ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເດີນທາງໄປເຂົ້າຮ່ວມກອງປະຊຸມ UNOC 3, ດຳເນີນການເຄື່ອນໄຫວສອງຝ່າຍ ຢູ່ຝລັ່ງ, ຢ້ຽມຢາມແອັດໂຕນີ ແລະ ຊູແອັດ ຢ່າງເປັນທາງການ
ໂດຍຕອບຮັບຄຳເຊີນຂອງທ່ານເລຂາທິການໃຫຍ່ ສປຊ Antonio Guterres ແລະ ທ່ານປະທານາທິບໍດີ ຝລັ່ງ Emmanuel Macron, ທ່ານນາຍົກລັດຖະມົນຕີແອັດໂຕນີ Kristen Michal ແລະ ທ່ານນາຍົກລັດຖະມົນຕີຊູແອັດ Ulf Kristersson, ໃນເວລາ 00 ໂມງ 30 ນາທີ ຂອງວັນທີ 5 ມິຖຸນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ອອກຈາກສະໜາມບິນສາກົນໂນ້ຍບ່າຍ, ຮ່າໂນ້ຍ ເດີນທາງໄປເຂົ້າຮ່ວມກອງປະຊຸມມະຫາສະໝຸດ ສປຊ ຄັ້ງທີ 3 (UNOC 3), ດຳເນີນການເຄື່ອນໄຫວສອງຝ່າຍຈຳນວນໜື່ງ ຢູ່ ຝລັ່ງ, ຢ້ຽມຢາມ ແອັດໂຕນີ ແລະຊູແອັດ ຢ່າງເປັນທາງການແຕ່ວັນທີ 5 ມິຖຸນາ ຫາວັນທີ 14 ມິຖຸນາ 2025.
ນີ້ແມ່ນຄັ້ງທຳອິດທີ່ທ່ານນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມກອງປະຊຸມມະຫາສະໝຸດຂອງ ສປຊ; ແມ່ນຄັ້ງທຳອິດທີ່ທ່ານນາຍົກລັດຖະມົນຕີເດີນທາງໄປຍັງ ຝລັ່ງ ນັບແຕ່ເມື່ອສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ (ເດືອນຕຸລາ 2024); ນີ້ແມ່ນການຢ້ຽມຢາມຊູແອັດ ຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີຫວຽດນາມ ພາຍຫຼັງໄລຍະ 6 ປີ ແລະກໍແມ່ນຄັ້ງທຳອິດທີ່ການນຳຫຼັກແຫຼ່ງຂອງຫວຽດນາມ ເດີນທາງຢ້ຽມຢາມ ແອັດໂຕນີ ນັບແຕ່ເມື່ອສອງປະເທດສ້າງຕັ້ງການພົວພັນທາງການທູດເມື່ອປີ 1992.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ແລະພັນລະຍາ. ພາບ: ສໍານັກຂ່າວສານຫວຽດນາມ |
ເລີ່ມຕົ້ນການເດີນທາງໄປປະຕິບັດງານຢູ່ 3 ປະເທດເອີຣົບຄັ້ງນີ້ແມ່ນການຢ້ຽມຢາມ ສ.ແອັດໂຕນີ ຢ່າງເປັນທາງການ. ຕ້ອນຮັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິHງ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຫວຽດນາມ ຢູ່ສະໜາມບິນ Lenmart Meri Tallin ມີທ່ານ Hannes Hanso ເອກອັກຄະລັດຖະທູດ ແອັດໂຕນີ ປະຈຳ ຈີນ ແລະ ຫວຽດນາມ; ທ່ານ Sven Tolp ຮອງຫົວໜ້າກົມພິທີການແຫ່ງລັດແອັດໂຕນີ; ທ່ານນາງ ຟ້າມທິແທັງບິ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ແຟງລັງ ແລະ ແອັດໂຕນີ.
ຄາດວ່າໃນການຢ້ຽມຢາມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຈະມີການພົບປະເຈລະຈາ, ພົບປະກັບການນຳຂັ້ນສູງຂອງແອັດໂຕນີ, ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ແອັດໂຕນີ, ຢ້ຽມຢາມບາງຮາກຖານເສດຖະກິດ - ສັງຄົມ, ວັດທະນະທຳຈຳນວນໜຶ່ງຂອງ ແອັດໂຕນີ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