້ດຳເນີນພິທີປະກາດບັນດາມະຕິ, ຂໍ້ຕົກລົງຂອງສູນກາງ ແລະທ້ອງຖິ່ນ ວ່າດ້ວຍການໂຮມຫົວໜ່ວຍບໍລິຫານຂັ້ນແຂວງ, ຂັ້ນຕາແສງ, ສ້າງຕັ້ງອົງການຈັດຕັ້ງພັກ, ແຕ່ງຕັ້ງຄະນະພັກຂັ້ນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ແນວໂຮມປະເທດຊາດແຂວງ, ນະຄອນ, ຕາແສງ, ເຂດຈໍາເພາະ.

ກ່າວຄຳເຫັນທີ່ພິທີປະກາດຢູ່ນະຄອນໂຮ່ຈີມິນ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ  ຢືນຢັນວ່າ ການເຄື່ອນໄຫວຂອງອໍານາດການປົກຄອງ 2 ຂັ້ນສໍາລັບນະຄອນໂຮ່ຈີມິນ ເປີດກວ້າງ, ລວມມີນະຄອນໂຮ່ຈີມິນ, ແຂວງບິ່ງເຢືອງ ແລະແຂວງບ່າເຣ້ຍ-ຫວູງເຕົ່າ, ບໍ່ພຽງແຕ່ແມ່ນການເຫດການທາງດ້ານບໍລິຫານເທົ່ານັ້ນ, ຫາກຍັງແມ່ນບາດກ້າວຫັນປ່ຽນຍຸດທະສາດ, ແມ່ນຄວາມຮຽກຮ້ອງຕ້ອງການພາວະວິໄສຂອງປະຊາຊົນ ແລະຂອງປະເທດໃນວິວັດການກໍ່ສ້າງເຂດກໍາຫຼັງໜູນພັດທະນາຕ່າງໆຂອງປະເທດ ແລະພາກພື້ນ.

“ການພັດທະນາໃໝ່ນີ້ໄດ້ຮັບການສ້າງສັນໂດຍອີງໃສ່ວິໄສທັດໃນໄລຍະຍາວ, ມຸ່ງໄປເຖິງການພັດທະນາຢ່າງຄົບຊຸດ, ຍືນຍົງ ແລະວິທະຍາສາດ. ນີ້ແມ່ນປະກົດການທີ່ມີຊີວິດຊີວາທີ່ສຸດຂອງຈິນຕະນາການຍຸດທະສາດ, ການປ່ຽນແປງໃໝ່ຮູບແບບການຈັດຕັ້ງອໍານາດການປົກຄອງ, ເພື່ອຮັບໃຊ້ປະຊາຊົນໃຫ້ດີກວ່າ, ໃກ້ຊິດກັບປະຊາຊົນ ແລະມີປະສິດທິຜົນກວ່າອີກ". ນີ້ແມ່ນບາດກ້າວນໍາໜ້າ, ທີ່ມີລັກສະນະບຸກທະລຸໃນການປະຕິຮູບກົງຈັກການຈັດຕັ້ງອຳນາດການປົກຄອງນະຄອນ, ສ້າງເງື່ອນໄຂສະດວກໃຫ້ແກ່ການພັດທະນາຢ່າງວ່ອງໄວ, ເຂັ້ມແຂງ ແລະມີປະສິດທິຜົນຂອງເຂດທີ່ຫັນເປັນຕົວເມືອງສູງທີ່ສຸດໃນທົ່ວປະເທດ”.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ  ມອບບັນດາມະຕິ ແລະຂໍ້ຕົກລົງຂອງສູນກາງວ່າດ້ວຍການໂຮມຫົວໜ່ວຍບໍລິຫານຂັ້ນແຂວງ, ສ້າງຕັ້ງອົງການຈັດຕັ້ງພັກ, ແຕ່ງຕັ້ງຄະນະປະຈຳຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ. ພາບ: qdnd.vn

ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ສົ່ງສານເຖິງພີ່ນ້ອງຮ່ວມຊາດ ແລະ ນັກຮົບທຸກຖ້ວນໜ້າໃນທົ່ວປະເທດ. ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ: “ຂ້າພະເຈົ້າຮຽກຮ້ອງໃຫ້ຖັນແຖວປັນຍາຊົນ, ນັກວິທະຍາສາດ, ນັກທຸລະກິດ, ນັກສິລະປິນ, ນັກຮົບບັນດາກໍາລັງປະກອບອາວຸດປະຊາຊົນ, ຊາວໜຸ່ມ, ແມ່ຍິງ, ຜູ້ອາຍຸສູງ, ເຍົາວະຊົນ, ເດັກນ້ອຍ, ພໍ່ແມ່ຊົນເຜົ່າ, ບັນດາສາສະໜາ... ຈົ່ງພ້ອມກັນແຂ່ງຂັນຢ່າງມີຫົວຄິດປະດິດສ້າງ, ຕັ້ງໜ້າຮ່ຳຮຽນ, ອອກແຮງງານ, ຜະລິດ, ສ້າງຄວາມຮັ່ງມີທາງດ້ານວັດຖຸ ແລະຈິດໃຈ, ປະກອບສ່ວນເຮັດໃຫ້ປະເທດຊາດນັບມື້ນັບພັດທະນາຢ່າງວ່ອງໄວກວ່າ, ເຂັ້ມແຂງກວ່າ, ຍືນຍົງກວ່າ. ຂ້າພະເຈົ້າຮຽກຮ້ອງໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ສືບຕໍ່ມຸ່ງຫາບ້ານເກີດເມືອງນອນ, ກົກເຄົ້າເຫງົ້າກໍ່ຂອງຊາດ, ຈົ່ງເຊື່ອມຕໍ່, ໜູນຊ່ວຍເຊິ່ງກັນ ແລະກັນ ແລະປະກອບສ່ວນພ້ອມກັນປະຊາຊົນພາຍໃນປະເທດ ສ້າງສາປະເທດຫວຽດນາມ ໃຫ້ເຂັ້ມແຂງແຮງກ້າ, ປະຊາຊົນຮັ່ງມີ, ປະເທດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ, ຄຽງຄູ່ກັບເພື່ອນມິດໃນທ່ົວຫ້າທະວິບ. ປະເທດຊາດຍາມໃດກໍເປີດກວ້າງການຕ້ອນຮັບ “ພົນລະເມືອງຢູ່ໄກບ້ານເກີດເມືອງນອນ” ກັບເມືອຮ່ວມແຮງຮ່ວມໃຈສ້າງສັນ ແລະພັດທະນາປະເທດຊາດ”.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ມອບດອກໄມ້ອວຍພອນອົງຄະນະພັກນະຄອນຮ່າໂນ້ຍ. ພາບ:  vov.vn

ໃນຂະນະທີ່ການເຂົ້າຮ່ວມ ແລະຊີ້ນຳພິທີປະກາດ ຢູ່ຮ່າໂນ້ຍ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ສະເໜີນະຄອນຮ່າໂນ້ຍ ຄວນສຸມໃສ່ນໍາພາ, ຊີ້ນຳຄະນະພັກຂັ້ນ, ອຳນາດການປົກຄອງທຸກຂັ້ນ; ພິເສດແມ່ນຄະນະພັກຂັ້ນ, ອຳນາດການປົກຄອງ 126 ຕາແສງໃໝ່ ເມື່ອກ້າວເຂົ້າສູ່ເຄື່ອນໄຫວຢ່າງເປັນທາງການຕ້ອງດຳເນີນໄປໃຫ້ທະລຸລ່ວງ, ຄົບຊຸດ ແລະມີປະສິດທິຜົນ; ບໍ່ສົ່ງຜົນສະທ້ອນເຖິງການເຄື່ອນໄຫວປົກກະຕິຂອງສັງຄົມ, ພິເສດແມ່ນວຽກງານທີ່ກ່ຽວຂ້ອງເຖິງປະຊາຊົນ ແລະ ວິສາຫະກິດ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ມອບຂໍ້ຕົກລົງຂອງກົມການເມືອງ ວ່າດ້ວຍການແຕ່ງຕັ້ງເລຂາພັກນະຄອນຫາຍຟ່ອງ (ໃໝ່), ອາຍຸການ 2020-2025 ໃຫ້ແກ່ສະຫາຍ ເລຕຽນເຈົາ. ພາບ: ສໍານັກຂ່າວສານຫວຽດນາມ

