ໂລກພວມໄດ້ເຫັນປະຈັກຕາການຜັນແປຢ່າງວ່ອງໄວໃນແຕ່ລະມື້, ແຕ່ລະໂມງ, ສົ່ງຜົນກະທົບຢ່າງເລິກເຊິ່ງຕໍ່ສັນຕິພາບ, ຄວາມໝັ້ນຄົງ ແລະການພັດທະນາທົ່ວໂລກ. ເຖິງຢ່າງໃດກໍ່ຕາມ, ໜ້າທີ່ຂອງສື່ມວນຊົນກອງທັບບໍ່ພຽງແຕ່ແມ່ນໃຫ້ຂ່າວກ່ຽວກັບເຫດການທີ່ດໍາເນີນຢູ່ທຸກຂົງເຂດໃນໂລກເທົ່ານັ້ນ ຫາກຍັງຜ່ານນັ້ນແມ່ນໄດ້ແຈ້ງຂໍ້ມູນເຖິງເພື່ອນມິດສາກົນກ່ຽວກັບແຜນນະໂຍບາຍ, ແນວທາງຂອງພັກ, ປະເທດ, ຜູ້ຄົນ ແລະວັດທະນະທໍາຫວຽດນາມ ກໍ່ຄືທັດສະນະ, ຫຼັກໝັ້ນຂອງຫວຽດນາມ ກ່ຽວກັບບັນຫາພາກພື້ນ ແລະສາກົນ. ເມື່ອຖານະບົດບາດ, ທີ່ຕັ້ງ ແລະອິດທິພົນຊື່ສຽງຂອງປະເທດນັບມື້ນັບໄດ້ຍົກສູງຂຶ້ນນັ້ນ, ນັກຂ່າວ-ນັກຮົບລຸ້ນຕ່າງໆໃນປະຈຸບັນກໍ່ໄດ້ຮູ້ສຶກເຖິງ “ລົມຫາຍໃຈ” ຂອງຊີວິດສາກົນຢູ່ນະຄອນຫຼວງຮ່າໂນ້ຍ ເຊິ່ງກອງປະຊຸມສຸດຍອດອາເມລິກາ-ສປປ.ເກົາຫຼີ ດໍາເນີນເມື່ອເດືອນ ກຸມພາ  2019 ແມ່ນຕົວຢ່າງທີ່ພົ້ນເດັ່ນ.

leftcenterrightdel
ນັກຂ່າວໜັງສຶພິມກອງທັບປະຊາຊົນຫວຽດນາມ ພ້ອມກັບນັກຮົບເຂົ້າຮ່ວມພິທີສວນສະໜາມຢູ່ສະໜາມຫຼວງແດງຢູ່ມົດສະກູ, ສະຫະພັນລັດເຊຍ, ເດືອນ ພຶດສະພາ 2025. ພາບ: ກວາງເຈື່ອງ

ພິເສດ, ໃນຊຸມປີຜ່ານມາ, ການເຄື່ອນໄຫວການຕ່າງປະເທດເວົ້າລວມ ແລະການທູດປ້ອງກັນຊາດເວົ້າສະເພາະຂອງຫວຽດນາມ ນັບມື້ນັບໄດ້ຮັບການເປີດກວ້າງ, ດ້ວຍລະດັບຄວາມໜາແໜ້ນປີໜ້າຫຼາຍກວ່າປີຜ່ານມາ, ສະນັ້ນ ຄວາມຮຽກຮ້ອງຕ້ອງການ, ໜ້າທີ່ຕໍ່ກັບຖັນແຖວພະນັກງານ, ນັກຂ່າວກອງທັບກໍ່ສູງກວ່າ ແລະໜັກໜ່ວງກວ່າ. ນັ້ນແມ່ນການຕິດຕາມໄປນໍາການນໍາພັກ, ລັດ, ກອງທັບໃນການໄປຢ້ຽມຢາມ, ເຂົ້າຮ່ວມກອງປະຊຸມ ແລະເຫດການຢູ່ຕ່າງປະເທດ; ແມ່ນການໄປເຮັດວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດ ແລະການເດີນທະເລດ້ວຍຫຼາຍພັນໄມພ້ອມກັບກໍາປັ່ນທະຫານເຮືອ, ຕໍາຫຼວດທະເລ...; ແມ່ນງານແຂ່ງຂັນການທະຫານສາກົນ (Army Games) ຢູ່ສະຫະພັນລັດເຊຍ ແລະບັນດາປະເທດ; ແມ່ນເຫດການການຕ່າງປະເທດຢູ່ພາກພື້ນກັບປະເທດບ້ານໃກ້ເຮືອນຄຽງ; ແມ່ນການໄປຕວກກີ, ມຽນມາ ເພື່ອຊ່ວຍປະເທດເພື່ອນແກ້ໄຂຜົນຮ້າຍຢ້ອນຫຼັງຈາກແຜ່ນດິນໄຫວ ຫຼື ໄປຕາມກໍາລັງຮັກສາສັນຕິພາບຫວຽດນາມ ຢູ່ຄະນະປະຕິບັດງານທີ່ ອາຟະຣີກາ, ແຕ່ກໍ່ອາດຈະແມ່ນເຫດການໃຫຍ່ທີ່ດໍາເນີນໃນນະຄອນຫຼວງຮ່າໂນ້ຍ, ຄື: ງານວາງສະແດງປ້ອງກັນຊາດສາກົນໂດຍຫວຽດນາມ ຈັດຕັ້ງ.

