ຫວຽດນາມ ຮຽກຮ້ອງໃຫ້ທຸກຝ່າຍຢຸດຕິການກະທຳການທະຫານ, ມານະພະຍາຍາມເຈລະຈາ
ກປ.ອອນໄລ - ຫວຽດນາມ ຮຽກຮ້ອງບັນດາຝ່າຍທີ່ກ່ຽວຂ້ອງຢຸດຕິການກະທຳການທະຫານໃນທັນທີ, ໃນນັ້ນມີການບຸກໂຈມຕີບາງຮາກຖານນິວເຄຼຍ...
    |
 |
ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: ຈ່າຫງວຽນ |
ວັນທີ 22 ມິຖຸນາ, ຕອບຄໍາຖາມຂອງນັກຂ່າວ ສະເໜີໃຫ້ຮູ້ວ່າ ທ່າທີຂອງຫວຽດນາມ ຕໍ່ເລື່ອງອາເມລິກາ ບຸກໂຈມຕີບາງຮາກຖານນິວເຄຼຍຂອງ ອີຣານ ໃນຕອນເຊົ້າວັນທີ 22 ມິຖຸນາ (ເວລາຫວຽດນາມ), ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ຊີ້ແຈ້ງວ່າ: ຫວຽດນາມ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ສະພາບການປະທະກັນພວມປີນຂັ້ນໄດອັນສັບສົນຢູ່ພາກພື້ນຕາເວັນອອກກາງ, ຂົ່ມຂູ່ເຖິງຊີວິດ ແລະຄວາມປອດໄພຂອງສາມັນຊົນ, ສັນຕິພາບ ແລະສະຖຽນລະພາບຂອງພາກພື້ນ ແລະໃນໂລກ.
ຫວຽດນາມ ຮຽກຮ້ອງບັນດາຝ່າຍທີ່ກ່ຽວຂ້ອງຢຸດຕິການກະທຳການທະຫານໃນທັນທີ, ໃນນັ້ນມີການບຸກໂຈມຕີບາງຮາກຖານນິວເຄຼຍ, ສືບຕໍ່ມານະພະຍາຍາມເຈລະຈາ, ແກ້ໄຂຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ເປັນຕົ້ນແມ່ນກົດບັດສະຫະປະຊາຊາດ, ເຄົາລົບອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດ, ກົດໝາຍມະນຸດສະທຳສາກົນ ແລະຂໍ້ກຳນົດຂອງອົງການພະລັງງານປະລະມານູສາກົນ (IAEA).
ໂດຍ: ເຈິ່ນຮວ່ຽນ