ໃນຂອບເຂດກອງປະຊຸມມະຫາສະໝຸດສະຫະປະຊາຊາດ ຄັ້ງທີ 3 ທີ່ຈັດຂຶ້ນຢູ່ຝຣັ່ງ, ໃນວັນທີ 11 ມິຖຸນາ, ທ່ານ ບຸ່ຍແທງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເປັນປະທານວາລະປະຊຸມກ່ຽວກັບການຄຸ້ມຄອງການຫາປາແບບຍືນຍົງ; ໃນນັ້ນ ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະພັດທະນາການຫາປາແບບຍືນຍົງ, ສືບຕໍ່ຜັນຂະຫຍາຍບັນດາໂຄງການໜູນຊ່ວຍປະຊາຄົມຊາວປະມົງ, ໃນນັ້ນມີການນຳໃຊ້ເຕັກໂນໂລຊີໃໝ່; ເພີ່ມທະວີການຄຸ້ມຄອງການຫາປາ ແລະຕ້ານການຫາປາທີ່ຜິດກົດໝາຍ, ບໍ່ລາຍງານ ແລະບໍ່ຕາມລະບຽບການ (IUU).

leftcenterrightdel
ໂລໂກ້ຂອງກອງປະຊຸມມະຫາສະໝຸດສະຫະປະຊາຊາດ ຄັ້ງທີ 3 (UNOC3) ທີ່ສູນປະຊຸມ Center des Expositions ທີ່ນະຄອນ Nice, ປະເທດຝຣັ່ງ, ວັນທີ 10 ມິຖຸນາ 2025. ພາບ: Reuters/Manon Cruz

ກ່ອນໜ້ານັ້ນ, ຄະນະຜູ້ແທນຫວຽດນາມ ໄດ້ເຂົ້າຮ່ວມ 6 ວາລະປະຊຸມຫົວເລື່ອງ, ຢືນຢັນສືບຕໍ່ປະຕິບັດຄຳໝັ້ນສັນຍາສຳຄັນ, ຄື: ອະນຸລັກຮັກສາ ແລະຟື້ນຟູລະບົບນິເວດທະເລ; ຫຼຸດຜ່ອນມົນລະພິດທາງທະເລ, ເປັນຕົ້ນແມ່ນຂີ້ເຫຍື້ອຢາງ; ຊຸກຍູ້ການຫາປາແບບຍືນຍົງ; ການພັດທະນາເສດຖະກິດມະຫາສະໝຸດແບບຍືນຍົງ; ລະດົມການເງິນໃຫ້ແກ່ການເຄື່ອນໄຫວປົກປັກຮັກສາມະຫາສະໝຸດ ແລະຊຸກຍູ້ການຮ່ວມມືສາກົນ...

ກ່າວຄຳເຫັນທີ່ນອກກອງປະຊຸມໃນວັນທີ 10 ມິຖຸນາ, ທ່ານ ໂດ້ດຶກຢຸຍ ລັດຖະມົນຕີກະຊວງກະສິກຳ ແລະສິ່ງແວດລ້ອມຫວຽດນາມ ໃຫ້ຮູ້ວ່າ: “ຈາກບົດຮຽນພຶດຕິກໍາຕົວຈິງ, ຫວຽດນາມ ໄດ້ສະເໜີບັນດາມາດຕະການສັງລວມ ເພື່ອແກ້ໄຂບັນຫາ, ນັບແຕ່ການວາງແຜນ, ລະດົມແຫຼ່ງກໍາລັງ, ພັດທະນາພື້ນຖານໂຄງລ່າງ, ເຖິງບັນດາມາດຕະການປູກຝັງແບບຍືນຍົງ, ປົກປັກຮັກສາສະພາບແວດລ້ອງຊີວິດການເປັນຢູ່ຂອງປະຊາຄົມພົນລະເມືອງ ແລະການຮ່ວມມືສາກົນເພື່ອແກ້ໄຂບັນຫາຄວາມໝັ້ນຄົງທາງນ້ຳຂ້າມແດນ”.

ໂດຍ: ຈາງຫງວຽນ