ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ເອສໂຕເນຍ ຢູ່ອາຊີຕາເວັນອອກສ່ຽງໃຕ້
ກປ.ອອນໄລ - ຕອນເຊົ້າວັນທີ 5 ມິຖຸນາ, ເຮືອບິນໂດຍສານ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ມາຮອດນະຄອນຫຼວງ Tallinn, ເລີ່ມການຢ້ຽມຢາມ ສ. ເອສໂຕເນຍ ຢ່າງເປັນທາງການໃນລະຫວ່າງວັນທີ 5-7 ມິຖຸນາ ຕາມຄໍາເຊີນຂອງທ່ານ Kristen Michal ນາຍົກລັດຖະມົນຕີເອສໂຕເນຍ.
ຕອນບ່າຍວັນທີ 5 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ມີການພົບປະກັບທ່ານ Lauri Hussar ປະທານສະພາແຫ່ງຊາດ ເອສໂຕເນຍ ທີ່ສໍານັກງານສະພາແຫ່ງຊາດ ເອສໂຕເນຍ.
ເນັ້ນໜັກກ່ຽວກັບບົດບາດ ແລະຖານະທີ່ຕັ້ງຂອງຫວຽດນາມ ຢູ່ພາກພື້ນອາຊີ-ປາຊີຟິກ, ທ່ານ Lauri Hussar ຢືນຢັນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງ ເອສໂຕເນຍ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້; ຖືວ່າ ການຢ້ຽມຢາມແມ່ນກາລະໂອກາດທີ່ດີ ເພື່ອສອງປະເທດເຮັດໃຫ້ການພົວພັນຮ່ວມມືໃນໄລຍະຈະມາເຖິງເລິກເຊິ່ງກວ່າອີກ.
ທ່ານ ຟ້າມມິງຈິ໊ງ ຂອບໃຈ ເອສໂຕເນຍ ທີ່ໄດ້ໜູນຊ່ວຍ, ສະໜັບສະໜູນຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນ ກໍ່ຄືໃນພາລະກິດສ້າງສາ, ພັດທະນາປະເທດໃນປະຈຸບັນ. ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງຕັ້ງໜ້າຂອງການພົວພັນສອງຝ່າຍໃນໄລຍະຜ່ານມາ, ທ່ານ ຟ້າມມິງຈິ໊ງ ເຊື່ອໝັ້ນວ່າ ການຢ້ຽມຢາມຈະປະກອບສ່ວນສ້າງຄວາມບຸກທະລຸ, ເປີດໄລຍະພັດທະນາໃໝ່ຂອງການພົວພັນຮ່ວມມືທີ່ເປັນມູນເຊື້ອອັນດີງາມ, ສົມກັບຄວາມສາມາດບົ່ມຊ້ອນ ແລະການຮ່ວມມືລະຫວ່າງສອງປະເທດ.
    |
 |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພົບປະກັບທ່ານ Lauri Hussar ປະທານສະພາແຫ່ງຊາດເອສໂຕເນຍ. ພາບ: ສຳນັກຂ່າວສານຫວຽດນາມ. |
ການນຳສອງທ່ານ ເຫັນດີເປັນເອກະພາບວ່າ ສອງປະເທດຄວນເພີ່ມທະວີການພົບປະ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຊຸກຍູ້ການພົວພັນດ້ານເສດຖະກິດ-ການຄ້າ-ການລົງທຶນກວ່າອີກ, ໂດຍສະເພາະແມ່ນໃນສະພາບການດ້ານການເມືອງ, ເສດຖະກິດໂລກ ມີການຜັນແປຢ່າງສັບສົນ. ຫວຽດນາມ ພ້ອມທີ່ຈະອຳນວຍຄວາມສະດວກໃຫ້ບັນດາວິສາຫະກິດ ເອສໂຕເນຍ ລົງທຶນຢູ່ຫວຽດນາມ. ທ່ານ ຟ້າມມິງຈິ໊ງ ສະເໜີສອງຝ່າຍສ້າງຕັ້ງກຸ່ມສະມາຊິກລັດຖະສະພາມິດຕະພາບຂອງສະພາແຫ່ງຊາດສອງປະເທດ ເພື່ອຍູ້ແຮງການແລກປ່ຽນມາດຕະການລະອຽດເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະຄວາມເຂົ້າອົກເຂົ້າໃຈກັນ; ສະເໜີສະພາແຫ່ງຊາດ ເອສໂຕເນຍ ສະໜັບສະໜູນ ແລະຊຸກຍູ້ເພື່ອໃຫ້ສອງຝ່າຍສ້າງຕັ້ງຄະນະກຳມະການປະສົມຫວຽດນາມ-ເອສໂຕເນຍ ກ່ຽວກັບການຮ່ວມມືເສດຖະກິດ, ວິທະຍາສາດ-ເຕັກໂນໂລຢີ ແລະນະວັດຕະກຳ ໂດຍໄວ.
