ຫວຽດນາມ ແບ່ງປັນບົດຮຽນປະສົບການໃນການກູ້ຊ່ວຍໄພພິບັດ
ກປ.ອອນໄລ - ໃນລະຫວ່າງວັນທີ 4-5 ມິຖຸນາ, ຢູ່ໂກລົມບີ, ສີລັງກາ, ຫວຽດນາມ ພ້ອມກັບສີລັງກາ ແລະບັງກະລາເທດ ໄດ້ເປັນປະທານຮ່ວມກອງປະຊຸມ ຄັ້ງທີ 23 ກຸ່ມກາງສະໄໝຂອງເວທີປາໄສພາກພື້ນອາຊຽນ (ARF) ກ່ຽວກັບການກູ້ຊ່ວຍໄພພິບັດແບບເຊິ່ງໜ້າ ແລະທາງອອນລາຍ.
    |
 |
ກອງປະຊຸມ ຄັ້ງທີ 23 ກຸ່ມກາງສະໄໝ ຂອງເວທີປາໄສພາກພື້ນອາຊຽນ (ARF) ກ່ຽວກັບການກູ້ຊ່ວຍໄພພິບັດໄດ້ດໍາເນີນແບບເຊິ່ງໜ້າ ແລະທາງອອນລາຍ. ພາບ: ສໍານັກຂ່າວສານຫວຽດນາມ |
ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ສຸມໃສ່ກວດກາຄືນກ່ຽວກັບການຮ່ວມມືກູ້ຊ່ວຍໄພພິບັດໃນພາກພື້ນ. ຕໍ່ໜ້າສະພາບດິນຟ້າອາກາດທີ່ຜິດປົກກະຕິ, ຄວາມສ່ຽງຈາກໄພທຳມະຊາດ, ພາຍຸ, ໄພນໍ້າຖ້ວມນັບມື້ນັບເພີ່ມຂຶ້ນທັງດ້ານຄວາມຖີ່ ແລະລະດັບຄວາມຮຸນແຮງ, ບັນດາຜູ້ແທນໄດ້ເຫັນດີ ຕ້ອງການສືບຕໍ່ຊຸກຍູ້ການຮ່ວມມືໃນພາກພື້ນ, ບຸລິມະສິດການສ້າງ ແລະຍົກສູງກໍາລັງຄວາມສາມາດ, ຄວາມກຽມພ້ອມຮັບມື, ຫຼຸດຜ່ອນຄວາມສ່ຽງ, ເພີ່ມທະວີປະສິດທິຜົນການສົມທົບລະຫວ່າງກອງທັບ ແລະພົນລະເຮືອນໃນການກູ້ຊ່ວຍມະນຸດສະທໍາ.
    |
 |
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ຄັ້ງທີ 23 ກຸ່ມກາງສະໄໝຂອງເວທີປາໄສພາກພື້ນອາຊຽນ (ARF) ກ່ຽວກັບການກູ້ຊ່ວຍໄພພິບັດ. ພາບ: ສໍານັກຂ່າວສານຫວຽດນາມ |
ໃນຖານະເປັນປະທານຮ່ວມຂອງກອງປະຊຸມ, ຄະນະຜູ້ແທນຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມການປະສານງານ ແລະຍົກອອກຫຼາຍການກໍານົດທິດສຳຄັນ, ເນັ້ນໜັກເຖິງຄວາມຈໍາເປັນຕ້ອງເພີ່ມທະວີການສົມທົບ ແລະຄວາມສະໜິດຕິດພັນລະຫວ່າງບັນດາກົນໄກພາກພື້ນເຂົ້າຮ່ວມວຽກງານກູ້ຊ່ວຍໄພພິບັດ, ຮັບປະກັນການເພີ່ມເຕີມ ແລະໜູນຊ່ວຍເຊິ່ງກັນ ແລະກັນ; ເພີ່ມທະວີການສົມທົບກັນເຄື່ອນໄຫວລະຫວ່າງບັນດາປະເທດ ເມື່ອຜັນຂະຫຍາຍການເຄື່ອນໄຫວກູ້ຊ່ວຍສາກົນ, ໃນນັ້ນມີການຄົ້ນຄວ້າ ແລະເຊື່ອມຕໍ່ການເຄື່ອນໄຫວຝຶກຊ້ອມຢູ່ ARF ຄືນໃໝ່...
ຜູ້ຕາງໜ້າບັນດາກະຊວງ, ຄື: ກະຊວງປ້ອງກັນປະເທດ, ກະຊວງຕໍາຫຼວດ, ກະຊວງກະສິກຳ ແລະສິ່ງແວດລ້ອມຫວຽດນາມ ໄດ້ແບ່ງປັນບົດຮຽນປະສົບການ, ການປະຕິບັດຕົວຈິງທີ່ດີຂອງຫວຽດນາມ ໃນການຍົກສູງຄວາມສາມາດກຽມພ້ອມຮັບມືກັບການກູ້ຊ່ວຍສຸກເສີນ, ພ້ອມທັງຍົກອອກຫຼາຍຂໍ້ສະເໜີແນະທີ່ສໍາຄັນ ເພື່ອແນໃສ່ເພີ່ມທະວີການຮ່ວມມືໃນພາກພື້ນ.
ໂດຍ: ທູຈາງ