ປະທານສະພາແຫ່ງຊາດ ຕ້ອນຮັບເອກອັກຄະລັດຖະທູດ ອົດສະຕາລີ
ກປ.ອອນໄລ - ຕອນບ່າຍວັນທີ 9 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ໄດ້ຕ້ອນຮັບທ່ານນາງ Gillian Bird ເອກອັກຄະລັດຖະທູດອົດສະຕາລີ ເນື່ອງໃນໂອກາດເລີ່ມປະຕິບັດໜ້າທີ່ການທູດຢູ່ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານນາງ Gillian Bird ຢືນຢັນວ່າ ລັດຖະບານອົດສະຕາລີ ຖືຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສໍາຄັນໃນຍຸດທະສາດເສດຖະກິດອາຊີຕາເວັນອອກສ່ຽງໃຕ້ ຮອດປີ 2040; ພ້ອມທັງຢັ້ງຢືນວ່າ ສະພາແຫ່ງຊາດອົດສະຕາລີ ຍາມໃດກໍ່ຖືເປັນສໍາຄັນການພົວພັນຮ່ວມມືກັບສະພາແຫ່ງຊາດຫວຽດນາມ.
    |
 |
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານນາງ Gillian Bird ເອກອັກຄະລັດຖະທູດ ອົດສະຕາລີ. ພາບ: ຟ້າມຖັ໋ງ. |
ໂດຍຮູ້ສຶກເປັນກຽດທີ່ໄດ້ຮັບເຊີນເຂົ້າຮ່ວມພິທີເປີດກອງປະຊຸມສະໄໝສາມັນສະພາແຫ່ງຊາດ ເມື່ອບໍ່ດົນມານີ້, ທ່ານນາງ Gillian Bird ໃຫ້ຮູ້ວ່າ ທ່ານນາງຮູ້ສຶກປະທັບໃຈຕໍ່ວາລະກອງປະຊຸມພ້ອມກັບຄວາມມານະພະຍາຍາມໃນປັດຈຸບັນຂອງສະພາແຫ່ງຊາດຫວຽດນາມ ໃນການປະຕິຮູບລະບອບລະບຽບການ, ສັບຊ້ອນກົງຈັດການຈັດຕັ້ງໃຫ້ກະທັດຮັດ, ສ້າງສະພາບແວດລ້ອມດ້ານກົດໝາຍທີ່ສະດວກກວ່າ.
ທ່ານປະທານສະພາແຫ່ງຊາດ ຕີລາຄາສູງເລື່ອງອົດສະຕາລີ ພວມຜັນຂະຫຍາຍຍຸດທະສາດເສດຖະກິດອາຊີຕາເວັນອອກສ່ຽງໃຕ້ ຮອດປີ 2040; ສະເໜີໃຫ້ສອງປະເທດຊຸກຍູ້ການຮ່ວມມືດ້ານເສດຖະກິດຢ່າງມີປະສິດທິຜົນ, ສືບຕໍ່ເປີດກວ້າງຕະຫຼາດ, ມຸ່ງໄປເຖິງເປົ້າໝາຍນຳວົງເງິນການຄ້າສອງຝ່າຍຂຶ້ນເປັນ 20 ຕື້ໂດລາສະຫະລັດ ແລະເພີ່ມຂຶ້ນທົບສອງເທົ່າການລົງທຶນສອງຝ່າຍ. ທ່ານປະທານສະພາແຫ່ງຊາດ ສະເໜີໃນໄລຍະຈະມາເຖິງ, ສະພາແຫ່ງຊາດສອງປະເທດສືບຕໍ່ແລກປ່ຽນຄະນະຜູ້ແທນ, ແບ່ງປັນບົດຮຽນໃນການສ້າງກົດໝາຍ ກໍຄືຕິດຕາມກວດກາການປະຕິບັດບັນດາຂໍ້ຕົກລົງຂັ້ນສູງຂອງສອງປະເທດ.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: ຟ້າມຖັ໋ງ. |
ທ່ານ ເຈິ່ນແທັງເໝິນ ຕີລາຄາສູງບັນດາໂຄງການໜູນຊ່ວຍຂອງອົດສະຕາລີ ທີ່ພວມໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າໃນຂົງເຂດຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ເຂດທົ່ງພຽງແມ່ນ້ຳຂອງ ແລະຮຽກຮ້ອງໃຫ້ອົດສະຕາລີ ສືບຕໍ່ເອົາໃຈໃສ່ໜູນຊ່ວຍຫວຽດນາມ ກໍ່ສ້າງພື້ນຖານໂຄງລ່າງທີ່ຈໍາເປັນ. ທ່ານປະທານສະພາແຫ່ງຊາດ ຕີລາຄາສູງຄວາມເອົາໃຈໃສ່, ໜູນຊ່ວຍຂອງລັດຖະບານອົດສະຕາລີ ໃຫ້ແກ່ປະຊາຄົມຊາວຫວຽດນາມ ປະມານ 350.000 ຄົນທີ່ພວມດຳລົງຊີວິດ ແລະຮ່ຳຮຽນຢູ່ອົດສະຕາລີ; ສະເໜີໃຫ້ທ່ານນາງ Gillian Bird ເປັນຂົວຕໍ່, ມີສຽງເວົ້າອັນຕັ້ງໜ້າ ເພື່ອໃຫ້ອົດສະຕາລີ ສືບຕໍ່ອໍານວຍຄວາມສະດວກໃຫ້ແກ່ປະຊາຄົມຊາວຫວຽດນາມ ດຳລົງຊີວິດ, ເຊື່ອມໂຍງ ແລະພັດທະນາ.
ໂດຍ: ໄຊຊະນະ