leftcenterrightdel
ນັກຂ່າວໜັງສຶພິມກອງທັບປະຊາຊົນຫວຽດນາມ ແລກປ່ຽນກັບເພື່ອນຮ່ວມງານຕ່າງປະເທດຢູ່ງານວາງສະແດງປ້ອງກັນຊາດສາກົນຫວຽດນາມ 2024. ພາບ: ທຸຍລິງ

leftcenterrightdel
ນັກຂ່າວໜັງສຶພິມກອງທັບເຮັດຂ່າວຢູ່ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນຫວຽດນາມ-ຈີນ ຄັ້ງທີ 9, ເດືອນ ເມສາ 2025. ພາບ: ແອງທື

ໃນການໄປແຕ່ລະຄັ້ງ, ແຕ່ລະເຫດການຄືຈັ່ງຊັ້ນໄດ້ຮຽກຮ້ອງໃຫ້ບັນດາພະນັກງານ, ນັກຂ່າວ, ນັກບັນນາທິການຂອງກອງທັບຕ້ອງມີລະດັບວິຊາສະເພາະທີ່ດີ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ, ໜ້າທີ່, ມີວິທີການ, ທ່າທາງເຮັດວຽກຢ່າງໄຫວພິບ ແລະຈິດໃຈແກ້ໄຂທຸກຄວາມຫຍຸ້ງຍາກເພື່ອປະຕິບັດໜ້າທີ່ຢ່າງທັນ ການ, ມີປະສິດທິຜົນ. ການລະດົມກໍາລັງໃຈຫຼາຍທີ່ສຸດໃຫ້ເຂົາເຈົ້າແມ່ນ ຂັ້ນເທິງໄດ້ມີຄວາມເຊື່ອໃຈ, ບັນດາອົງການ, ກົມກອງ ແລະເພື່ອນຮ່ວມກົມກອງ ໄດ້ສ້າງ ເງື່ອນໄຂດີທີ່ສຸດ ເພື່ອໄປປະຕິບັດງານ. ຄວາມມ່ວນຊື່ນຫຼາຍທີ່ສຸດສຳລັບເຂົາເຈົ້າແລ້ວແມ່ນໄດ້ອອກໄປສູ່ໂລກທີ່ກວ້າງໃຫຍ່, ໄດ້ຜ່ານວຽກງານໃນແຕ່ລະມື້ຂອງຕົນ ເພື່ອຊ່ວຍປະຊາຄົມສາກົນເຂົ້າໃຈກວ່າກ່ຽວກັບແຜນນະໂຍບາຍ, ແນວທາງການຕ່າງປະເທດ, ນະໂຍບາຍປ້ອງກັນຊາດສັນຕິພາບ ແລະປ້ອງກັນຕົນເອງຂອງຫວຽດນາມ, ກ່ຽວກັບປະເທດ, ຜູ້ຄົນ ແລະກອງທັບປະຊາຊົນຫວຽດນາມ ທີ່ຮັກຫອມສັນຕິພາບ, ຄວາມປາດຖະໜາຢາກເປີດກວ້າງການຮ່ວມມື ເພື່ອສັນຕິພາບ, ສະຖຽນລະພາບ ແລະພັດທະນາ.

ຄືດັ່ງທີ່ທ່ານພົນໂທ ຮວ່າງຊວນຈ໊ຽນ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດເຄີຍໄດ້ຢັ້ງຢືນໃນກອງປະຊຸມຫວ່າງແລ້ວນີ້ວ່າ ການໂຄສະນາວຽກງານການຕ່າງປະເທດໄດ້ກາຍເປັນຂົວເຊື່ອມຕໍ່ສໍາຄັນ, ສ່ອງແສງໝາກຜົນຮອບດ້ານວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະການຕ່າງປະເທດປ້ອງກັນຊາດຂອງຫວຽດນາມ ໃຫ້ພະນັກງານ, ນັກຮົບ, ປະຊາຊົນໃນປະເທດ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະປະຊາຄົມສາກົນ.

ສື່ມວນຊົນພວມເຫັນກັບຕາການປ່ຽນແປງໃຫຍ່ເມື່ອເຕັກໂນໂລຢີໄດ້ເປັນພະລາຊາ, ແຕ່ການເຊື່ອມຕໍ່ຫວຽດນາມ ກັບໂລກຍັງແມ່ນໜຶ່ງໃນບັນດາພາລະກໍາຕໍ່ກັບນັກຮົບກໍາປາກກາ. ການໄປຢ້ຽມຢາມແຕ່ລະມື້, ແຕ່ລະເຫດການເຖິງວ່າດໍາເນີນຢູ່ພາຍໃນປະເທດ ຫຼືຕ່າງປະເທດກໍ່ຕາມ, ແຕ່ຍາມໃດກໍ່ແມ່ນພຶດຕິກໍາທີ່ໜ້າຊົງຈໍາ, ແມ່ນຄັ້ງໜຶ່ງທີ່ຖອດຖອນບົດຮຽນອັນລໍ້າຄ້າໃຫ້ການເຮັດຂ່າວ.

ໂດຍ: ໄຊນີດາ