ເນື່ອງໃນໂອກາດນີ້, ທ່ານ Darius Gaidys ເອກອັກຄະລັດຖະທູດ ລິດວາ ປະຈໍາ ສິງກະໂປ ແລະຫວຽດນາມ ໄດ້ຕອບສໍາພາດຕໍ່ນັກຂ່າວສໍານັກຂ່າວສານຫວຽດນາມ ກ່ຽວກັບບັນດາເນື້ອໃນທີ່ກ່ຽວຂ້ອງເຖິງການຢ້ຽມຢາມ ແລະການພົວພັນຮ່ວມມືສອງປະເທດ.

leftcenterrightdel
ທ່ານ Darius Gaidys ເອກອັກຄະລັດຖະທູດ ລິດວາ ປະຈໍາ ສິງກະໂປ ແລະຫວຽດນາມໃຫ້ສຳພາດຕໍ່ນັກຂ່າວສໍານັກຂ່າວສານຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ຂໍທ່ານເອກອັກຄະລັດຖະທູດແບ່ງປັນຄວາມໝາຍ ແລະຈຸດສຸມຂອງການຢ້ຽມຢາມຫວຽດນາມ ໃນຄັ້ງນີ້ຂອງທ່ານ Gitanas Nauseda ປະທານາທິບໍດີ ສາທາລະນະລັດ ລິດວາ ພ້ອມດ້ວຍພັນລະຍາ?

ໂດຍຫ່າງຈາກນີ້ 3 ປີ, ລັດຖະບານ ລິດວາ ໄດ້ຮອງຮັບເອົາຍຸດທະສາດມະຫາສະໝຸດອິນເດຍ-ປາຊີຟິກ, ສະແດງໃຫ້ເຫັນຄໍາໝັ້ນສາຢ່າງແຂງແຮງ ແລະເປັນເຈົ້າການຂອງພວກຂ້າພະເຈົ້າຕໍ່ກັບພາກພື້ນນີ້. ໃນຂອບເຂດຍຸດທະສາດນັ້ນ, ພວກຂ້າພະເຈົ້າມານະພະຍາຍາມຊຸກຍູ້ການພົວພັນກັບບັນດາປະເທດໃນພາກພື້ນ, ໃນນັ້ນ ມີຫວຽດນາມ.

ການຢ້ຽມຢາມຄັ້ງນີ້ຂອງທ່ານປະທານາທິບໍດີ ລິດວາ ມີຄວາມໝາຍພິເສດ-ນີ້ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທໍາອິດໃນປະຫວັດສາດຂອງປະມຸກລັດລິດວາ. ການຢ້ຽມຢາມໄດ້ສຸມໃສ່ເຂົ້າໃນການເພີ່ມທະວີການຮ່ວມມືດ້ານການເມືອງ ແລະຊຸກຍູ້ການພົວພັນເສດຖະກິດ-ການຄ້າຢ່າງແຂງແຮງ.

ໜຶ່ງໃນບັນດາຈຸດເນັ້ນຂອງການຢ້ຽມຢາມແມ່ນເວທີປາໄສວິສາຫະກິດລິດວາ - ຫວຽດນາມ ທີ່ຈັດຕ້ັງຢູ່ໂຮງແຮມ Melia. ທ່ານປະທານາທິບໍດີ ລິດວາ ຈະກ່າວຄໍາເຫັນໄຂເວທີປາໄສ ແລະສົ່ງສານທີ່ມີຄວາມໝາຍຫຼາຍສະບັບ. ມີວິສາຫະກິດ ລິດວາ ຫຼາຍແຫ່ງ, ໃນນັ້ນ  ມີບັນດາລັດວິສາຫະກິດທີ່ເຄື່ອນໄຫວໃນຂົງເຂດທ່າກຳປັ່ນ ແລະພະລັງງານ, ກໍ່ຈະເຂົ້າຮ່ວມເຫດການນີ້.

ຕາມທ່ານເອກອັກຄະລັດຖະທູດແລ້ວ, ຄວາມສາມາດບົ່ມຊ້ອນໃນການຮ່ວມມືດ້ານເສດຖະກິດສອງປະເທດໄດ້ຫັນເປັນບັນດາໂຄງການລະອຽດຄືແນວໃດ?

