ທ່ານ ຟ້າມມິງຈິ໊ງ ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນຮ່ວມມືຫຼາຍດ້ານກັບ ຈໍແດນ; ເຕື້ອງເຖິງການພົບປະກັບລາຊະກຸມມານ ຈໍແດນ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຂໍ້ລິເລີ່ມອະນາຄົດອາຊີ ຄັ້ງທີ 8 (ເດືອນຕຸລາ 2024), ໃນນັ້ນ, ສອງຝ່າຍໄດ້ແລກປ່ຽນຫຼາຍມາດຕະການຊຸກຍູ້ການພົວພັນສອງຝ່າຍ.

ທ່ານ ຟ້າມມິງຈິ໊ງ ສະເໜີສອງຝ່າຍສ້າງຕັ້ງບັນດາກົນໄກຮ່ວມມືສອງຝ່າຍໂດຍໄວ, ໃນນັ້ນມີກົນໄກທາບທາມການເມືອງລະຫວ່າງສອງກະຊວງການຕ່າງປະເທດ; ຄົ້ນຄວ້າການເຈລະຈາ, ເຊັນສັນຍາຍົກເວັ້ນວິຊາການທູດ ເພື່ອອຳນວຍຄວາມສະດວກສຳລັບການແລກປ່ຽນຄະນະ ແລະພົບປະແລກປ່ຽນລະຫວ່າງສອງປະເທດ; ຢືນຢັນວ່າ ຫວຽດນາມ ພ້ອມແລ້ວຮ່ວມມືດ້ານກະສິກຳ ແລະໜູນຊ່ວຍ ຈໍແດນ ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ; ຮ່ວມມືການຫັນປ່ຽນດີຈີຕອນ.

leftcenterrightdel
 
leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພົບປະກັບທ່ານ Abdullah II bin Al-Hussein ເຈົ້າກະສັດ ຈໍແດນ. ພາບ: VGP

ເຈົ້າກະສັດ ຈໍແດນ Abdullah II bin Al-Hussein ຊົມເຊີຍບັນດາຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ, ພ້ອມທັງປາດຖະໜາຢາກສອງຝ່າຍເພີ່ມທະວີການຮ່ວມມືດ້ານວິທະຍາສາດ-ເຕັກໂນໂລຢີ, ບຳລຸງສ້າງຊັບພະຍາກອນມະນຸດ, ຮ່ວມມືໃນແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກທີ່ຕົກຄ້າງຫຼັງສົງຄາມ.

ເນື່ອງໃນໂອກາດນີ້, ການນຳສອງທ່ານ ກໍ່ແລກປ່ຽນກ່ຽວກັບການເພີ່ມທະວີການປະສານສົມທົບກັນຢູ່ບັນດາເວທີປາໄສຫຼາຍຝ່າຍ ກໍ່ຄືບັນດາບັນຫາສາກົນ ແລະພາກພື້ນຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີການສະເໜີ ຈໍແດນ ສືບຕໍ່ສະໜັບສະໜູນຫຼັກໝັ້ນຂອງອາຊຽນ ແລະຫວຽດນາມ ກ່ຽວກັບການແກ້ໄຂບັນດາຂໍ້ຂັດແຍ່ງກັນໂດຍສັນຕິວິທີ ແລະຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລຢູ່ທະເລຕາເວັນອອກ, ສອດຄ່ອງກັບກົດໝາຍສາກົນ.

ໂດຍ: ແສງເດືອນ