ແບ່ງປັນກັບນັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍາ ພະນົມເປັນ, ທ່ານ Uch Leang ຮັກສາການຫົວໜ້າກົມຄົ້ນຄວ້າອາຊີ-ອາຟະຣີກາ ແລະຕາເວັນອອກກາງ, ສະຖາບັນການພົວພັນສາກົນກໍາປູເຈຍ, ສະພາມະຫາບັນດິດແຫ່ງລາຊະອານາຈັກກໍາປູເຈຍ (RAC) ຖືວ່າ ໃນວຽກງານຂອງອາຊຽນ, ຫວຽດນາມ ຮັກສາບົດບາດໄດ້ດີທີ່ສຸດໃນການຮັກສາສະຖຽນລະພາບ, ຍືນຍົງ ແລະພັດທະນາຂອງອົງການຈັດຕັ້ງພາກພື້ນນີ້.

ຊ່ຽວຊານ RAC ໄດ້ອ້າງຫຼັກຖານໃນທ້າຍເດືອນມີນາ ຜ່ານມາວ່າ, ຫວຽດນາມ ໄດ້ອຸປະຖໍາຢ່າງຮີບດ່ວນ ແລະວ່ອງໄວໃນການຈັດສົ່ງກໍາລັງກູ້ຊີບໄປປະຕິບັດພາລະກໍໍາມະນຸດສະທໍາພາຍຫຼັງເກີດເຫດແຜ່ນດິນໄຫວຢູ່ມຽນມາ ເຊິ່ງເປັນປະເທດສະມາຊິກຂອງອາຊຽນ. ໃນການພົວພັນກັບກໍາປູເຈຍ, ຫວຽດນາມ ຍາມໃດກໍ່ຮັກສາການພົວພັນ “ບ້ານໃກ້ເຮືອນຄຽງທີ່ດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ຍືນຍົງຍາວນານ” ລະຫວ່າງສອງປະເທດ.

ຕາມຊ່ຽວຊານ Uch Leang ແລ້ວ, ໃນສະພາບການເຄັ່ງຕຶງຄືໃນປະຈຸບັນທີ່ກ່ຽວຂ້ອງເຖິງບັນດາບັນຫາຊາຍແດນລະຫວ່າງກໍາປູເຈຍ ແລະໄທ ພາຍຫຼັງເກີດເຫດຍິງປືນໃນວັນທີ 28 ພຶດສະພາ ຜ່ານມາ, ຝ່າຍຫວຽດນາມ ໄດ້ຮຽກຮ້ອງໃຫ້ສອງຝ່າຍມານະພະຍາຍາມແກ້ໄຂໂດຍສັນຕິວິທີ ຜ່ານການໄກ່ເກຍ, ເຈລະຈາ. ລະອຽດແມ່ນ, ໃນຖະແຫຼງການໃນວັນທີ 29 ພຶດສະພາ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ສະແດງຄວາມເຊື່ອໝັ້ນຕໍ່ທຸກຄວາມບໍ່ລົງລອຍກັນ ທີ່ບັນດາຝ່າຍຈະໄດ້ແກ້ໄຂຜ່ານການເຈລະຈາ ແລະໂດຍສັນຕິວິທີ, ສອດຄ່ອງກັບຂໍ້ຕົກລົງຂອງສອງປະເທດ, ຈິດໃຈສາມັກຄີອາຊຽນ ແລະກົດໝາຍສາກົນ. ຄັດສະເໜີທັດສະນະດັ່ງກ່າວຂອງຫວຽດນາມ, ຊ່ຽວຊານກໍາປູເຈຍ ເນ້ັນໜັກວ່າ: “ສິ່ງເຫຼົ່ານັ້ນ ອີກເທື່ອໜຶ່ງໄດ້ສະແດງໃຫ້ເຫັນຈິດໃຈເປັນເຈົ້າການ, ຕັ້ງໜ້າ ແລະມີຄວາມຮັບຜິດຊອບຂອງຫວຽດນາມ ຕໍ່ກັບອາຊຽນ ເວົ້າສະເພາະ ກໍ່ຄືບັນດາບັນຫາພາກພື້ນ ແລະສາກົນເວົ້າລວມ”.

