ຕາມນັ້ນແລ້ວ, ສະຖານທູດອາເມລິກາ ປະຈໍາ ຫວຽດນາມ ສົມທົບກັບສະຫະສະມາຄົມມິດຕະພາບຫວຽດນາມ (VUFO) ຈັດຕ້ັງການພົບປະແລກປ່ຽນທີ່ຢູ່ຫຼາຍນະຄອນໃນທົ່ວຫວຽດນາມ. “ຈາກການຊຸກຍູ້ການເຕີບໂຕເສດຖະກິດເຖິງການເປີດກວ້າງການແລກປ່ຽນ ສຶກສາ ແລະວັດທະນະທໍາ, ເຮັດໃຫ້ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົວພັນອາເມລິກາ-ຫວຽດນາມ ພວມເປີດອອກຫຼາຍກາລະໂອກາດ ແລະຊຸກຍູ້ນະວັດຕະກໍາ.
ທ່ານ Marc E.Knapper ເອກອັກຄະລັດຖະທູດອາເມລິກາ ປະຈໍາ ຫວຽດນາມ ເນັ້ນໜັກວ່່່າ ເນື່ອງໃນໂອກາດສະເຫຼີມສະຫຼອງຂີດໝາຍ 30 ປີແຫ່ງການພົວພັນທາງການທູດ, ພວກເຮົາມຸ່ງເຖິງການຮ່ວມມືເລິກເຊິ່ງກວ້າງຂວາງ ແລະມີປະສິດທິຜົນກວ່າອີກ. ໃນຂະນະບັນລຸໄດ້ຫຼາຍຜົນງານໜ້າເອກອ້າງທະນົງໃຈ, ພວກເຮົາບໍ່ໄດ້ຫຼົງລື່ມເທົ່ານັ້ນ ຫາກຍັງຕ້ອງສືບຕໍ່ມານະພະຍາຍາມເພື່ອອານາຄົດທີ່ສົດໃສ ແລະຈະເລີ່ນຮຸ່ງເຮືອງໃຫ້ປະຊາຊົນສອງປະເທດກວ່າອີກ. ອາເມລິກາໃຫ້ຄໍາໝັ້ນສັນຍາສະໜັບສະໜູນປະເທດຫວຽດນາມ ແຂງແຮງ, ເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.
ໂດຍ: ໄຊນີດາ
Type the code from the image