ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຟ້າມມິງຈິ໊ງ ເນັ້ນໜັກວ່າ ເຂດທະເລຂອງອາຊຽນ ພວມປະເຊີນໜ້າກັບສິ່ງທ້າທາຍຢ່າງຮ້າຍແຮງ, ຄື: ການປ່ຽນແປງຂອງດິນຟ້າອາກາດ, ນ້ຳທະເລຂຶ້ນສູງ, ການສູນເສຍຊີວະນາໆພັນ, ມົນລະພິດທາງທະເລ, ການຂຸດຄົ້ນສິນທະເລຫຼາຍເກີນໄປ, ຄວາມເຄັ່ງຕຶງທາງດ້ານພູມສາດການເມືອງ... ເພື່ອແກ້ໄຂສິ່ງທ້າທາຍດັ່ງກ່າວ, ທ່ານ ຟ້າມມິງຈິ໊ງ ໄດ້ແບ່ງປັນ 4 ການກໍານົດທິດບຸລິມະສິດຂອງບັນດາປະເທດອາຊຽນ, ລວມມີ: ການປົກປັກຮັກສາທະເລ ແລະມະຫາສະໝຸດຍາມໃດກໍ່ຕ້ອງແມ່ນເຂດແຫ່ງສັນຕິພາບ, ການຮ່ວມມືພັດທະນາ ແລະຄວາມຮັບຜິດຊອບລວມ; ຊຸກຍູ້ການສະສົມວິທີເຂົ້າເຖິງທົ່ວໂລກທະລຸ ແລະຄວາມມານະພະຍາຍາມຂອງພາກພື້ນໃນການຄຸ້ມຄອງທະເລ, ມະຫາສະໝຸດ; ກຳນົດທະເລ ແລະມະຫາສະໝຸດເປັນກຳລັງໜູນຫຼັກແຫຼ່ງຂອງການພັດທະນາວັດທະນາຖາວອນ; ແລະຮຽກຮ້ອງໃຫ້ຍູ້ແຮງການຄຸ້ມຄອງມະຫາສະໝຸດໂລກໃຫ້ຫຼາຍກວ່າອີກ, ອີງໃສ່ການຮ່ວມມືແທນທີ່ການແກ່ງແຍ້ງ, ເພື່ອແນໃສ່ຍູ້ໄວວິວັດທະນາການປະຕິບັດເປົ້າໝາຍພັດທະນາແບບຍືນຍົງ ເລກທີ 14. ທ່ານນາຍົກລັດຖະມົນຕີ ຢັ້ງຢືນຄືນໃໝ່ທັດສະນະຂອງອາຊຽນ ກ່ຽວກັບການເຊີດຊູຄຸນຄ່າຂອງສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ແລະສັນຍາປະຕິບັດສົນທິສັນຍາ; ຢືນຢັນວ່ານີ້ແມ່ນຂອບນິຕິກໍາຮອບດ້ານທີ່ດັດປັບບັນດາການເຄື່ອນໄຫວຢູ່ທະເລ ແລະມະຫາສະໝຸດ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາເຫັນທີ່ວາລະຄົບຄະນະກອງປະຊຸມມະຫາສະໝຸດ ສະຫະປະຊາຊາດ ຄັ້ງທີ 3. ພາບ: ສໍານັກຂ່າວສານຫວຽດນາມ

