ທ່ານ ຟ້າມມິງຈີ້ງ ຊົມເຊີຍບັນດາຜົນງານທີ່ປະເທດ ຝຣັ່ງ ບັນລຸໄດ້ພາຍໃຕ້ການນຳພາຂອງທ່ານ Emmanuel Macron, ໃນນັ້ນ ມີການຈັດຕັ້ງກອງປະຊຸມ UNOC 3 ປະສົບຜົນສໍາເລັດ; ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນບົດບາດເປັນເຈົ້າພາບຂອງຝຣັ່ງ.
ທ່ານ Emmanuel Macron ເຊື່ອໝັ້ນວ່າ ການໄປປະຕິບັດງານຄັ້ງນີ້ຂອງທ່ານ ຟ້າມມິງຈີ້ງ ຈະປະກອບສ່ວນຊຸກຍູ້ການຜັນຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ໃນການຢ້ຽມຢາມຫວຽດນາມ ທີ່ຜ່ານມາຂອງທ່ານປະທານາທິບໍດີ ຢ່າງແທດຈິງ.
    |
 |
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ແລະທ່ານ Emmanuel Macron ປະທານາທິບໍດີ ຝຣັ່ງ. ພາບ: ສໍານັກຂ່າວສານຫວຽດນາມ. |
ການນຳສອງທ່ານສະແດງຄວາມຕັດສິນໃຈນໍາການພົວພັນສອງປະເທດໃຫ້ພັດທະນາຢ່າງແຂງແຮງກວ່າອີກ, ກາຍເປັນຂົວຕໍ່ໃຫ້ກັນຢູ່ແຕ່ລະພາກພື້ນອາຊີ - ເອີລົບ. ສອງຝ່າຍເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ, ເພື່ອແນໃສ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ກວດກາ ແລະຊຸກຍູ້ບັນດາຂໍ້ຕົກລົງຮ່ວມມືຢ່າງບໍ່ຢຸດຢັ້ງ.
ກ່ຽວກັບເສດຖະກິດ-ການຄ້າ-ການລົງທຶນ, ທ່ານນາຍົກລັດຖະມົນຕີ ສະເໜີ ຝຣັ່ງ ສົມທົບກັນຢ່າງແໜ້ນແຟ້ນກັບຫວຽດນາມ ໃນການຊຸກຍູ້ການຄ້າສອງຝ່າຍ ແລະເປີດປະຕູກວ່າອີກຕະຫຼາດໃຫ້ກັນ, ໂດຍສະເພາະແມ່ນໃນສະພາບການເສດຖະກິດໂລກມີການຜັນແປຢ່າງສັບສົນຫຼາຍຢ່າງ.
ເພື່ອເສີມຂະຫຍາຍບົດບາດເປັນເສົາຄ້ຳຮ່ວມມືໃໝ່ຂອງວິທະຍາສາດ-ເຕັກໂນໂລຊີໃນການພົວພັນຫວຽດນາມ-ຝຣັ່ງ, ທ່ານ ຟ້າມມິງຈີ້ງ ຖືວ່າສອງປະເທດຕ້ອງຜັນຂະຫຍາຍຢ່າງມີປະສິດທິຜົນສັນຍາລະຫວ່າງລັດຖະບານກ່ຽວກັບການຮ່ວມມືດ້ານວິທະຍາສາດ-ເຕັກໂນໂລຊີ ແລະນະວັດຕະກຳ; ສະເໜີ ຝຣັ່ງ ໜູນຊ່ວຍຫວຽດນາມ ຍົກສູງກຳລັງຄວາມສາມາດໃນຂົງເຂດຍຸດທະສາດ ຄື: ການບິນອາວະກາດ, ດາວທຽມ, ເຕັກໂນໂລຊີພະລັງງານ, ເຕັກໂນໂລຊີຊີວະພາບ, ອຸດສາຫະກຳເຕັກໂນໂລຊີດີຈີຕອນ, ເຕັກໂນໂລຊີ Semiconductor, ເຕັກໂນໂລຊີ quantum, ພັດທະນາພື້ນຖານໂຄງລ່າງດີຈີຕອນ, ເສດຖະກິດດີຈີຕອນ.
