ທ່ານ ຟ້າມມິງຈິ໊ງ ຕີລາຄາສູງການຮ່ວມມືລົງທຶນກໍ່ຄືການປະກອບສ່ວນແທດຈິງ ແລະມີປະສິດທິຜົນຂອງກຸ່ມບໍລິສັດ HP ຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໃຫ້ຮູ້ວ່າ ລັດຖະບານຫວຽດນາມ ໃຫ້ຄຳໝັ້ນສັນຍາຈະສ້າງທຸກເງື່ອນໄຂສະດວກ, ໃນນັ້ນມີການປະຕິຮູບກົນໄກ, ເພື່ອໃຫ້ນັກລົງທຶນຕ່າງປະເທດ, ໃນນັ້ນມີອາເມລິກາ, ດໍາເນີນທຸລະກິດຢູ່ຫວຽດນາມ ມີປະສິດທິຜົນ, ຮັບປະກັນປະຕິບັດຂໍ້ກໍານົດກົດໝາຍ, ແກ້ໄຂຂໍ້ຕິດຂັດບົນຈິດໃຈຜົນປະໂຫຍດກົມກ່ຽວກັນ, ແບ່ງປັນຄວາມສ່ຽງ, ພ້ອມເຮັດ, ພ້ອມຊະນະ, ພ້ອມພັດທະນາ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຕ້ອນຮັບທ່ານ Antoine Colin ຮອງປະທານຂັ້ນສູງຮັບຜິດຊອບທົ່ວໂລກກ່ຽວກັບການຫັນປ່ຽນດີຈີຕອນ ແລະຕ່ອງໂສ້ການສະໜອງຂອງກຸ່ມບໍລິສັດ HP (ອາເມລິກາ). ພາບ: ສໍານັກຂ່າວສານຫວຽດນາມ

ເຫັນດີເປັນເອກະພາບກັບບັນດາຄໍາຄິດເຫັນຂອງທ່່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ, ທ່ານ Antoine Colin ເຊື່ອໝັ້ນວ່າ ຫວຽດນາມ ແລະອາເມລິກາ ຈະຊອກອອກມາດຕະການກ່ຽວກັບພາສີທີ່ດີໃຫ້ທັງສອງຝ່າຍ ແລະກຸ່ມບໍລິສັດ HP ຈະສະໜັບສະໜູນຫວຽດນາມ ໃນວິວັດການເຈລະຈາ; ເນັ້ນໜັກວ່່າ ຫວຽດນາມ ແມ່ນຕະຫຼາດສໍາຄັນເຊິ່ງກຸ່ມບໍລິສັດ HP ເຊື່ອໝັ້ນວ່າ ຈະບັນລຸໄດ້ຜົນສໍາເລັດ; ຊົມເຊີຍຫວຽດນາມ ບັນລຸໄດ້ລະດັບເຕີບໂຕເສດຖະກິດປະທັບໃຈ; ຕີລາຄາຫວຽດນາມ ພວມຫັນປ່ຽນຢ່າງແຂງແຮງໃນການປະຕິຮູບສິ່ງແວດລ້ອມການລົງທຶນດໍາເນີນທຸລະກິດ ແລະມີກາລະໂອກາດ ເພື່ອຍົກສູງຄວາມແກ່ງແຍ້ງແຫ່ງຊາດ.

ສ່ອງແສງຄືນກ່ຽວກັບພາສີ, ທ່ານ ຟ້າມມິງຈິ໊ງ ໃຫ້ຮູ້ວ່າ ສະພາແຫ່ງຊາດ, ລັດຖະບານຫວຽດນາມ ໄດ້ ແລະພວມສືບຕໍ່ປະກາດໃຊ້ບັນດາກົດໝາຍ, ມະຕິເພື່ອແກ້ໄຂຂໍ້ຕິດຂັດຂອງວິສາຫະກິດ, ນັກລົງທຶນບົນຈິດໃຈໃກ້ກັບຕົວຈິງ, ສອດຄ່ອງກັບທຳນຽມສາກົນ. ທ່ານ ຟ້າມມິງຈິ໊ງ ສະເໜີກຸ່ມບໍລິສັດ HP ສືບຕໍ່ແລກປ່ຽນກັບກະຊວງການເງິນ ແລະບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງໃນວິວັດການສ້າງເອກະສານແນະນໍາ, ໝູນໃຊ້ຂໍ້ກໍານົດລວມໃຫ້ຫຼາຍທີ່ສຸດ ແລະສາມາດມີນະໂຍບາຍພິເສດດ້ວຍຈິດໃຈສົ່ງເສີມໂຄງການລົງທຶນຂະໜາດໃຫຍ່, ເຕັກໂນໂລຢີສູງ, ຖ່າຍທອດເຕັກໂນໂລຢີກ້າວໜ້າ, ທັນສະໄໝ.

ໂດຍ: ໄຊນີດາ