ທີ່ການພົບປະ, ສອງຝ່າຍໄດ້ສະແດງຄວາມປິຕິຊົມຊື່ນຕໍ່ໝາກຜົນອັນດີງາມຂອງການຢ້ຽມຢາມທາງລັດຖະກິດຫວຽດນາມ ເມື່ອທ້າຍເດືອນພຶດສະພາ ຜ່ານມາຂອງທ່ານ Emmanuel Macron ປະທານາທິບໍດີ ແລະພັນລະຍາ. ທ່ານ ບຸ່ຍແທງເຊີນ ຕີລາຄາສູງບາດກ້າວພັດທະນາຢ່າງຕັ້ງໜ້າໃນການພົວພັນ ຫວຽດນາມ-ຝຣັ່ງ ໃນໄລຍະຜ່ານມາ, ພິເສດແມ່ນນັບແຕ່ເມື່ອສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູູ່ຮ່ວມມືຍຸດທະສາດຮອບດ້ານໃນການຢ້ຽມຢາມຝຣັ່ງ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ (ເດືອນຕຸລາ 2024); ຕີລາຄາສູງເລື່ອງ ຝຣັ່ງ ໄດ້ກະກຽມໃຫ້ UNOC 3 ຢ່າງຮອບຄອບຖີ່ຖ້ວນ ແລະຢືນຢັນການສະໜັບສະໜູນຂອງຫວຽດນາມ ຕໍ່ກັບບັນດາຂໍ້ລິເລີ່ມຂອງ ຝຣັ່ງ ແນໃສ່ຮັບມືກັບຄວາມໝັ້ນຄົງບໍ່ແມ່ນການທະຫານຄືໃນປະຈຸບັນ, ປະກອບສ່ວນເຂົ້າສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຂອງພາກພື້ນ ແລະໂລກ.

leftcenterrightdel
ທ່ານ ບຸ່ຍແທງເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມພົບປະກັບທ່ານ Jean Noel Barrot ລັດຖະມົນຕີເອີລົບ ແລະການຕ່າງປະເທດຝຣັ່ງ. ພາບ: ສໍານັກຂ່າວສານຫວຽດນາມ

ສອງຝ່າຍກໍ່ເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນແນໃສ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ; ຜັນຂະຫຍາຍເອກະສານຮ່ວມມືຕ່າງໆທີ່ໄດ້ລົງນາມຢ່າງມີປະສິດທິຜົນ, ຜ່ານນັ້ນຊຸກຍູ້ການຮ່ວມມືໃນບັນດາຂົງເຂດ ຝຣັ່ງ ມີທ່າແຮງ ແລະຫວຽດນາມ ມີຄວາມຕ້ອງການ, ຄື: ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ໃນນັ້ນມີຄວາມປອດໄພດ້ານໄຊເບີ, ການບິນອາວະກາດ, ຄົມມະນາຄົມຂົນສົ່ງ, ໂຄງລ່າງຍຸດທະສາດ, ພະລັງງານ...

ທ່ານລັດຖະມົນຕີ Jean Noel Barrot ຢ້ັງຢືນວ່າ ຈະຊຸກຍູ້ວິວັດການຮອງຮັບເອົາສັນຍາປົກປ້ອງການລົງທຶນຫວຽດນາມ-ອີຢູ (EVIPA) ໂດຍໄວ, ຜ່ານນັ້ນສ້າງເງື່ອນໄຂໃຫ້ວິສາຫະກິດສອງຝ່າຍກໍ່ຄືບັນດາວິສາຫະກິດເອີລົບເຄື່ອນໄຫວຢູ່ແຕ່ລະຝ່າຍ;...

ເນື່ອງໃນໂອກາດນີ້, ສອງຝ່າຍກໍ່ແລກປ່ຽນກ່ຽວກັບສະພາບການສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ຍົກໃຫ້ເຫັນບົດບາດຈໍາເປັນຂອງລັດທິຫຼາຍຝ່າຍ, ໃນນັ້ນ, ສປຊ ຮັກສາທີ່ຕ້ັງໃຈກາງ. ກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງທະເລ ແລະມະຫາສະໜຸດ, ສອງຝ່າຍເນັ້ນໜັກເຖິງສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS 1982) ແມ່ນກອບນິຕິກໍາຮອບດ້ານໃຫ້ການເຄື່ອນໄຫວ ແລະຮ່ວມມືທາງທະເລ ແລະມະຫາສະໝຸດ; ຢັ້ງຢືນຄືນໃໝ່ຄໍາໝັ້ນສັນຍາຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະຄວາມເສລີໃນການເດີນທະເລ, ການບິນໃນພາກພື້ນ, ແກ້ໄຂການແກ່ງແຍ້ງໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ ແລະສະໜັບສະໜູນທຸກຄວາມມານະພະຍາຍາມ ເພື່ອບັນລຸໄດ້ກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ມີຜົນສັກສິດ, ເນື້ອແທ້, ສອດຄ່ອງກັບກົດໝາຍສາກົນ, ເປັນຕົ້ນແມ່ນ UNCLOS 1982.

ໂດຍ: ໄຊນີດາ