ການນຳສອງທ່ານ ຍັງໄດ້ປຶກສາຫາລືກ່ຽວກັບບັນດາບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເຫັນດີສົມທົບກັນຢ່າງແໜ້ນແຟ້ນໃນການຊຸກຍູ້ການຮ່ວມມືກັບບັນດາພາກພື້ນອາຟຣີກາ, ຕາເວັນອອກກາງ ແລະອາເມລິກາລາຕິນ. ສອງຝ່າຍເນັ້ນໜັກເຖິງຄຳໝັ້ນສັນຍາສະໜັບສະໜູນການຮັກສາສັນຕິພາບ, ສະຖຽນລະພາບ, ສິດເສລີໃນການບິນ ແລະການເດີນທະເລຢູ່ທະເລຕາເວັນອອກ ທີ່ສອດຄ່ອງກັບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS).
    |
 |
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Francois Bayrou ນາຍົກລັດຖະມົນຕີ ຝຣັ່ງ. ພາບ: ສໍານັກຂ່າວສານຫວຽດນາມ. |
* ຕອນເຊົ້າວັນທີ 10 ມິຖຸນາ, ຕາມເວລາທ້ອງຖິ່ນ, ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ແລະຄະນະປະຕິບັດງານ ໄດ້ອອກຈາກນະຄອນ Nice ເພື່ອສືບຕໍ່ດຳເນີນການເຄື່ອນໄຫວສອງຝ່າຍກັບຝຣັ່ງ ຢູ່ ປາຣີ. ຕອນບ່າຍວັນດຽວກັນ, ທີ່ ວັງ Matignon ຢູ່ນະຄອນຫຼວງປາຣີ, ທ່ານ ຟ້າມມິງຈີ້ງ ໄດ້ມີການພົົບປະສອງຝ່າຍກັບທ່ານ Francois Bayrou ນາຍົກລັດຖະມົນຕີ ຝຣັ່ງ.
ທ່ານ ຟ້າມມິງຈີ້ງ ຢັ້ງຢືນວ່າ ການຮ່ວມມືລະຫວ່າງສອງປະເທດ ມີຄວາມສາມາດບົ່ມຊ້ອນພັດທະນາ, ໂດຍສະເພາະແມ່ນໃນບັນດາຂົງເຂດຮ່ວມມືທີ່ ຝຣັ່ງ ມີທ່າແຮງ ແລະຫວຽດນາມ ມີຄວາມຕ້ອງການ, ຄື: ການບິນອາວະກາດ, ການຄົມມະນາຄົມຕົວເມືອງ, ພະລັງງານນິວເຄຼຍ, ເຕັກໂນໂລຊີການຜະລິດ...
    |
 |
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ພົບປະສອງຝ່າຍກັບທ່ານ Francois Bayrou ນາຍົກລັດຖະມົນຕີ ຝຣັ່ງ. ພາບ: ສໍານັກຂ່າວສານຫວຽດນາມ. |
ການນຳສອງທ່ານ ຢັ້ງຢືນວ່າຈະສົມທົບກັນຢ່າງແໜ້ນແຟ້ນ ແລະຜັນຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ໃນການຢ້ຽມຢາມຂອງການນຳຂັ້ນສູງສອງປະເທດຢ່າງມີປະສິດທິຜົນ. ສອງຝ່າຍເນັ້ນໜັກວ່າ ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບແມ່ນເສົາຄ້ຳສຳຄັນໃນການພົວພັນລະຫວ່າງສອງປະເທດ. ກ່ຽວກັບເສດຖະກິດ, ການຄ້າ ແລະການລົງທຶນ, ສອງຝ່າຍຢັ້ງຢືນຄວາມຕັດສິນໃຈສ້າງບາດກ້າວບຸກທະລຸໃນການເສີມຂະຫຍາຍບັນດາຈຸດຄ້າຍຄືກັນກ່ຽວກັບການຄ້າເສລີ, ເປີດກວ້າງຕະຫຼາດໃຫ້ກັນ, ຫຼຸດຜ່ອນການເພິ່ງພາອາໄສຕໍ່ຝ່າຍທີສາມ ແລະຮັກສາສະຖຽນລະພາບຂອງຕ່ອງໂສ້ການສະໜອງທົ່ວໂລກ.