ຕໍ່ໄປ, ດ້ວຍບົດບາດທີ່ເປັນຜູ້ຕາງໜ້າຂອງຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ປະຊາຄົມໂລກ ຄວນກະທໍາໄວກວ່າ, ເຂັ້ມແຂງກວ່າ, ຂ້ຽວຂາດກວ່າອີກ ແລະມີການສ່ວນຮ່ວມຂອງບັນດາປະເທດ, ພາກພື້ນ ແລະທົ່ວໂລກ ໃນການອະນຸລັກຮັກສາ ແລະນຳໃຊ້ມະຫາສະໝຸດສີຂຽວແບບຍືນຍົງ. ທ່ານນາຍົກລັດຖະມົນຕີ ສະເໜີ 6 ການກໍານົດທິດຈຸດສຸມ, ລວມມີ: ເອົາໃຈໃສ່ເຖິງພື້ນຖານວິທະຍາສາດ ຕິດພັນກັບປະສົບການພື້ນເມືອງໃນການວາງແຜນນະໂຍບາຍ; ຊຸກຍູ້ວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ການຫັນເປັນດີຈີຕອນ, ສ້າງກໍາລັງໜູນໃໝ່ໃຫ້ການພັດທະນາເສດຖະກິດທະເລແບບຍືນຍົງ; ທະລຸລ່ວງ, ລະດົມ ແລະ ນຳໃຊ້ແຫຼ່ງກຳລັງໃຫ້ການພັດທະນາເສດຖະກິດທາງທະເລແບບຍືນຍົງຢ່າງມີປະສິດທິຜົນ; ເຂົ້າເຖິງແບບສັງລວມ, ຫຼາຍຂະແໜງການໃນການຄຸ້ມຄອງທະເລ ແລະມະຫາສະໝຸດ; ຊຸກຍູ້ການເຊື່ອມຕໍ່ລະຫວ່າງພາກພື້ນ, ປະເທດ, ທະວີບ, ສ້າງເຄືອຂ່າຍບັນດາສູນເສດຖະກິດທະເລສີຂຽວຂອງພາກພື້ນ ແລະທົ່ວໂລກ; ເຊີດຊູຄຄວາມສາມັກຄີ, ການຮ່ວມມືສາກົນໃນການອະນຸລັກຮັກສາ, ພັດທະນາທະເລ ແລະມະຫາສະໝຸດແບບຍືນຍົງ.

ທ່ານນາຍົກລັດຖະມົນຕີ ກໍ່ເນັ້ນໜັກວ່າ ຫວຽດນາມ ໄດ້ ແລະພວມສົມທົບກັບຄູ່ຮ່ວມມືຕ່າງໆເພື່ອກະທໍາຢ່າງຮອບດ້ານ ແລະເຂັ້ມແຂງ ແລະໃນຫຼາຍລະດັບແຕກຕ່າງກັນ ເພື່ອຫັນເປົ້າໝາຍອະນຸລັກຮັກສາ ແລະນຳໃຊ້ສິ່ງແວດລ້ອມທະເລແບບຍືນຍົງ (SDG 14) ໃຫ້ປະກົດຜົນເປັນຈິງ ບົນຈິດໃຈ “3 ເປັນເຈົ້າການ”: ເປັນເຈົ້າການຜັນຂະຫຍາຍນະໂຍບາຍ, ໂຄງການເພື່ອພັດທະນາບັນດາຂະແໜງເສດຖະກິດທະເລສີຂຽວ, ຟື້ນຟູລະບົບນິເວດທະເລ; ເປັນເຈົ້າການຊຸກຍູ້ການຮ່ວມມື, ຄູ່ຮ່ວມມື ກັບບັນດາປະເທດ, ອົງການຈັດຕັ້ງສາກົນ, ຝ່າຍຕ່າງໆທີ່ກ່ຽວຂ້ອງ, ພິເສດແມ່ນໃນການແບ່ງປັນຄວາມຮູ້ ແລະຖ່າຍທອດເຕັກໂນໂລຢີ; ເປັນເຈົ້າການສະເໜີ ແລະຕັ້ງໜ້າເຂົ້າຮ່ວມ ແລະຜັນຂະຫຍາຍບັນດາຂໍ້ລິເລີ່ມໃນລະດັບຊາດ, ພາກພື້ນ ແລະ ສາກົນ.