leftcenterrightdel
ທ່ານ Uch Leang ຮັກສາການຫົວໜ້າກົມຄົ້ນຄວ້າອາຊີ-ອາຟະຣີກາ ແລະຕາເວັນອອກກາງ, ສະຖາບັນການພົວພັນສາກົນກໍາປູເຈຍ, ສະພາມະຫາບັນດິດແຫ່ງລາຊະອານາຈັກກໍາປູເຈຍ (RAC). ພາບ: ສໍານັກຂ່າວສານຫວຽດນາມ

ໃນການໃຫ້ສໍາພາດຕໍ່ນັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍາພະນົມເປັນ ຫວ່າງແລ້ວນີ້, ທ່ານ ປອ Kao Kim Hourn, ເລຂາທິການໃຫຍ່ອາຊຽນ ໄດ້ໃຫ້ຂໍ້ສັງເກດວ່າ ຫວຽດນາມ ແມ່ນປ່ຽງຕໍ່ສໍາຄັນກ່ຽວກັບການເມືອງ, ການທູດ, ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທໍາ, ສັງຄົມ, ຈາກນັ້ນຊ່ວຍໃຫ້ອາຊຽນ ມີຄວາມໝັ້ນຄົງເຂັ້ມແຂງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະຂະຫຍັນຂັນເຄື່ອນກວ່າອີກ.

ແບ່ງປັນທັດສະນະດັ່ງກ່າວ, ທ່ານ Puy Kea ປະທານສະໂມສອນນັກຂ່າວກໍາປູເຈຍ (CCJ) ເນັ້ກໜັກຢ່າງລະອຽດວ່າໃນ 10 ປະເທດສະມາຊິກອາຊຽນ, ຫວຽດນາມ ແມ່ນປະເທດທີ່ມີພົນລະເຮືອນຫຼາຍອັນດັບທີສາມ, ຖັດຈາກ ອິນໂດເນເຊຍ ແລະຟິລິບປິນ. ຕໍ່ມາ, ທ່ານ ກໍ່ໃສ່ໃຈວ່າ ຫວຽດນາມ ແມ່ນປະເທດມີປະຫວັດສາດອັນຍາວນານທີ່ກ່ຽວຂ້ອງເຖິງບັນຫາພູມສາດການເມືອງພາກພື້ນ ແລະການຕໍ່ສູ້ຕ້ານບາງປະເທດມະຫາອໍານາດ; ພ້ອມທັງແມ່ນປະເທດບ້ານໃກ້ເຮືອນຄຽງກັບຈີນ.

ແຕ່ແງ່ມູມນັ້ນ, ປະທານ CCJ ໃຫ້ຂໍ້ສັງເກດວ່າໃນສະພາບການໂລກຄືໃນປະຈຸບັນ, ບັນດາປະເທດໃຫຍ່ພວມມີບັນຫານຳກັນ, ໃນຂະນະນັ້ນ ຢູ່ອາຊຽນ, ຫວຽດນາມ ຕັ້ງຢູ່ທີ່ຕັ້ງພູມສາດການເມືອງທີ່ສໍາຄັນຍິ່ງ, ທັງອາເມລິກາ ແລະຈີນ ລ້ວນແຕ່ສົນໃຈ. ຍ້ອນສະພາບການປະຫວັດສາດຜູກມັດຄືແນວນ້ັນ, ຫວຽດນາມ ຈຶ່ງມີສຽງເວົ້າສໍາຄັນທີ່ສຸດໃນຂອບເຂດອາຊຽນ, ທັງດ້ານເສດຖະກິດ, ການເມືອງ ແລະບັນຫາຕ່າງໆ.

