ທີ່ການຕ້ອນຮັບ, ທ່ານ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນຮ່ວມມືກັບ ສ.ເກົາຫຼີ ແລະພ້ອມທີ່ຈະຮ່ວມມືຢ່າງແໜ້ນແຟ້ນກັບອໍານາດການປົກຄອງຊຸດໃໝ່ຂອງ ສ.ເກົາຫຼີ ເພື່ອສືບຕໍ່ຊຸກຍູ້ການພັດທະນາການພົວພັນສອງປະເທດຂຶ້ນສູ່ລະດັບສູງໃໝ່ຢ່າງແທດຈິງ, ມີປະສິດທິຜົນ ແລະຮອບດ້ານກວ່າ, ສອດຄ່ອງກັບຜົນປະໂຫຍດຂອງປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໂລກ.

leftcenterrightdel
ທ່ານ ໂຕເລິມ  ເລຂາທິການໃຫຍ່ ຕ້ອນຮັບທ່ານ Choi Young Sam ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈໍາຫວຽດນາມ. ພາບ: ຟ້າມກຽນ.

ທ່ານ ໂຕເລິມ ສະເໜີໃຫ້ສອງຝ່າຍເພີ່ມທະວີການຮ່ວມມືຢ່າງແທດຈິງໃນການພົວພັນສອງຝ່າຍ ຜ່ານການເປີດກວ້າງການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະຜັນຂະຫຍາຍປະຕິບັດບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ; ຊຸກຍູ້ການຜັນຂະຫຍາຍ “ແຜນການກະທໍາປະຕິບັດເປົ້າໝາຍວົງເງິນການຄ້າສອງຝ່າຍບັນລຸ 150 ຕື້ໂດລາສະຫະລັດ ຕາມທິດສົມດຸນກວ່າໃນປີ 2030”; ສົ່ງເສີມບັນດາວິສາຫະກິດ ສ.ເກົາຫຼີ ເປີດກວ້າງການລົງທຶນຢູ່ຫວຽດນາມ ສົມທົບກັບການຖ່າຍທອດເຕັກໂນໂລຊີ, ໂດຍສະເພາະແມ່ນ core technology, source technology.

leftcenterrightdel
ທ່ານ ໂຕເລິມ  ເລຂາທິການໃຫຍ່ ຕ້ອນຮັບທ່ານ Choi Young Sam ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈໍາ ຫວຽດນາມ. ພາບ: ຟ້າມກຽນ.

ທ່ານ ໂຕເລິມ ກໍ່ສະເໜີ ສ.ເກົາຫຼີ ໜູນຊ່ວຍບຳລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ຫວຽດນາມ ໃນຂົງເຂດ semiconductors, ປັນຍາປະດິດ; ເພີ່ມທະວີການຮ່ວມມືດ້ານວິທະຍາສາດ-ເຕັກໂນໂລຊີ ແລະພະລັງງານ; ຊຸກຍູ້ການຮ່ວມມືດ້ານວັດທະນະທຳ, ການທ່ອງທ່ຽວ, ປົກປ້ອງພົນລະເມືອງ ແລະການຮ່ວມມືທ້ອງຖິ່ນ; ເປີດກວ້າງການຮ່ວມມື ແລະສະໜັບສະໜູນເຊິ່ງກັນ ແລະກັນໃນເວທີປາໄສພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ຟ້າມກຽນ.

ສ່ວນທ່ານ Choi Young Sam ຢັ້ງຢືນວ່າ ລັດຖະບານຊຸດໃໝ່ຂອງ ສ.ເກົາຫຼີ ຈະສືບຕໍ່ຖືຫວຽດນາມ ເປັນຄູ່ຮ່ວມມືຈຸດສຸມໃນການຜັນຂະຫຍາຍນະໂຍບາຍການຕ່າງປະເທດຢູ່ພາກພື້ນ ແລະປາດຖະໜາວ່າ ສອງຝ່າຍຈະສືບຕໍ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ໂດຍສະເພາະແມ່ນໃນບັນດາຂົງເຂດ ທີ່ ສ.ເກົາຫຼີ ມີທ່າແຮງ ແລະຫວຽດນາມ ມີຄວາມຕ້ອງການ.

ທ່ານ Choi Young Sam ເນັ້ນໜັກວ່າ ໃນສະພາບການພູມສາດການເມືອງມີການຜັນແປຢ່າງສັບສົນ, ສ.ເກົາຫຼີ ປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບຫວຽດນາມ ເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ພັດທະນາກວ່າອີກໃນໄລຍະຈະມາເຖິງໃນທຸກຂົງເຂດການເມືອງ, ເສດຖະກິດ, ວັດທະນະທຳ, ການສຶກສາ, ວິທະຍາສາດ-ເຕັກໂນໂລຊີ.

ໂດຍ: ໄຊຊະນະ