ເຂົ້າຮ່ວມ ແລະ ຊີ້ນຳພິທີປະກາດຢູ່ນະຄອນຫາຍຟ່ອງ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໃຫ້ຮູ້ວ່າ ເຫດການສຳຄັນໃນມື້ນີ້ແມ່ນເປັນການເປີດສາກຂອງໄລຍະທາງພັດທະນາໃໝ່ທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ. ເພື່ອໃຫ້ນະຄອນຫາຍຟ່ອງ ໃໝ່ພາຍຫຼັງການໂຮມກັນໃຫ້ກາຍເປັນສູນເສດຖະກິດ, ການຄ້າ, ການບໍລິການ, ການເມືອງ, ວັດທະນະທຳ, ວິທະຍາສາດ-ເຕັກນິກທີ່ສຳຄັນ, ຮັບປະກັນຄວາມໝັ້ນຄົງດ້ານປ້ອງກັນຊາດ, ທ່ານນາຍົກລັດຖະມົນຕີ ສະເໜີວ່າ: “ກໍ່ສ້າງຮູບແບບນະຄອນສັງຄົມນິຍົມ, ພັດທະນາຢ່າງວ່ອງໄວ, ຍືນຍົງ, ທັນສະໄໝ, ສີວິໄລ; ກໍ່ສ້າງບັນດາເສົາຄໍ້າເສດຖະກິດຫຼາຍຂະແໜງການ, ທັນສະໄໝ, ມີຄວາມສາມາດແກ່ງແຍ້ງໃນທົ່ວໂລກ, ເປັນແບບຢ່າງຂອງອຸດສາຫະກຳເຕັກໂນໂລຢີສູງ, ນະວັດຕະກຳ,  ການບໍລິການໂລຈິດສະຕິກລະດັບສາກົນ; ກໍ່ສ້າງອຸດສາຫະກຳວັດທະນະທຳ ແລະ ການບັນເທິງ; ພື້ນຖານໂຄງລ່າງຍຸດທະສາດ, ຄົບຊຸດ, ທັນສະໄໝ ແລະສະຫຼາດ; ສ້າງກຳລັງໜູນເຊື່ອມຕໍ່ລະຫວ່າງເຂດ, ພາກພື້ນຕ່າງໆ ແລະສາກົນ, ຢັ້ງຢືນທີ່ຕັ້ງ ແລະ ເປັນປະຕູນຳໜ້າໃນການເດີນເຮືອ ແລະການບິນຂອງປະເທດ”.

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ  ມອບມະຕິຂອງກົມການເມືອງ ວ່າດ້ວຍການແຕ່ງຕັ້ງສະຫາຍ ໂດ໊ແທັງບິ່ງ, ກຳມະການສູນກາງພັກ ດຳລົງຕຳແໜ່ງເປັນເລຂາພັກນະຄອນເກິ່ນເທີ (ໃໝ່) ອາຍຸການ 2020-2025. ພາບ: qdnd.vn

ທີ່ນະຄອນເກີນເທີ, ທ່ານ ເຈິ່ນແທັງເໝິນ, ປະທານສະພາແຫ່ງຊາດ ຕີລາຄາສູງ 3 ທ້ອງຖິ່ນຄື: ເກິ່ນເທີ, ເຮົ້າຢາງ, ຊອກຈັງ ໄດ້ສົມທົບກັນຢ່າງຮີບດ່ວນ, ດໍາເນີນຢ່າງມີແບບມີແຜນ, ວິທະຍາສາດຕາມຄຳແນະນຳຂອງສູນກາງ. ທ່ານປະທານສະພາແຫ່ງຊາດ ເຈີ່ນແທັງເໝິນ ສະເໜີວ່າ: “ສ້າງອົງການຈັດຕັ້ງເປັນປົກກະຕິໂດຍໄວ, ສັບຊ້ອນພະນັກງານ, ລັດຖະກອນ, ພາລະກອນໃນບັນດາຫົວໜ່ວຍບໍລິຫານໃໝ່ໃຫ້ເໝາະສົມ, ຮັບປະກັນການດໍາເນີນໄປໃຫ້ທະລຸລ່ວງ, ບໍ່ຂາດຕິດຂາດຕອນໃນການສະໜອງການບໍລິການພາກລັດ, ຮັບໃຊ້ປະຊາຊົນ ແລະວິສາຫະກິດຢ່າງສຸດຈິດສຸດໃຈ. ປະຕິບັດຢ່າງວ່ອງໄວ, ມີປະສິດທິຜົນໃນການສັບຊ້ອນສຳນັກງານເຮັດວຽກ, ເຄື່ອງອຸປະກອນເຮັດວຽກ, ຮັບໃຊ້ວຽກງານຂອງບັນດາອົງການ, ອົງການຈັດຕັ້ງ, ກົມກອງ".

ໂດຍ: ທູຈາງ