ກ່ຽວກັບວຽກງານພາຍໃນຂອງອາຊຽນ, ນັກຂ່າວຄົນກໍາປູເຈຍ ໃສ່ໃຈວ່າ ດ້ວຍຫຼັກການເຫັນດີເຫັນພ້ອມ, ທຸກການຕັດສິນໃຈທີ່ອົງການຈັດຕັ້ງພາກພື້ນນີ້ ຮອງຮັບເອົາລ້ວນແຕ່ຕ້ອງການມີຄວາມເຫັນດີເປັນເອກະພາບຂອງ 10 ປະເທດສະມາຊິກທັງໝົດ. ຕາມທ່ານແລ້ວ, ຫວຽດນາມ ແລະບັນດາປະເທດອື່ນລ້ວນແຕ່ມີບົດບາດສໍາຄັນແຕ່ວ່າໃນໄລຍະມໍ່ໆມານີ້, ການນໍາບັນດາປະເທດໃຫຍ່ໃນໂລກ, ຄື: ອາເມລິກາ, ຈີນ, ຝລ່ັງ, ລັດເຊຍ... ໄດ້ໄປຢ້ຽມຢາມຫວຽດນາມ ຢ່າງຕໍ່ເນື່ອງດ້ວຍຫຼາຍຮູບການ ຄືຢ້ຽມຢາມເຮັດວຽກ, ຢ້ຽມຢາມຢ່າງເປັນທາງການ ແລະຢ້ຽມຢາມທາງລັດຖະກິດ.

ແຕ່ແງ່ມູູມນັ້ນ, ນັກວິເຄາະ Puy Kea ໃຫ້ຂໍ້ສັງເກດວ່າ: “ເລື່ອງໃຫ້ຄວາມສຳຄັນຫວຽດນາມ ກໍ່ລວມມີທັງອາຊຽນພ້ອມ, ມີຄວາມໝາຍໜູນຊ່ວຍ, ເພີ່ມເຕີມໃຫ້ແກ່ກັນ. ຄຽງຂ້າງກັນນັ້ນ, ອາຊຽນກໍ່ມີການພົວພັນຮ່ວມມືກັບບັນດາປະເທດກຳລັງພັດທະນາ ຫຼື ບັນດາປະເທດອື່ນໆ, ໃນນັ້ນມີກໍາປູເຈຍ ແລະລາວ. ທັງໝົດລວມເຂົ້າກັນ, ຍິ່ງມີຄວາມສໍາຄັນ, ມີລັກສະນະເພີ່ມເຕີມ, ຊ່ວຍເຫຼືອກັນໃຫ້ແກ່ທັງພາກພື້ນ”.

ມີປະສົບການໄດ້ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ເກືອບ 3 ທົດສະວັດ, ນັກຂ່າວ Puy Kea ຖືວ່າ ຫວຽດນາມ ກໍ່ຄືບັນດາປະເທດຕ່າງໆ ຍາມໃດກໍ່ມີວິໄສທັດກ່ຽວກັບວິທີການເຄື່ອນໄຫວ ແລະທິດເດີນຂອງອາຊຽນ, ກໍ່ຄືມາດຕະການຮ່ວມສຳພັນໃນຂົງເຂດເສດຖະກິດ ແລະການຄ້າ, ເຊິ່ງແມ່ນເລື່ອງເປັນຕາຍຂອງປະຊາຊົນທຸກຖ້ວນໜ້າ.

ຕາມທ່ານ Puy Kea, ຕາມປົກກະຕິແລ້ວ, ສຽງເວົ້າຂອງແຕ່ລະປະເທດກັບທັດສະນະ, ວິໄສທັດແຕກຕ່າງກັນ ຍາມໃດກໍ່ໄດ້ຮັບການເອົາໃຈໃສ່, ຖືເປັນສໍາຄັນຢູ່ທຸກທີ່ທຸກເວລາ. ແລະຢູ່ທີ່ຕ້ັງຂອງປະເທດບ້ານໃກ້ເຮືອນຄຽງກັບຈີນ, ຫວຽດນາມ ມີວິໄສທັດສໍາຄັນໃນບັນຫາຕ່າງໆ, ລວມມີເລື່ອງຊອກຫາມາດຕະການໃຫ້ແກ່ບັນຫາການຂັດແຍ້ງກັນຢູ່ທະເລຕາເວັນອອກ. ຈາກແງ່ມູມນັ້ນ, ປະທານ CCJ ເນັ້ນໜັກວ່າ: “ນີ້ກໍ່ແມ່ນບັນຫາທີ່ຫວຽດນາມ ໄດ້ຍົກອອກເປັນປະຈໍາ, ສະແດງໃຫ້ເຫັນມາດຕະການລວມຂອງອາຊຽນ ໃນທຸກເວທີປາໄສ”.

ໂດຍ: ໄຊນີດາ