ໃນຕອນທ້າຍຂອງບົດກ່າວປາໄສ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຍົກອອກສານທີ່ວ່າ “ພວກເຮົາຈົ່ງພ້ອມກັນກະທໍາ, ສາມັກຄີກັນ, ມີຄວາມຮັບຜິດຊອບ, ເປັນເຈົ້າການ ແລະມີຫົວຄິດປະດິດສ້າງ ເພື່ອໃຫ້ມະຫາສະໝຸດຈະເປັນເຂດແຫ່ງສັນຕິພາບ, ການຮ່ວມມື, ພັດທະນາ ແລະຄວາມຈະເລີນຮຸ່ງເຮືອງຂອງຄົນລຸ້ນປັດຈຸບັນ ແລະອະນາຄົດ”.

* ໃນວາລະເຂົ້າຮ່ວມກອງປະຊຸມ UNOC 3, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Abdul Latif Rashid ປະທານາທິບໍດີອີຣັກ ໄດ້ເປັນປະທານຮ່ວມກອງປະຊຸມສຸດຍອດກ່ຽວກັບເຂດທົ່ງພຽງທີ່ໄດ້ຮັບຜົນສະທ້ອນຈາກການປ່ຽນແປງຂອງດິນຟ້າອາກາດ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

* ວັນທີ 9 ມິຖຸນາ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການພົບປະກັບທ່ານ Antonio Guterres ເລຂາທິການໃຫຍ່ ສປຊ. ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນ ແລະສະໜັບສະໜູນບົດບາດໃຈກາງຂອງ ສປຊ ໃນການຄຸ້ມຄອງທ່ົວໂລກ, ພ້ອມທັງເນັ້ນໜັກວ່າ ຫວຽດນາມ ຈະສືບຕໍ່ສະໜັບສະໜູນລັດທິຫຼາຍຝ່າຍ, ກົດໝາຍສາກົນ, ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມທ່ົວໂລກ ເພື່ອຊຸກຍູ້ການເຈລະຈາ ແລະການຮ່ວມມື,  ປະຕິຮູບສະຫະປະຊາຊາດ ຕາມທິດມີປະສິດທິຜົນ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ພົບປະກັບທ່ານ Antonio Guterres ເລຂາທິການໃຫຍ່ ສະຫະປະຊາຊາດ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສະຫະປະຊາຊາດ ສືບຕໍ່ໜູນຊ່ວຍຫວຽດນາມ ໃນການເພີ່ມທະວີການພັດທະນາເສດຖະກິດທະເລ, ຍົກສູງຄວາມສາມາດຕ້ານທານ, ຮັບມືກັບໄພທຳມະຊາດ, ປັບຕົວໃຫ້ເໝາະສົມກັບການປ່ຽນແປງຂອງດິນຟ້າອາກາດ ແລະການຫັນປ່ຽນພະລັງງານ. ສ່ວນທ່ານ Antonio Guterres ຕີລາຄາວ່າ ຫວຽດນາມ ແມ່ນແບບຢ່າງຂອງສັນຕິພາບ ແລະການພັດທະນາແບບຍືນຍົງ; ພ້ອມກັນນັ້ນ, ເຫັນດີເປັນເອກະສັນຕໍ່ກັບວິໄສທັດ ແລະວິທີການເຂົ້າເຖິງ "ທົ່ວປວງຊົນ, ຮອບດ້ານ" ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໃນການແກ້ໄຂບັນຫາທົ່ວໂລກໃນປະຈຸບັນ.

* ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມມະຫາສະໝຸດສະຫະປະຊາຊາດ ຄັ້ງທີ 3 ຢູ່ນະຄອນ Nice, ປະເທດຝລັ່ງ, ວັນທີ 9 ມິຖຸນາ ຕາມເວລາທ້ອງຖິ່ນ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການພົບປະກັບທ່ານ Emmanuel Macron ປະທານາທິບໍດີຝລັ່ງ.