ຕາມຂໍ້ມູນສະຖິຕິໄດ້ສະແດງໃຫ້ເຫັນວ່າວົງເງິນການຄ້າສອງຝ່າຍລະຫວ່າງສອງປະເທດພວມເຕີບໂຕຢ່າງຕັ້ງໜ້າ, ທັງສິນຄ້າ ແລະການບໍລິການ. ເຖິງຢ່າງໃດກໍ່ຕາມ, ແຫຼ່ງເງິນທຶນສອງສົ້ນຍັງຈໍາກັດຫຼາຍ-ນີ້ແມ່ນຂົງເຂດຍັງມີຄວາມສາມາດບົ່ມຊ້ອນຫຼາຍເພື່ອພັດທະນາ.

ດ້ວຍຖານະທີ່ເປັນສະມາຊິກຂອງອີຢູ, ລິດວາ ເຊື່ອໝ້ັນວ່າສອງປະເທດສາມາດໝູນໃຊ້ບັນດາກົນໄກຄື ສັນຍາການຄ້າເສລີຫວຽດນາມ-ອີຢູ (EVFTA) ແລະສັນຍາປົກປ້ອງການລົງທຶນ (EVIPA). ພວກຂ້າພະເຈົ້າຫວັງວ່າ ການຢ້ຽມຢາມຂອງທ່ານປະທານາທິບໍດີຈະເປັນແຮງຜັກດັນຢ່າງແຂງແຮງເພື່ອຊຸກຍູ້ການຄ້າສອງຝ່າຍ.

ທ່ານເອກອັກຄະລັດຖະທູດໃຫ້ຂໍ້ສັງເກດຄືແນວໃດກ່ຽວກັບທ່ີຕ້ັງຂອງຫວຽດນາມ ໃນນະໂຍບາຍການຕ່າງປະເທດຂອງອີຢູ ເວົ້າລວມ ແລະຂອງ ລິດວາ ເວົ້າສະເພາະ?

ຫວຽດນາມ ແມ່ນຄູ່ຮ່ວມມືສໍາຄັນຂອງ ລິດວາ ໃນພາກພື້ນ. ພວກຂ້າພະເຈົ້າໄດ້ແບ່ງປັນມູນຄ່າລວມຫຼາຍຢ່າງ, ໂດຍສະເພາະແມ່ນການເຄົາລົບກົດໝາຍສາກົນ ແລະຄວາມເປັນລະບຽບຮຽບຮ້ອຍຂອງສາກົນໂດຍອີງໃສ່ກົດໝາຍ.

ພວກຂ້າພະເຈົ້າເຂົ້າໃຈ ແລະແບ່ງປັນທັດສະນະຂອງຫວຽດນາມ ທີ່ກ່ຽວຂ້ອງເຖິງສະພາບການຂອງທະເລຕາເວັນອອກ. ລິດວາ ຍາມໃດກໍ່ເຄົາລົບສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982, ຢ້ັງຢືນວ່າ ຄວາມເສລີໃນການເດີນເຮືອ ແລະຄວາມໝັ້ນຄົງຢູ່ທະເລຕ້ອງອີງໃສ່ກົດໝາຍສາກົນ-ນີ້ແມ່ນຜົນປະໂຫຍດລວມຂອງທັງສອງປະເທດ.

ຫວຽດນາມ ພວມຊຸກຍູ້ການຫັນປ່ຽນສີຂຽວ ແລະຫັນປ່ຽນດີຈີຕອນດ້ວຍຫຼາຍເປົ້າໝາຍສໍາຄັນ. ທ່ານເອກອັກຄະລັດຖະທູດຕີລາຄາຄືແນວໃດກ່ຽວກັບການກໍານົດທິດນີ້ຂອງຫວຽດນາມ?

ຫວ່າງແລ້ວນີ້, ຂ້າພະເຈົ້າພ້ອມກັບເອກອັກຄະລັດຖະທູດບັນດາປະເທດອີຢູ ທີ່ປະຈໍາການ ແລະບໍ່ປະຈໍາການຢູ່ຫວຽດນາມໄດ້ມີການພົບປະກັບທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ. ປະທານປະເທດໄດ້ແບ່ງປັນຢ່າງຈະແຈ້ງກ່ຽວກັບຍຸດທະສາດຫັນປ່ຽນເສດຖະກິດ, ລວມມີການຫັນຕະຫຼາດ, ຕ່ອງໂສ້ສະໜອງ, ການພັດທະນາພະລັງງານສີຂຽວ, ເສດຖະກິດດີຈີຕອນ ແລະເປົ້າໝາຍບັນລຸການປ່ອຍອາຍພິດເຮືອນແກ້ວລົງເປັນ “0” ໃນປີ 2050 ເປັນຫຼາຍຮູບຫຼາຍແບບ.