ການນຳສອງທ່ານຍັງໄດ້ປຶກສາຫາລືກ່ຽວກັບບັນດາບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ແບ່ງປັນທັດສະນະກ່ຽວກັບຄວາມສາມັກຄີສາກົນ, ການມີສ່ວນຮ່ວມໃນການແກ້ໄຂບັນຫາທົ່ວໂລກ, ແກ້ໄຂຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ເຄົາລົບກົດໝາຍ, ສະໜັບສະໜູນເສລີພາບ...
    |
 |
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ແລະທ່ານ Francois Bayrou ນາຍົກລັດຖະມົນຕີ ຝຣັ່ງ ເປັນສັກຂີພິຍານພິທີລົງນາມບົດບັນທຶກຊ່ວຍຈໍາລະຫວ່າງສະພາມະຫາບັນດິດວິທະຍາສາດ ແລະເຕັກໂນໂລຊີຫວຽດນາມ ແລະຄະນະກຳມາທິການພະລັງງານປະລະມານູ ແລະພະລັງງານທົດແທນຝຣັ່ງ. ພາບ: ສໍານັກຂ່າວສານຫວຽດນາມ. |
ກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍຢັ້ງຢືນຄວາມສໍາຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ສິດເສລີໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ ບົນພື້ນຖານເຄົາລົບກົດໝາຍ, ໂດຍສະເພາະແມ່ນ UNCLOS 1982, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, UNCLOS 1982, ບໍ່ນຳໃຊ້ກໍາລັງອາວຸດ ຫຼື ນາບຂູ່ນຳໃຊ້ກຳລັງອາວຸດ.
ສິ້ນສຸດການພົບປະສອງຝ່າຍ, ສອງນາຍົກລັດຖະມົນຕີ ໄດ້ເປັນສັກຂີພິຍານພິທີລົງນາມ ແລະແລກປ່ຽນບົດບັນທຶກຊ່ວຍຈໍາລະຫວ່າງສະພາມະຫາບັນດິດວິທະຍາສາດ ແລະເຕັກໂນໂລຊີຫວຽດນາມ ແລະຄະນະກຳມາທິການພະລັງງານປະລະມານູ ແລະພະລັງງານທົດແທນຝຣັ່ງ; ຂໍ້ຕົກລົງຮ່ວມມືສາມຝ່າຍລະຫວ່າງກົມທໍລະນີສາດ ແລະບໍ່ແຮ່ຫວຽດນາມ, ກົມຄົ້ນຄວ້າທໍລະນີສາດ ແລະແຮ່ທາດຝຣັ່ງ BRGM ແລະອົງການພັດທະນາຝຣັ່ງ AFD ກ່ຽວກັບການຄຸ້ມຄອງຊັບພະຍາກອນແຮ່ທາດແບບຍືນຍົງ ແລະເພີ່ມທະວີຄວາມຮູ້ທາງດ້ານທໍລະນີສາດໃຫ້ແກ່ການຫັນປ່ຽນພະລັງງານ.
* ຕອນບ່າຍວັນທີ 10 ມິຖຸນາ, ຢູ່ນະຄອນຫຼວງປາຣີ, ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ໄດ້ຕ້ອນຮັບທ່ານ Fabien Roussel ເລຂາທົ່ວປະເທດພັກກອມມູນິດຝຣັ່ງ.
    |
 |
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ຕ້ອນຮັບທ່ານ Fabien Roussel ເລຂາທົ່ວປະເທດພັກກອມມູນິດຝຣັ່ງ. ພາບ: ສໍານັກຂ່າວສານຫວຽດນາມ. |
ທ່ານ ຟ້າມມິງຈີ້ງ ແລະທ່ານ Fabien Roussel ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ການພົວພັນຫວຽດນາມ - ຝຣັ່ງ ນັບມື້ນັບພັດທະນາຢ່າງດີງາມນັບແຕ່ເມື່ອຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.
ສອງຝ່າຍກໍ່ຕີລາຄາສູງຜົນການຮ່ວມມືລະຫວ່າງສອງພັກ. ທ່ານ ຟ້າມມິງຈີ້ງ ສະເໜີໃຫ້ພັກກອມມູນິດສອງປະເທດ ສືບຕໍ່ເພີ່ມທະວີການຮ່ວມມື, ຮັກສາການແລກປ່ຽນຄະນະຜູ້ແທນ, ແບ່ງປັນຂໍ້ມູນຂ່າວສານ, ແລກປ່ຽນບົດຮຽນໃນການກໍ່ສ້າງພັກ, ສົມທົບກັນຢ່າງແໜ້ນແຟ້ນຢູ່ເວທີປາໄສຫຼາຍຝ່າຍຂອງບັນດາພັກການເມືອງ..., ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການພົວພັນຫວຽດນາມ - ຝຣັ່ງ.
ໂດຍ: ໄຊຊະນະ