ເມື່ອແລກປ່ຽນກ່ຽວກັບບັນຫາການຮ່ວມມືສອງຝ່າຍ, ການນຳສອງປະເທດ ສະແດງຄວາມຕັດສິນໃຈນໍາການພົວພັນລະຫວ່າງສອງປະເທດພັດທະນາເຂັ້ມແຂງກວ່າເກົ່າ, ກາຍເປັນຂົວຕໍ່ຂອງກັນຢູ່ແຕ່ລະພາກພື້ນອາຊີ - ເອີລົບ. ທາງດ້ານເສດຖະກິດ - ການຄ້າ - ການລົງທຶນ, ທ່ານ ຟ້າມມິງຈິິ໊ງ ໄດ້ເຕື້ອງເຖິງ “3 ຄວາມຫຼາກຫຼາຍ”, ຄື: ຫັນຕະຫຼາດເປັນຫຼາຍຮູບຫຼາຍແບບ, ຫັນຕ່ອງໂສ້ການສະໜອງເປັນຫຼາຍຮູບບຫຼາຍແບບ ແລະຫັນສິນຄ້າເປັນຫຼາຍຮູບບຫຼາຍແບບ; ສະເໜີໃຫ້ຝ່າຍຝລັ່ງ ສົມທົບກັນຢ່າງແໜ້ນແຟ້ນກັບຫວຽດນາມ ໃນການຊຸກຍູ້ການຄ້າສອງຝ່າຍ ແລະເປີດປະຕູຕະຫຼາດໃຫ້ກັນໃຫ້ຫຼາຍກວ່າອີກ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ພົບປະກັບທ່ານ Emmanuel Macron ປະທານາທິບໍດີຝລັ່ງ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີ ກໍສະເໜີໃຫ້ຝ່າຍຝະລັ່ງ ສືບຕໍ່ເອົາໃຈໃສ່ ແລະຮັບຮອງເອົາບັນດາຂັ້ນຕອນ, ລະບຽບການກ່ຽວກັບການປະຕິບັດສຳເລັດການໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນຫວຽດນາມ - ອີຢູ (EVIPA) ແລະຊຸກຍູ້ຄະນະກໍາມະການເອີລົບ ຍົກເລີກ “ບັດເຫຼືອງ” ຂອງ IUU ສໍາລັບສິນໃນນໍ້າຂອງຫວຽດນາມ ໂດຍໄວ.

ທ່ານນາຍົກລັດຖະມົນຕີ ຍັງສະເໜີຝລັ່ງ ໜູນຊ່ວຍຫວຽດນາມ ຍົກສູງກໍາລັງຄວາມສາມາດໃນຂົງເຂດຍຸດທະສາດ, ຄື: ການບິນອະວະກາດ, ດາວທຽມ, ເຕັກໂນໂລຢີພະລັງງານ, ເຕັກໂນໂລຢີຊີວະພາບ, ອຸດສາຫະກຳເຕັກໂນໂລຢີດີຈີຕອນ, ເຕັກໂນໂລຢີເຄິ່ງຊັກນໍາໄຟຟ້າ, ເຕັກໂນໂລຢີກວນເຕີມ, ພັດທະນາພື້ນຖານໂຄງລ່າງດີຈີຕອນ, ເສດຖະກິດດີຈີຕອນ.

ການນຳສອງທ່ານ ຍັງໄດ້ປຶກສາຫາລືກ່ຽວກັບບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເຫັນດີສົມທົບຢ່າງແໜ້ນແຟ້ນໃນການຊຸກຍູ້ການຮ່ວມມືກັບພາກພື້ນອາຟຣີກາ, ຕາເວັນອອກກາງ ແລະອາເມລິກາລາຕິນ. ສອງຝ່າຍເນັ້ນໜັກເຖິງຄຳໝັ້ນສັນຍາສະໜັບສະໜູນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມເສລີໃນການບິນ ແລະການເດີນທະເລຢູ່ທະເລຕາເວັນອອກ ທີ່ສອດຄ່ອງກັບກົດໝາຍສາກົນ, ເປັນຕົ້ນແມ່ນ UNCLOS 1982.

ໂດຍ: ທູຈາງ