ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ເຂົ້າຮ່ວມ ແລະກ່າວຄໍາເຫັນທີ່ພິທີ. ເຂົ້າຮ່ວມພິທີຍັງມີທ່ານ ໂນງດຶກແມ້ງ ອະດີດເລຂາທິການໃຫຍ່, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ, ທ່ານ ເຈິ່ນແທງເໝິ້ນ ປະທານສະພາແຫ່ງຊາດ ພ້ອມດ້ວຍການນຳພັກ, ລັດ ແລະນັກຂ່າວອາວຸໂສ, ນັກຂ່າວດີເດັ່ນເປັນຈຳນວນຫຼວງຫຼາຍໃນທົ່ວປະເທດ.

leftcenterrightdel
 
leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່, ທ່ານ ໂນງດຶກແມ້ງ ອະດີດເລຂາທິການໃຫຍ່ ແລະການນຳພັກ, ລັດ ໄດ້ຖ່າຍຮູບຢູ່ຮ້ານວາງສະແດງຂອງກຸ່ມສື່ມວນຊົນກອງທັບ. ພາບ: qdnd.vn

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຫວນຄືນ ແລະຕີລາຄາສູງເສັ້ນທາງ 100 ປີຂອງພື້ນຖານສື່ມວນຊົນປະຕິວັດຫວຽດນາມ ໃນການຮ່ວມເດີນທາງກັບປະເທດຊາດ, ທ່ານເນັ້ນໜັ້ກວ່າ ໃນສັງກາດໃໝ່, ສື່ມວນຊົນປະຕິວັດຫວຽດນາມ ຕ້ອງປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ ເພື່ອພັດທະນາສົມກັບເປັນຂອບຂະໜາດຂອງຍຸກສະໄໝ, ກັບການພັດທະນາຂອງປະເທດ, ກາຍເປັນພື້ນຖານສື່ມວນຊົນທີ່ເປັນມືອາຊີບ, ວັດທະນະທຳມະນຸດ, ທັນສະໄໝ, ຮັບໃຊ້ພາລະກິດຂອງພັກ, ລັດ ແລະປະຊາຊົນໃນວິວັດແຫ່ງການສ້າງສາ ແລະພັດທະນາປະເທດຊາດ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ກ່າວຄຳເຫັນທີ່ພິທີ. ພາບ: qdnd.vn

ທ່ານເລຂາທິການໃຫຍ່ ໃຫ້ຮູ້ວ່າ: “ຜູ້ເຮັດວຽກງານການຂ່າວໃນສະໄໝໃໝ່ຕ້ອງຮ່ຳຮຽນຢ່າງບໍ່ຢຸດຢັ້ງ, ຫຼໍ່ຫຼອມທັກສະ, ສະສົມເຕັກໂນໂລຢີທັນສະໄໝ. ຕ້ອງກາຍເປັນຄືນທຸງນຳໜ້າ, ສ້າງແຫຼ່ງບັນດານໃຈໃນການປະດິດຄິດສ້າງ, ລະດົມກຳລັງໃຈຈິດໃຈປ່ຽນແປງໃໝ່ ແລະຄວາມຄາດຫວັງອຸທິດສ່ວນຂອງພະນັກງານ, ສະມາຊິກພັກ ແລະທົ່ວສັງຄົມ”.

ຕໍ່ໜ້າກະແສຫັນເປັນດີຈີຕອນ ແລະການແກ່ງແຍ້ງຢ່າງຂ້ຽວຂາດຂອງສື່ມວນຊົນທົ່ວໂລກ, ທ່ານເລຂາທິການໃຫຍ່ ຮຽກຮ້ອງສື່ມວນຊົນຕ້ອງຫັນຕົວເອງໂດຍໄວ, ນຳໜ້າໃນການປ່ຽນແປງໃໝ່ຈິນຕະນາການຢ່າງແຮງ, ເປັນເຈົ້າເຕັກໂນໂລຢີ, ມີວິທີການເຮັດຂ່າວ ແລະຖ່າຍທອດຂໍ້ມູນຢ່າງບຸກທະລຸ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ປະດັບຫຼຽນໄຊ ໂຮ່ຈີມິນ ໃຫ້ສື່ມວນຊົນປະຕິວັດຫວຽດນາມ. ພາບ: qdnd.vn

ຕາງໜ້າການນໍາພັກ, ລັດ, ທ່ານເລຂາທິການໃຫຍ່ ໄດ້ປະດັບຫຼຽນໄຊ ໂຮ່ຈີມິນ ໃຫ້ແກ່ຖັນແຖວຜູ້ເຮັດວຽກງານການຂ່າວ ເພື່ອການປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນພາລະກິດປະຕິວັດຂອງພັກ ແລະປະເທດຊາດ. ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ແລະທ່ານ ເຈິ່ນແທງເໝິ້ນ ປະທານສະພາແຫ່ງຊາດ ໄດ້ມອບເຄື່ອງໝາຍສັນຍະລັກໃຫ້ນັກຂ່າວອາວຸໂສເພື່ອການປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນພາລະກິດສື່ມວນຊົນຂອງປະເທດ.

ໂດຍ: ຈາງຫງວຽນ