ເວທີປາໄສການເງິນ ແລະເສດຖະກິດສີຂຽວ (Blue Economy and Finance Forum) ແມ່ນເຫດການພິເສດທີ່ດຳເນີນໃນຂອບເຂດຂອງ UNOC 3, ໂດຍລັດຖະບານ ໂມນາໂກ ຈັດຕັ້ງໃນລະຫວ່າງວັນທີ 7-8 ມິຖຸນາ. ເວທີປາໄສໄດ້ມີການເຂົ້າຮ່ວມຂອງບັນດາປະມຸກລັດ, ຜູ້ນໍາລັດ, ລັດຖະບານຂອງບັນດາປະເທດ ພ້ອມກັບບັນດານັກຊ່ຽວຊານ, ນັກວາງແຜນນະໂຍບາຍ ແລະຜູ້ນຳບັນດາກຸ່ມບໍລິສັດເສດຖະກິດໃຫຍ່ທີ່ມາຈາກທົ່ວໂລກ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ກ່າວຄຳເຫັນທີ່ເວທີປາໄສການເງິນ ແລະເສດຖະກິດສີຂຽວຂອງກອງປະຊຸມ UNOC 3. ພາບ: ສໍານັກຂ່າວສານຫວຽດນາມ

ໃນຖານະທີ່ເປັນແຂກສຳຄັນຂອງເວທີປາໄສ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ມີບົດກ່າວຄຳເຫັນສໍາຄັນທີ່ວາລະປະຊຸມຄົບຄະນະກ່ຽວກັບການຮັບປະກັນການບໍລິຫານ ແລະການເງິນມະຫາສະໝຸດແບບຍືນຍົງ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກເຖິງຄວາມສຳຄັນພິເສດຂອງເວທີປາໄສແມ່ນ “ເວທີປາໄສຂອງຈິດໃຈສາມັກຄີ, ເຊິ່ງເປັນບ່ອນເພື່ອບັນດາປະເທດ ແລະພາກເອກະຊົນພ້ອມກັນລົງທຶນເພື່ອສ້າງເສດຖະກິດມະຫາສະໝຸດຄືນໃໝ່”. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ແຕ່ລະປະເທດ, ປະເທດຊາດ, ເຖິງວ່າຈະແຕກຕ່າງກັນກ່ຽວກັບລະບອບລະບຽບການການເມືອງ, ລະດັບການພັດທະນາເສດຖະກິດ, ສີສັນວັດທະນະທຳ, ສັງຄົມ, ແຕ່ມີພາລະກໍາລວມແມ່ນ “ພ້ອມກັນຮັກສາ, ປົກປັກຮັກສາມະຫາສະໝຸດສີຟ້າໃນປະຈຸບັນ ແລະໃນອະນາຄົດ” ເພື່ອໃຫ້ມະຫາສະໝຸດເປັນບ່ອນດຳລົງຊີວິດ ແລະການພັດທະນາແບບຍືນຍົງ.

ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ຢືນຢັນຄຳໝັ້ນສັນຍາຢ່າງແຂງແຮງຂອງຫວຽດນາມ ຍາມໃດກໍ່ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ພ້ອມທີ່ຈະຮ່ວມເດີນທາງກັບຄວາມມານະພະຍາຍາມທົ່ວໂລກປົກປັກຮັກສາມະຫາສະໝຸດ; ເປັນຄູ່ຮ່ວມມືທີ່ຕັ້ງໜ້າ, ພ້ອມທີ່ຈະເຂົ້າຮ່ວມ ແລະນຳພາໃນກົນໄກຮ່ວມມືບົນທະເລ ແລະເປັນຄູ່ຮ່ວມມືທີ່ມີຄວາມຮັບຜິດຊອບ, ພ້ອມທີ່ຈະປະກອບສ່ວນເຂົ້າໃນບັນດາຂໍ້ລິເລີ່ມດ້ານການເງິນສີຂຽວທີ່ຍຸຕິທຳ ແລະຍືນຍົງ.

leftcenterrightdel
ສະເດັດເຈົ້າ ໂມນາໂກ Albert II ຕ້ອນຮັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເຂົ້າຮ່ວມກອງປະຊຸມມະຫາສະໝຸດສະຫະປະຊາຊາດ ຄັ້ງທີ 3. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄຳເຫັນທີ່ປິດກອງປະຊຸມ, ທ່ານ Emmanuel Macron ປະທານາທິບໍດີ ຝຣັ່ງ ຕີລາຄາສູງຄວາມມານະພະຍາຍາມຂອງບັນດາປະເທດໃນການປົກປັກຮັກສາມະຫາສະໝຸດ, ໃນນັ້ນມີ ຫວຽດນາມ ໄດ້ແບ່ງປັນ ແລະຫວນຄືນທັດສະນະຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ, ການນຳບັນດາປະເທດທີ່ເຂົ້າຮ່ວມເວທີປາໄສ ເນັ້ນໜັກວ່າ: ການປົກປັກຮັກສາມະຫາສະໝຸດບໍ່ພຽງແຕ່ແມ່ນບັນຫາສິ່ງແວດລ້ອມເທົ່ານັ້ນຫາກຍັງແມ່ນບັນຫາການເມືອງ, ເສດຖະກິດ, ວິທະຍາສາດ ແລະຈັນຍາບັນອີກດ້ວຍ. ສິ່ງສຳຄັນແມ່ນທຸກປະເທດ, ທຸກອັດຕະພາບ, ບັນດາວິສາຫະກິດ, ນັກວິທະຍາສາດ ແລະປະຊາຊົນທຸກຊັ້ນວັນນະລ້ວນແຕ່ຕ້ອງຮ່ວມແຮງຮ່ວມໃຈກະທໍາ.

ສິ້ນສຸດເວທີປາໄສ, ສະເດັດເຈົ້າ ໂມນາໂກ Albert II ຢືນຢັນວ່າ, ກອງປະຊຸມເປັນເວລາ 2 ວັນ ໄດ້ເປັນສັກຂີພິຍານຄຳໝັ້ນສັນຍາຢ່າງຈະແຈ້ງ, ຕັ້ງໜ້າທີ່ຈາກບັນດາປະເທດດ້ວຍບັນດາມາດຕະການຢ່າງລະອຽດໃນການບໍລິຫານມະຫາສະໝຸດແບບຍືນຍົງດ້ວຍບັນດາເຄື່ອງມືທີ່ເໝາະສົມ.

ໂດຍ: ຈາງຫງວຽນ