    |
 |
ບັນຍາກາດທີ່ການພົບປະ. ພາບ: ສຳນັກຂ່າວສານຫວຽດນາມ. |
ທ່ານ Lauri Hussar ຕີລາຄາສູງການພົວພັນສອງຝ່າຍເວົ້າລວມ ແລະການພົວພັນລັດຖະສະພາ ເວົ້າສະເພາະ ພວມພັດທະນາຢ່າງຕັ້ງໜ້າ, ຍັງມີຄວາມສາມາດບົ່ມຊ້ອນເພື່ອຂຸດຄົ້ນໃນອະນາຄົດ; ຢືນຢັນວ່າ ເອສໂຕເນຍ ປາດຖະໜາຢາກເປີດກວ້າງການພົວພັນກັບອາຊີຕາເວັນອອກສ່ຽງໃຕ້ ແລະເຊື່ອໝັ້ນວ່າ ບົດບາດເປັນຂົວຕໍ່ຂອງຫວຽດນາມ ແລະເອສໂຕເນຍ ກໍ່ຄືການພົວພັນອັນດີງາມລະຫວ່າງສອງປະເທດ ຈະແມ່ນກຳລັງໜູນໃຫ້ແກ່ການຮ່ວມມືລະຫວ່າງອີຢູ-ອາຊຽນ ໃນໄລຍະຈະມາເຖິງ. ສອງຝ່າຍ ເຫັນດີຊຸກຍູ້ກົນໄກເຈລະຈາ ແລະແລກປ່ຽນຄະນະເປັນປະຈຳ, ເພີ່ມທະວີການຮ່ວມມື ແລະແບ່ງປັນຂໍ້ມູນຂ່າວສານ, ບົດຮຽນປະສົບການໃນຫຼາຍຂົງເຂດ. ທ່ານນາຍົກລັດຖະມົນຕີ ສະເໜີສະພາແຫ່ງຊາດ ເອສໂຕເນຍ ອຳນວຍຄວາມສະດວກໃຫ້ປະຊາຄົມຊາວຫວຽດນາມ ດຳລົງຊີວິດ ແລະເຮັດວຽກຢູ່ ເອສໂຕເນຍ, ສືບຕໍ່ແມ່ນຂົວຕໍ່ລະຫວ່າງສອງປະເທດ.
ສອງຝ່າຍກໍ່ໄດ້ແລກປ່ຽນກ່ຽວກັບບາງບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ສຳລັບບັນຫາທະເລຕາເວັນອອກ, ສອງຝ່າຍຢືນຢັນຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມເສລີໃນການເດີນເຮືອ ແລະການບິນຢູ່ທະເລຕາເວັນອອກ ບົນພື້ນຖານເຄົາລົບຜົນປະໂຫຍດຂອງບັນດາປະເທດແຄມທະເລທີ່ສອດຄ່ອງກັບກົດໝາຍສາກົນ, ໂດຍສະເພາະແມ່ນສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ບໍ່ນຳໃຊ້ ຫຼືນາບຂູ່ນຳໃຊ້ກຳລັງປະກອບອາວຸດ.
ໂດຍ: ແສງເດືອນ