ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ: ຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບບັນດາປະເທດສະມາຊິກກຸ່ມ BRICS ແລະປະຊາຄົມສາກົນຍູ້ແຮງການຮ່ວມມື ແລະລະດົມແຫຼ່ງກຳລັງ, ແນໃສ່ຊຸກຍູ້ບັນດາບັນຫາບຸລິມະສິດຂອງບັນດາປະເທດພວມພັດທະນາໃນປະຈຸບັນ, ຄື: ການຄ້າ, ການລົງທຶນ, ເຊື່ອມຕໍ່ພື້ນຖານໂຄງລ່າງ, ໝູນໃຊ້ຄວາມກາວໜ້າດ້ານວິທະຍາສາດ, ເຕັກໂນໂລຢີຮັບໃຊ້ການພັດທະນາ, ພົບປະແລກປ່ຽນປະຊາຊົນ, ປະກອບສ່ວນເຂົ້າໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ແລະຮັບມືກັບບັນດາສິ່ງທ້າທາຍລວມຂອງທົ່ວໂລກ. 

leftcenterrightdel
ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

* ກ່ຽວຂ້ອງເຖິງການເຈລະຈາສັນຍາການຄ້າສອງຝ່າຍຮອບທີ 3 ລະຫວ່າງຫວຽດນາມ ແລະອາເມລິກາ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ: ຫວ່າງແລ້ວນີ້, ການເຈລະຈາສັນຍາການຄ້າສອງຝ່າຍຮອບທີ 3 ລະຫວ່າງຫວຽດນາມ ແລະອາເມລິກາ ໄດ້ຈັດຕັ້ງຢູ່ Washington D.C (ອາເມລິກາ) ໃນລະຫວ່າງວັນທີ 9-12 ມິຖຸນາ. ທີ່ວາລະເຈລະຈາຕ່າງໆ, ອາເມລິກາ ຕີລາຄາສູງເຈດຕະນາດີ ແລະມານະພະຍາຍາມຂອງຫວຽດນາມ, ຢືນຢັນຖືການພົວພັນກັບຫວຽດນາມ ເປັນສໍາຄັນ, ຮັບຮູ້ສະເໜີ ແລະຄວາມສົນໃຈຂອງຫວຽດນາມ ແລະຖືນັ້ນແມ່ນພື້ນຖານສຳຄັນ ເພື່ອໃຫ້ສອງຝ່າຍສືບຕໍ່ປຶກສາຫາລື ແລະຊຸກຍູ້ການບັນລຸໄດ້ຂໍ້ຕົກລົງລະຫວ່າງສອງປະເທດ. ຄະນະເຈລະຈາຫວຽດນາມ ຢືນຢັນຄວາມຕັດສິນໃຈໃນການສ້າງການພົວພັນດ້ານເສດຖະກິດການຄ້າກັບອາເມລິກາ ໃຫ້ດຸ່ນດ່ຽງ ແລະຍືນຍົງເພື່ອຜົນປະໂຫຍດຂອງປະຊາຊົນ ແລະວິສາຫະກິດສອງປະເທດປະເທດ. ຄະນະເຈລະຈາຫວຽດນາມ ແລະອາເມລິກາ ໄດ້ເຫັນດີເປັນເອກະພາບມອບໃຫ້ຂັ້ນເຕັກນິກສອງຝ່າຍສືບຕໍ່ແລກປ່ຽນ, ເພື່ອບັນລຸຂໍ້ຕົກລົງສອດຄ່ອງກັບຄວາມຫວັງ ແລະເງື່ອນໄຂຂອງແຕ່ລະຝ່າຍໂດຍໄວ…

* ຕອບສຳພາດຕໍ່ນັກຂ່າວກ່ຽວກັບວຽກງານປົກປ້ອງພົນລະເມືອງຢູ່ ອິດສະຣາແອນ ແລະອີຣານ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ: ໃນຊຸມມື້ຜ່ານມາ, ກະຊວງການຕ່າງປະເທດ ແລະບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງໄດ້ແລກປ່ຽນ, ຄົ້ນຄວ້າແຜນງານຢ່າງລະອຽດ; ຊີ້ນຳບັນດາອົງການຜູ້ຕາງໜ້າຫວຽດນາມ ປະຈໍາ ອິດສະຣາແອນ, ອີຣານ ກໍ່ຄືອົງການຜູ້ຕາງໜ້າຫວຽດນາມ ປະຈຳ ບັນດາປະເທດໃກ້ຄຽງຕິດຕາມສະພາບການຢ່າງໃກ້ຊິດ; ສະເໜີອົງການທີ່ກ່ຽວຂ້ອງປະຈຳຖິ່ນຮັບປະກັນຄວາມປອດໄພຢ່າງສຸດຂີດໃຫ້ພົນລະເມືອງຫວຽດນາມ ພວມດຳລົງຊີວິດ, ຮໍ່າຮຽນ ແລະເຮັດວຽກຢູ່ເຂດອັນຕະລາຍ...

ໂດຍ: ເຈິ່ນຮວ່ຽນ