ພິທີມອບລາງວັນສື່ມວນຊົນແຫ່ງຊາດ ຄັ້ງທີ XIX ປີ 2024: ເຊີດຊູນັກຂ່າວນໍາໜ້າ, ມີຫົວຄິດປະດິດສ້າງ
ກປ.ອອນໄລ - ຕອນຄໍ່າວັນທີ 21 ມິຖຸນາ, ຢູ່ ຮ່າໂນ້ຍ ໄດ້ດຳເນີນລາຍການສະແດງສິລະປະເພື່ອສະເຫຼີມສະຫຼອງ 100 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ (21-6-1925 / 21-6-2025) ແລະພິທີມອບລາງວັນສື່ມວນຊົນແຫ່ງຊາດ ຄັ້ງທີ XIX.
ກ່າວຄຳເຫັນທີ່ພິທີມອບລາງວັນສື່ມວນຊົນແຫ່ງຊາດ ຄັ້ງທີ XIX, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ເນັ້ນໜັກວ່າ ໃນຕະຫຼອດ 100 ປີປະຫວັດສາດ, ສື່ມວນຊົນປະຕິວັດຫວຽດນາມ ໄດ້ພັດທະນາຢ່າງບໍ່ຢຸດຢັ້ງ, ນັບມື້ນັບເຕີບໃຫຍ່ເຂັ້ມແຂງ, ຢືນຢັນບົດບາດແມ່ນອາວຸດດ້ານການເມືອງ, ວັດທະນະທຳ, ແນວຄິດທີ່ແຫຼມຄົມ, ສໍາຄັນ.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ແລະທ່ານ ຫງວຽນຈ້ອງເຫງັຍ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງພັກ, ໄດ້ມອບລາງວັນໃຫ້ນັກປະພັນ, ກຸ່ມນັກປະພັນທີ່ຍາດໄດ້ລາງວັນ A. ພາບ: qdnd.vn |
ທ່ານນາຍົກລັດຖະມົນຕີ ຖືວ່າ ໃນການເດີນທາງພັດທະນາປະເທດຊາດ, ສື່ມວນຊົນປະຕິວັດມີບົດບາດສຳຄັນເປັນພິເສດ, ສ້າງກໍາລັງໜູນ, ສ້າງແຫຼ່ງບັນດານໃຈ ແລະຄວາມຄາດຫວັງພັດທະນາ, ສ້າງບັນດາຄຸນຄ່າໃໝ່ໃຫ້ແກ່ປະເທດຊາດ; ມຸ່ງໄປເຖິງຄວາມຄາດຫວັງກ່ຽວກັບປະເທດຫວຽດນາມ ເຂັ້ມແຂງແຮງກ້າ, ວັດທະນາຖາວອນ ແລະເຕັມໄປດ້ວຍຄວາມກະລຸນາ; ແຜ່ຂະຫຍາຍຄວາມຄາດຫວັງໃຫ້ໝູ່ປະຊາຊົນທຸກຊັ້ນວັນນະທົ່ວສັງຄົມຢ່າງເລິກເຊິ່ງກວ້າງຂວາງ.
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ກໍ່ຮຽກຮ້ອງສື່ມວນຊົນປະຕິວັດຕ້ອງນໍາໜ້າໃນການກຳແໜ້ນ, ນຳໃຊ້ເຕັກໂນໂລຢີທີ່ທັນສະໄໝເພື່ອຍົກລະດັບປະສິດທິຜົນຂອງສື່ມວນຊົນ; ພ້ອມທັງ, ຕ້ອງເປັນເວທີປາໄສທີ່ເປີດກ້ວາງໃຫ້ປະຊາຊົນສະແດງຄວາມຄິດເຫັນ, ຄວາມມຸ່ງມາດປາດຖະໜາ, ເຂົ້າຮ່ວມການຕິດຕາມກວດກາ ແລະໄຈ້ແຍກຕີລາຄາສັງຄົມ.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ, ທ່ານ ຫງວຽນຈ້ອງເຫງັຍ ແລະນັກປະພັນທີ່ຍາດໄດ້ລາງວັນສື່ມວນຊົນແຫ່ງຊາດ ຄັ້ງທີ XIX ຂອງໜັງສືພິມກອງທັບປະຊາຊົນຫວຽດນາມ ແລະຜູ້ແທນເຂົ້າຮ່ວມພິທີມອບລາງວັນ. ພາບ: qdnd.vn |
ໃນພິທີມອບລາງວັນ, ຄະນະຈັດຕັ້ງໄດ້ມອບ 13 ລາງວັນ A, 27 ລາງວັນ B, ແລະ49 ລາງວັນ C ໃຫ້ແກ່ບັນດານັກປະພັນ, ກຸ່ມນັກປະພັນທີ່ມີບົດຂ່າວອັນດີເດັ່ນ. ໜັງສືພິມກອງທັບປະຊາຊົນຫວຽດນາມ ຍາດໄດ້ 1 ລາງວັນ A ແລະ 1 ລາງວັນ B.
ໂດຍ: ຈາງຫງວຽນ