ສະເຫຼີມສະຫຼອງ 100 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ (21-6-1925 / 21-6-2025), ຕອນເຊົ້າວັນທີ 20 ມິຖຸນາ, ທີ່ທໍານຽບປະທານປະເທດ, ທ່ານປະທານປະເທດ ເລືອງເກື່ອງ ພົບປະ, ຍ້ອງຍໍຊົມເຊີຍຜູ້ເຮັດຂ່າວດີເດັ່ນທົ່ວປະເທດ. ນີ້ແມ່ນບັນດາຜູ້ຕາງໜ້າດີເດ່ັນໃຫ້ຜູ້ເຮັດຂ່າວໃນປະເທດເກືອບ 41.000 ຄົນ, ໃນນັ້ນມີບັນດານັກຂ່າວອາວຸໂສດີເດ່ັນ ກໍ່ຄືບັນດານັກຂ່າວປະຈຸບັນພວມປະຕິບັດງານທີ່ມີອຸທິດສ່ວນໃຫ້ພື້ນຖານສື່ມວນຊົນການປະຕິວັດຫວຽດນາມ.

leftcenterrightdel
ທ່ານປະທານປະເທດ ເລືອງເກື່ອງ ກ່າວຄໍາເຫັນທີ່ການພົບປະ, ຍ້ອງຍໍຊົມເຊີຍ ຜູ້ເຮັດຂ່າວດີເດັ່ນ. ພາບ: vov.vn

ຫວນຄືນການຕົ້ນກໍາເນີດ ແລະພັດທະນາຂອງພື້ນຖານສື່ມວນຊົນປະຕິວັດຫວຽດນາມ ໃນ 1 ສະຕະວັດຜ່ານມານັບແຕ່ເມື່ອໜັງສຶພິມ “ຊາວໜຸ່ມ” ໂດຍຜູ້ນຳ ຫງວຽນອ໊າຍກວກ ສ້າງຕັ້ງໄດ້ອອກສະບັບທໍາອິດວັນທີ 21 ມິຖຸນາ 1925, ປະທານປະເທດ ເລືອງເກື່ອງ ຢັ້ງຢືນວ່າ 100 ປີຜ່ານມາ, ຜູ້ເຮັດຂ່າວລຸ້ນຕ່າງໆໄດ້ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ຍາມໃດກໍ່ຮ່ວມເດີນທາງ ແລະມີປະກອບສ່ວນອັນໃຫຍ່ຫຼວງເຂົ້າຜົນງານອັນໃຫຍ່ຫຼວງ, ຍິ່ງໃຫຍ່, ມີຄວາມໝາຍປະຫວັດສາດຂອງປະເທດ.

leftcenterrightdel
ຜູ້ແທນເຂົ້າຮ່ວມການພົບປະຜູ້ເຮັດຂ່າວດີເດັ່ນ. ພາບ: vov.vn

ທ່ານປະທານປະເທດ ເນັ້ນໜັກວ່າ ປະເທດພວມກ້າວເຂົ້າສູ່ສັງກາດໃໝ່, ໃນນັ້ນດ້ວຍພາລະກໍາ, ບົດບາດຂອງຕົນ, ໜັງສຶພິມຍາມໃດກໍ່ຕ້ອງຮ່ວມເດີນທາງຈິດແຈ່ມຕາໃສ ແລະໄວ້ເນື້ອເຊື່ອໃຈ, ຕ້ອງແມ່ນຄົນປະຈັນບານ, ນໍາໜ້າ; ພ້ອມກັນນັ້ນ, ສື່ມວນຊົນຕ້ອງແມ່ນຄົນຄາດຄະເນການເຄື່ອນໄຫວ ແລະພັດທະນາຂອງຊີວິດ. ໃນສະພາບການຄືໃນປະຈຸບັນຕ້ອງຮຽກຮ້ອງສື່ມວນຊົນຕ້ອງໄປທັນກັບທ່າອ່ຽງພັດທະນາ ເພື່ອສ້າງອອກຜະລິດຕະພັນສື່ມວນຊົນມີລັກສະນະເປັນລົມຫາຍໃຈທັນສະໄໝ, ມີກໍາລັງປະດິດສ້າງ, ຊອກຮູ້ໃໝ່ກ່ຽວກັບເນື້ອໃນ ແລະວິທິການສະແດງ.

ປະທານປະເທດສະເໜີບັນດາອົງການສື່ມວນຊົນເປັນເຈົ້າການກໍາແໜ້ນທ່າອ່ຽງສື່ສານທັນສະໄໝ່, ສ້າງອອກຮູບການໃໝ່ຂອງສື່ມວນຊົນປະຕິວັດໃນສະໄໝ່ຫັນປ່ຽນດີຈີຕອນເທື່ອລະກ້າວ: ຂ້າພະເຈົ້າ ສະເໜີບັນດາອົງການສູນກາງ, ທ້ອງຖິ່ນຕາມພາລະບົດບາດ, ໜ້າທີ່ຕ້ອງເປັນເຈົ້າການໃນການສົມທົບກັນຄົ້ນຄວ້າສະເໜີ, ປະຕິບັດກົນໄກ, ນະໂຍບາຍ, ສ້າງເງື່ອນໄຂ ເພື່ອໃຫ້ບັນດານັກຂ່າວ, ຜູ້ເຮັດຂ່າວສາມາດດໍາລົງຊີວິດໄດ້ດ້ວຍອາຊີບ, ຮັກອາຊີບ, ອຸ່ນອ່ຽງໃຈຕິດພັນກັບອາຊີບ. ພ້ອມທັງສືບຕໍ່ເອົາໃຈໃສ່ບໍາລຸງສ້າງ, ສຶກສາ, ຖືເປັນສຳຄັນໃນການນຳໃຊ້, ເຊີຍຊຸຜູ້ເຮັດຂ່າວ, ບັນດານັກຂ່າວໜຸ່ມ, ເພື່ອສ້າງຖັນແຖວຜູ້ເຮັດຂ່າວທີ່ໝົດຈິດໝົດໃຈ, ສຸດອົກສຸດໃຈກັບອາຊີບ, ຕົວຈິງແມ່ນ “ນັກຮົບການປະຕິວັດໃນການຕໍ່ສູ້ດ້ານແນວຄິດ-ວັດທະນະທໍາ” ຄືຄໍາສັ່ງຂອງປະທານໂຮ່ຈີມິນ.

ໂດຍ: ໄຊນີດາ