ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບປະທານຮັບຜິດຊອບຝ່າຍບໍລິຫານທົ່ວໂລກ, ກຸ່ມບໍລິສັດ Qualcomm
ກປ.ອອນໄລ - ວັນທີ 10 ມິຖຸນາ, ທີ່ສຳນັກງານສູນກາງພັກ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Alex Rogers ປະທານຮັບຜິດຊອບຝ່າຍບໍລິຫານທົ່ວໂລກ, ກຸ່ມບໍລິສັດ Qualcomm.
ທີ່ການຕ້ອນຮັບ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຊົມເຊີຍ ແລະຕີລາຄາສູງຜົນສຳເລັດໃນບັນດາໂຄງການລົງທຶນຂອງ Qualcomm ຢູ່ ຫວຽດນາມ, ຊົມເຊີຍກຸ່ມບໍລິສັດ Qualcomm ຮັກສາ ແລະເພີ່ມທະວີການລົງທຶນໃນບັນດາໂຄງການທີ່ກໍາລັງຜັນຂະຫຍາຍ, ພ້ອມທັງ ເປີດກວ້າງໄປສູ່ຂົງເຂດທີ່ Qualcomm ມີທ່າແຮງ ແລະຫວຽດນາມ ມີຄວາມຕ້ອງການ, ຄື: ເຕັກໂນໂລຢີສູງ, ປັນຍາປະດິດ, ເຄິ່ງຊັກນໍາໄຟຟ້າ, ພື້ນຖານໂຄງລ່າງດີຈີຕອນ, ຜ່ານນັ້ນ ປະກອບສ່ວນນໍາຫວຽດນາມ ກາຍເປັນສູນກ່ຽວກັບ AI, ເຄິ່ງຊັກນໍາໄຟຟ້າຂອງພາກພື້ນ ແລະທົ່ວໂລກ.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ ຕ້ອນຮັບທ່ານ Alex Rogers ປະທານຮັບຜິດຊອບຝ່າຍບໍລິຫານທົ່ວໂລກ, ກຸ່ມບໍລິສັດ Qualcomm. ພາບ: qdnd.vn |
ທ່ານເລຂາທິການໃຫຍ່ ສະເໜີກຸ່ມບໍລິສັດ Qualcomm ເພີ່ມທະວີການຮ່ວມມືກັບວິສາຫະກິດຫວຽດນາມ, ຍູ້ແຮງການຖ່າຍທອດເຕັກໂນໂລຢີ, ໜູນຊ່ວຍ, ແບ່ງປັນປະສົບການໃຫ້ແກ່ບັນດາຄູ່ຮ່ວມມືຫວຽດນາມ ເພື່ອຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດດ້ານວິທະຍາສາດ-ເຕັກໂນໂລຢີ, ໜູນຊ່ວຍວິສາຫະກິດຫວຽດນາມ ເຂົ້າຮ່ວມລະບົບຕ່ອງໂສ້ມູນຄ່າທົ່ວໂລກ. ພ້ອມກັນນັ້ນ, ທ່ານເລຂາທິການໃຫຍ່ ສະເໜີທ່ານ Alex Rogers ແລະບັນດາວິສາຫະກິດອາເມລິກາ ທີ່ລົງທຶນ ແລະດຳເນີນທຸລະກິດຢູ່ຫວຽດນາມ ສືບຕໍ່ສະໜັບສະໜູນ ເພື່ອໃຫ້ການເຈລະຈາສອງຝ່າຍບັນລຸໄດ້ໝາກຜົນໂດຍໄວ, ປະກອບສ່ວນຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນພັດທະນາຢ່າງເປັນປົກກະຕິ, ຍືນຍົງ, ຕອບສະໜອງຜົນປະໂຫຍດຂອງປະຊາຊົນ ແລະວິສາຫະກິດຂອງສອງປະເທດ.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn |
ສ່ວນທ່ານ Alex Rogers ສະແດງຄວາມຂອບອົກຂອບໃຈຕໍ່ທ່ານເລຂາທິການໃຫຍ່ ທີ່ໄດ້ສະຫຼະເວລາຕ້ອນຮັບຄະນະ, ທ່ານໃຫ້ຮູ້ວ່າ ຈຸດປະສົງຂອງການຢ້ຽມຢາມໃນຄັ້ງນີ້ແມ່ນເພື່ອສະເໜີຕົວສູນຄົ້ນຄວ້າ ແລະ ພັດທະນາປັນຍາປະດິດ (AI R&D) ຢູ່ຮ່າໂນ້ຍ. ນີ້ແມ່ນໜຶ່ງໃນສາມສູນຄົ້ນຄວ້າຢູ່ນອກອາເມລິກາ ຂອງກຸ່ມ Qualcomm. ທ່ານຕີລາຄາວ່າ, ລະດັບຄວາມຮູ້ຂອງນັກຊ່ຽວຊານດ້ານ AI ຂອງຫວຽດນາມ ໃນປະຈຸບັນແມ່ນຢູ່ໃນທອັບ 20 ໃນໂລກ, ດ້ວຍຈໍານວນນັກຊ່ຽວຊານຫຼວງຫຼາຍ, ໄດ້ຮັບການຝຶກອົບຮົມຢ່າງມີແບບມີແຜນທັງຢູ່ພາຍໃນ ແລະຕ່າງປະເທດ. ນີ້ແມ່ນຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງເພື່ອໃຫ້ ຫວຽດນາມ ກາຍເປັນສູນກ່ຽວກັບ AI ແລະເຄິ່ງຊັກນໍາໄຟຟ້າຂອງພາກພື້ນ.
ທ່ານ Alex Rogers ໃຫ້ຮູ້ວ່າ ກຸ່ມບໍລິສັດ Qualcomm, ດ້ວຍປະສົບການກວ່າ 20 ປີ ເຄື່ອນໄຫວຢູ່ຫວຽດນາມ, ມີການຮ່ວມມືເປັນຢ່າງດີກັບຄູ່ຮ່ວມມືທີ່ມີທ່າແຮງໃນ 2 ຂົງເຂດດັ່ງກ່າວ, ພ້ອມແລ້ວທີ່ຈະຮ່ວມມືກັບບັນດາວິສາຫະກິດຫວຽດນາມ ເພື່ອກໍ່ສ້າງ ແລະພັດທະນາລະບົບນິເວດເຄິ່ງຊັກນໍາໄຟຟ້າ ແລະປັນຍາປະດິດຢູ່ຫວຽດນາມ; ພ້ອມທັງ, ກໍໃຫ້ຄຳໝັ້ນສັນຍາສືບຕໍ່ລົງທຶນເຂົ້າຫວຽດນາມ ຫຼາຍຕື່ມອີກ, ໃນນັ້ນມີການບຳລຸງສ້າງຜູ້ທີ່ມີຄວາມເກັ່ງກ້າສາມາດໃຫ້ຫວຽດນາມ ໃນການພັດທະນາປັນຍາປະດິດທົ່ວໂລກ, ປະກອບສ່ວນເຂົ້າໃນການພັດທະນາຂອງຫວຽດນາມ ແລະການພົວພັນລະຫວ່າງຫວຽດນາມ - ອາເມລິກາ.
ໂດຍ: ທູຈາງ