ຂ້າພະເຈົ້າຕີລາຄາວ່າ ນີ້ແມ່ນການກໍານົດທິດຢ່າງແຂງແຮງ ແລະເປັນໜ້າສົ່ງເສີມທີ່ສຸດ. ລິດວາ ພ້ອມທີ່ຈະແບ່ງປັນບົດຮຽນໃນຂົງເຂດພະລັງງານສີຂຽວ.

ຫວຽດນາມ ພວມນັບມື້ນັບໄດ້ຮັບຄວາມສົນໃຈຈາກສາກົນ, ມີປະມຸກລັດຫຼາຍທ່ານ ມາຢ້ຽມຢາມໃນໄລຍະຜ່ານມາ. ທ່ານເອກອັກຄະລັດຖະທູດຮູ້ສຶກຄືແນວໃດກ່ຽວກັບບົດບາດ ແລະທີ່ຕ້ັງສາກົນທີ່ນັບມື້ນັບເພີ່ມຂຶ້ນຂອງຫວຽດນາມ?

ພວກຂ້າພະເຈົ້າ ຮັບຮູ້ວ່າຫວຽດນາມ ພວມນັບມື້ນັບຢັ້ງຢືນບົດບາດສໍາຄັນໃນການພົວພັນສາກົນ. ຫວ່າງແລ້ວນີ້, ການນໍາບັນດາປະເທດຫຼາຍທ່ານໄດ້ມາຢ້ຽມຢາມຫວຽດນາມ ແລະດຽວນີ້ແມ່ນປະທານາທິບໍດີລິດວາ. ບັນດາການນໍາຫວຽດນາມ ໄດ້ຕ້ັງໜ້າເຂົ້າຮ່ວມການເຄື່ອນໄຫວທາງການທູດ, ບໍ່ພຽງແຕ່ໃນພາກພື້ນເທົ່ານັ້ນ ຫາກຍັງໃນຂອບເຂດທົ່ວໂລກ. ນີ້ແມ່ນສັນຍານທີ່ສະແດງໃຫ້ເຫັນວ່າ ທີ່ຕ້ັງ ແລະອິດທິພົນຊື່ສຽງສາກົນຂອງຫວຽດນາມ ພວມນັບມື້ນັບໄດ້ຍົກສູງຂຶ້ນ.

ຫວຽດນາມ ຕັ້ງໜ້າເຂົ້າຮ່ວມແກ້ໄຂບັນດາບັນຫາສາກົນລວມ. ການປ່ຽນແປງຂອງດິນຟ້າອາກາດແມ່ນບັນຫາທົ່ວໂລກ. ຢູ່ ລິດວາ ຖ້າລະດັບນໍ້າທະເລຍື່ງສູງຂຶ້ນຕື່ມອີກ 5 ແມັດ, ພວກຂ້າພະເຈົ້າອາດຈະເສຍຜືນແຜ່ນດິນໄປພາກສ່ວນໜຶ່ງ.

ນອກຈາກການຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະການລົງທຶນແລ້ວ, ຂົງເຂດວັດທະນະທໍາລະຫວ່າງສອງປະເທດຕ້ອງໄດ້ເອົາໃຈໃສ່ຄືແນວໃດ, ຂໍຮຽນທ່ານເອກອັກຄະລັດຖະທູດ?

ໃນໂລກແຫ່ງການຫັນເປັນໂລກາພິວັດ, ບັນດາວິສາຫະກິດກໍ່ມີລັກສະນະຂ້າມຊາດ. ເຂັ່ນວ່າ, ສະຖາບັນບໍາລຸງສ້າງການບິນແຫ່ງໜຶ່ງມີສໍານັກງານຢູ່ນະຄອນໂຮ່ຈີມິນ ໄດ້ກໍ່ຕັ້ງຈາກຄົນ ລິດວາ, ແຕ່ໄດ້ລົງທະບຽນນິຕິກໍາຢູ່ອຽກລັ່ງ. ບໍລິສັດເຕັກໂນໂລຢີແຫ່ງໜຶ່ງອີກຂອງພວກຂ້າພະເຈົ້າມີຫ້ອງການຢູ່ຫວຽດນາມ ແຕ່ມີການບໍລິຫານຈາກສິງກະໂປ.

