ກ່າວຄຳເຫັນທີ່ລາຍການ, ທ່ານ ຫງວຽນດິ່ງຄາງ, ປະທານສະຫະພັນໃຫຍ່ແຮງງານຫວຽດນາມ ເນັ້ນໜັກວ່າ ປີ 2025 ແມ່ນປີທີ່ມີຫຼາຍເຫດການ, ວັນສຳຄັນຕ່າງໆຂອງປະເທດ, ຄື: ສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 95 ປີ; ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດ ເປັນເອກະພາບຄົບຮອບ 50 ປີ; ວັນຄ້າຍວັນເກີດປະທານໂຮ່ຈີມິນ ຄົບຮອບ 135 ປີ; ວັນປະຕິວັດເດືອນສິງຫາ ແລະວັນຊາດທີ 2 ກັນຍາ ຄົບຮອບ 80 ປີ. ເຫດການທີ່ກ່າວມາຂ້າງເທິງນີ້ບໍ່ພຽງແຕ່ແມ່ນຄວາມພາກພູມໃຈເທົ່ານັ້ນ, ແຕ່ຍັງເປັນການເຕືອນສະຕິໃຫ້ຄົນລຸ້ນຫຼັງໃນປັດຈຸບັນ ແລະພາຍພາກໜ້າກ່ຽວກັບຄວາມຮັບຜິດຊອບຮັກສາ, ສືບທອດ ເພື່ອເສີມສ້າງມູນເຊື້ອອັນສະຫງ່າລາສີ ແລະຄວາມພາກພູມໃຈຂອງຊາດ.
    |
 |
ທ່ານ ຫງວຽນຈ້ອງເຫງຍ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງ ກ່າວຄໍາເຫັນຊີ້ນໍາທີ່ລາຍການ. ພາບ: ຫາຍຫງວຽນ. |
“ຫວຽດນາມ ສະຫງ່າລາສີ” ແມ່ນເຫດການໂດຍສະຫະພັນໃຫຍ່ແຮງງານຫວຽດນາມ ເປັນຜູ້ລິເລີ່ມແຕ່ປີ 2004. ມາຮອດປັດຈຸບັນ, ລາຍການໄດ້ເຊີດຊູ 300 ກວ່າກົມກອງລວມໝູ່, ບຸກຄົນດີເດັ່ນໃນທົ່ວປະເທດ, ຜ່ານນັ້ນໄດ້ແຜ່ຂະຫຍາຍຈິດໃຈອຸທິດຕົນ, ຜ່ານຜ່າຄວາມຫຍຸ້ງຍາກ, ຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ, ປຸກລຸກຄວາມພາກພູມໃຈຕໍ່ຊາດ, ຄວາມຄາດຫວັງບືນຕົວຂຶ້ນຢ່າງບໍ່ຢຸດຢັ້ງຂອງຊາວຫວຽດນາມ.
    |
 |
ທ່ານ ຫງວຽນດິ່ງຄາງ, ປະທານສະຫະພັນໃຫຍ່ແຮງງານຫວຽດນາມ ກ່າວຄໍາເຫັນທີ່ລາຍການ. ພາບ: ຫາຍຫງວຽນ. |
ລາຍການ ຫວຽດນາມ ສະຫງ່າລາສີ ປີ 2025 ໄດ້ເຊີດຊູ 13 ກົມກອງລວມ ໝູ່, 6 ບຸກຄົນທີ່ເປັນແບບຢ່າງດີເດັ່ນກ່ຽວກັບນໍ້າໃຈສາມັກຄີ, ຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງ, ການອຸທິດຕົນ, ການປະກອບສ່ວນ, ມີຫົວຄິດປະດິດສ້າງ ແລະມີມານະຈິດເໜືອທໍາມະດາ.
ສະຫະພັນໃຫຍ່ແຮງງານຫວຽດນາມ, ໃນຖານະທີ່ເປັນອົງການຕາງໜ້າໃຫ້ແກ່ສິດ ແລະຫາງສຽງຂອງສະມາຊິກກໍາມະບານ ແລະຜູ້ອອອກແຮງງານໃນທົ່ວປະເທດ, ຍາມໃດກໍ່ກຳນົດຢ່າງຈະແຈ້ງວ່າການແຂ່ງຂັນຮັກຊາດແມ່ນແຫຼ່ງກຳລັງ, ວິທີການ ແລະກໍແມ່ນເປົ້າໝາຍຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງປະເທດ.
    |
 |
ທ່ານ ຫງວຽນຈ້ອງເຫງຍ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງ ພ້ອມກັບການນໍາສະຫະພັນໃຫຍ່ແຮງງານຫວຽດນາມ ມອບສັນຍາລັກ ຫວຽດນາມ ສະຫງ່າລາສີ ໃຫ້ບັນດາກົມກອງລວມໝູ່ ແລະບຸກຄົນດີເດັ່ນ. ພາບ: ຫາຍຫງວຽນ. |
ກ່າວຄຳເຫັນຊີ້ນໍາທີ່ລາຍການ, ທ່ານ ຫງວຽນຈ້ອງເຫງຍ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງ ຕີລາຄາວ່າ ລາຍການ ຫວຽດນາມ ສະຫງ່າລາສີ ໄດ້ຄົ້ນພົບ, ແຜ່ຂະຫຍາຍ, ໃຫ້ກໍາລັງໃຈບັນດາຄຸນຄ່າອັນດີງາມໃນຊີວິດສັງຄົມ, ຝຶກຝົນຫຼໍ່ຫຼອມຄວາມໄວ້ເນື້ອເຊື່ອໃຈ ແລະຫຼໍ່ລ້ຽງຄວາມຄາດຫວັງຢາກອຸທິດສ່ວນໃຫ້ແກ່ພາລະກິດສ້າງສາ, ພັດທະນາ ແລະປົກປັກຮັກສາປະເທດຫວຽດນາມ ສັງຄົມນິຍົມ.
ຕາງໜ້າການນໍາພັກ, ລັດ, ທ່ານ ຫງວຽນຈ້ອງເຫງຍ ຊົມເຊີຍ ແລະສະແດງຄວາມນັບຖືຕໍ່ບັນດາກົມກອງລວມໝູ່ ແລະບຸກຄົນທີ່ໄດ້ຮັບການເຊີດຊູ. ນີ້ແມ່ນຕົວແທນທີ່ສັດຊື່, ມີຊີວິດຊີວາຂອງລັດທິວິລະຊົນປະຕິວັດໃນຍຸກໃໝ່; ຂອງນ້ຳໃຈຫວຽດນາມ ທີ່ບໍ່ຍອມຈໍານົນ, ຂອງເຈດຈໍານົງອົງອາດກ້າແກ່ນຕໍ່ໜ້າຄວາມຫຍຸ້ງຍາກລໍາບາກ ແລະສິ່ງທ້າທາຍ, ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາຂອງຄວາມຄາດຫວັງບືນຕົວຂຶ້ນ, ຈິດໃຈ “ແຕ່ລະຄົນເພື່ອທຸກຄົນ” ຍາມໃດກໍຫຼັ່ງໄຫຼໃນພົນລະເມືອງຫວຽດນາມ ແຕ່ລະຄົນຕະຫຼອດໄປ.
ໂດຍ: ໄຊຊະນະ