ທີ່ການຕ້ອນຮັບ, ທ່ານ ຫງວຽນແທັງຕີ້ງ ສະແດງຄວາມປິຕິຊົມຊື່ນຕໍ່ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສະໜິດຕິດພັນທີ່ມີມາແຕ່ດົນນານ, ນໍ້າໃຈສາມັກຄີອ້າຍນ້ອງ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຫວຽດນາມ-ລາວ ນັບມື້ນັບໄດ້ຮັບການປັງປຸງຢ່າງໜັກແໜ້ນ ແລະພັດທະນາໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງ, ໃນນັ້ນມີທັງຂົງເຂດກົດໝາຍ ແລະຕຸລາການ.

leftcenterrightdel
ທ່ານ ຫງວຽນແທັງຕີ້ງ ຮອງລັດຖະມົນຕີກະຊວງຍຸຕິທໍາຫວຽດນາມ ຕ້ອນຮັບຄະນະປະຕິບັດງານຂອງກະຊວງຍຸຕິທໍາລາວ. ພາບ: ຮົ່ງເມີຍ

ທ່ານ ຫງວຽນແທັງຕີ້ງ ຢັ້ງຢືນວ່າ ພັກ, ລັດ ແລະປະຊາຊົນຫວຽດນາມ, ໃນນັ້ນມີກະຊວງ, ຂະແໜງການຍຸຕິິທໍາຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນ ແລະສະຫງວນບຸລິມະສິດສູງສຸດໃຫ້ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ, ຖືນີ້ແມ່ນຊັບສິນອັນລໍ້າຄ່າ, ຮຽກຮ້ອງພາວະວິໄສ ແລະແມ່ນໜຶ່ງໃນບັນດາໜ້າທີ່ຍຸດທະສາດ, ມີປັດໄຈເປັນຕາຍຕໍ່ກັບພາລະກິດການປະຕິວັດ, ສ້າງສາ ແລະປົກປັກຮັກສາປະເທດຊາດຂອງປະຊາຊົນຫວຽດນາມ.

ຕາມທ່ານ ຫງວຽນແທັງຕີ້ງ ແລ້ວ, ສອງກະຊວງຍຸຕິທໍາ ໄດ້ສົມທົບກັນຈັດຕ້ັງຫຼາຍການເຄື່ອນໄຫວຮ່ວມມືທີ່ມີຄຸນນະພາບ, ໃນນັ້ນສໍາເລັດຜົນກວ່າໝູ່ແມ່ນການຈັດຕ້ັງການຢ້ຽມຢາມສອງຝ່າຍຄັ້ງທໍາອິດຂອງທ່ານ ຫງວຽນຫາຍນິງ ລັດຖະມົນຕີກະຊວງຍຸຕິທໍາຫວຽດນາມ ຢ້ຽມຢາມລາວ ແລະເຂົ້າຮ່ວມກອງປະຊຸມຍຸຕິທໍາບັນດາແຂວງທີ່ມີເສັ້ນຊາຍແດນລວມ ຫວຽດນາມ-ລາວ ເປີດກວ້າງ ຄັ້ງທີ 6.

leftcenterrightdel
ຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: ຮົ່ງເມີຍ

ກ່ຽວກັບການຮ່ວມມືຫຼາຍຝ່າຍ, ທ່ານຮອງລັດຖະມົນຕີກະຊວງຍຸຕິທໍາ ສະເໜີສອງຝ່າຍສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນໃນເວທີປາໄສ/ອົງການຈັດຕ້ັງສາກົນກ່ຽວກັບກົດໝາຍ ແລະຍຸຕິທໍາ, ພິເສດແມ່ນໃນຂອບເຂດການຮ່ວມມືກົດໝາຍ ແລະຍຸຕິທໍາອາຊຽນ ຜ່ານຊ່ອງ ALAWMM ແລະ ASLOM. ພ້ອມທັງຢ້ັງຢືນວ່າ ກະຊວງຍຸຕິທໍາຫວຽດນາມ ພ້ອມທີ່ຈະແບ່ງປັນບົດຮຽນກັບກະຊວງຍຸຕິທໍາລາວ ກໍ່ຄືການເພີ່ມທະວີຄວາມສາມາດໃນການເຈລະຈາ, ລົງນາມ, ເຂົ້າເປັນສະມາຊິກ ແລະຜັນຂະຫຍາຍປະຕິບັດສົນທິສັນຍາສາກົນໃນຂົງເຂດກົດໝາຍ ແລະຍຸຕິທໍາ.

ຂອບໃຈທ່ານ ຫງວຽນແທັງຕີ້ງ ໄດ້ຕ້ອນຮັບຄະນະປະຕິບັດງານ, ທ່ານ ຄໍາພອນ ສີປະເສີດ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການເສດຖະກິດ-ສັງຄົມຂອງລາວ; ພ້ອມທັງຊົມເຊີຍພັກ, ລັດ ແລະປະຊາຊົນຫວຽດນາມ ສືບຕໍ່ບັນລຸໄດ້ຜົນງານອັນໃຫຍ່ຫຼວງກວ່າອີກ, ນໍາປະເທດນັບມື້ນັບພັດທະນາຈະເລີນຮຸ່ງເຮືອງ ແລະໝັ້້ນຄົງເຂັ້ມແຂງ.

ໂດຍ: ໄຊນີດາ