ພວກຂ້າພະເຈົ້າປາດຖະໜາແນະນໍາອາຫານການກິນ ລິດວາ. ປະຈຸບັນພວກຂ້າພະເຈົ້າໄດ້ສົ່ງອອກບາງຜະລິດຕະພັນດິບມາຍັງຫວຽດນາມ ແຕ່ມີຄວາມປາດຖະໜາຢາກຍູ້ແຮງກວ່າອີກ. ຢູ່ເວທີປາໄສວິສາຫະກິດທີ່ຈະມາເຖິງນີ້, ມີເນື້ອໃນສໍາຄັນໜຶ່ງແມ່ນກະສິກໍາ ແລະອຸດສາຫະກໍາສະບຽງອາຫານ. ການທູດດ້ານອາຫານແມ່ນຮູບການທີ່ມີປະສິດທິຜົນ ເພື່ອເພີ່ມຄວາມເຂົ້າໃຈເຊິ່ງກັນ ແລະກັນ.

ກົງການຂ້າມ, ພວກຂ້າພະເຈົ້າກໍ່ຢາກເຫັນຜະລິດຕະພັນອາຫານຫວຽດນາມ ຢູ່ ລິດວາ  ຫຼາຍກວ່າ. ຂ້າພະເຈົ້າຕີລາຄາວ່າ ອາຫານຫວຽດນາມ ແມ່ນປອດສານພິດທີ່ສຸດ ແລະແມ່ນໜຶ່ງໃນບັນດາພື້ນຖານອາຫານທີ່ຂ້າພະເຈົ້ານິຍົມທີ່ສຸດຢູ່ພາກພື້ນນີ້ຢ່າງແທ້ຈິງ.

ທ່ານເອກອັກຄະລັດຖະທູດຕີລາຄາຄືແນວໃດກ່ຽວກັບຄວາມສາມາດບ່ົມຊ້ອນດ້ານເສດຖະກິດດີຈີຕອນຂອງຫວຽດນາມ,  ຫວຽດນາມ ສາມາດກາຍເປັນສູນດີຈີຕອນໃນອະນາຄົດໄດ້ບໍຂໍຮຽນທ່ານ?

ຫວຽດນາມ ໄດ້ມີພື້ນຖານໝັ້ນແກ່ນທີ່ສຸດໃນຜະລິດເອເລັກໂຕນິກທີ່ຊັດເຈນ, ການບໍລິການດີຈີຕອນ ແລະມີຖັນແຖວຊັບພະຍາກອນມະນຸດທີ່ມີຄວາມເກັ່ງກ້າສາມາດໃນຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ. ຕາມຂ້າພະເຈົ້າແລ້ວ, ມີແຕ່ບັນຫາກ່ຽວກັບເວລາກ່ອນທີ່ຫວຽດນາມ ຈະກາຍເປັນສູນນໍາໜ້າໃນຂົງເຂດນີ້ຢູ່ພາກພື້ນ. ມີວິສາຫະກິດ ລິດວາ ຫຼາຍແຫ່ງພວມສົນໃຈ ແລະປາດຖະໜາຢາກຮ່ວມມືກັບຫວຽດນາມ ໃນຂົງເຂດນີ້.

ນີ້ແມ່ນກາລະໂອກາດ ເພື່ອແລກປ່ຽນຫຼາຍຂໍ້ລິເລິ່ມທັງດ້ານການເມືອງ ແລະເສດຖະກິດ. ສ່ວນຕົວຂ້າພະເຈົ້າແມ່ນມີຄວາມປະທັບໃຈທີ່ສຸດຕໍ່ກັບລະບົບຊໍາລະຂ້າມຊາຍແດນດ້ວຍລະຫັດ QR - ໜຶ່ງບາດກ້າວໃຫຍ່ໃນການຄ້າດີຈີຕອນຂອງອາຊຽນ.

ຂໍຂອບໃຈທ່ານເອກອັກຄະລັດຖະທູດ!

ໂດຍ: ໄຊນີດາ