    |
 |
ທ່ານ Olivier Brochet ເອກອັກຄະລັດຖະທູດຝລັ່ງ ປະຈໍາ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ |
ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູດ, ການກໍານົດທິດການຮ່ວມມືໃຫຍ່ອັນໃດທີ່ທ່ານປະທານາທິບໍດີຝລັ່ງຈະໄດ້ປຶກສາຫາລືກັບການນໍາຂັ້ນສູງຫວຽດນາມ ໃນການຢ້ຽມຢາມຄັ້ງນ້ີ?
ທ່ານ Olivier Brochet ເອກອັກຄະລັດຖະທູດ: ນີ້ແມ່ນໂອກາດເພື່ອໃຫ້ສອງຝ່າຍພ້ອມກັນການປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນຫຼາຍຂົງເຂດ: ການເມືອງ, ເສດຖະກິດ, ວິທະຍາສາດ, ການສຶກສາມະຫາວິທະຍາໄລ, ວັດທະນະທໍາ, ການປ້ອງກັນຊາດ, ກໍ່ຄືບັນດາບັນຫາທົ່ວໂລກ ແລະສິ່ງແວດລ້ອມ. ບັນດາການພົບປະກັບບັນດາຄູ່ຮ່ວມມືຫວຽດນາມ ຈະສຸມໃສ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບ. ພິເສດ, ການຢ້ຽມຢາມຄັ້ງນີ້ຈະໃຫ້ບຸລິມະສິດໃຫຍ່ແກ່ບັນດາບັນຫາເສດຖະກິດ.
ນັກຂ່າວ: ໃນຂົງເຂດເສດຖະກິດ, ການຄົມມະນາຄົມຂົນສົ່ງ, ພິເສດແມ່ນທາງລົດໄຟຄວາມໄວສູງ ແລະພະລັງງານ, ລວມມີທັງພະລັງງານນິວເຄຼຍພົນລະເຮືອນ, ກໍ່ນອນຢູ່ໃນບັນດາບຸລິມະສິດເຊິ່ງຝລ່ັງປາດຖະໜາຢາກເພີ່ມທະວີການຮ່ວມມື, ພິຈາລະນາເຖິງລັກສະນະຍຸດທະສາດຂອງບັນດາຂົງເຂດນີ້ຕໍ່ກັບການພັດທະນາຂອງຫວຽດນາມ?
ທ່ານ Olivier Brochet ເອກອັກຄະລັດຖະທູດ: ຝລັ່ງມີທ່າແຮງ ແລະອິດທິພົນຊື່ສຽງສາກົນໃນທັງຂົງເຂດທາງລົດໄຟຄວາມໄວສູງ ແລະນິວເຄຼຍພົນລະເຮືອນ. ໃນໄລຍະຜ່ານມາ, ໄດ້ມີບາງການຢ້ຽມຢາມສໍາຄັນເພື່ອແນໃສ່ແລກປ່ຽນລະອຽດກ່ຽວກັບບັນດາຂົງເຂດນີ້. ຂ້າພະເຈົ້າຢາກເນັ້ນໜັກວ່າ ການຢ້ຽມຢາມຂອງທ່ານ Tabarro ລັດຖະມົນຕີກະຊວງ ຄົມມະນາຄົມ ແລະຂົນສົ່ງຝລັ່ງ ເນື່ອງໃນໂອກາດ “ວັນ TGV” ໂດຍພວກຂ້າພະເຈົ້າຈັດຕ້ັງຢູ່ຫວຽດນາມ, ກໍ່ຄືການປະຕິບັດງານຂອງຄະນະປະຕິບັດງານຂັ້ນສູງສັງກັດກຸ່ມບໍລິສັດໄຟຟ້າຝລັ່ງ (EDF). ບັນດາກຸ່ມບໍລິສັດລ້ວນແຕ່ໄດ້ມີການພົບປະໂດຍກົງກັບການນໍາຂັ້ນສູງຂອງຫວຽດນາມ, ໃນນັ້ນ ມີທ່ານນາຍົກລັດຖະມົນຕີ. ພວກຂ້າພະເຈົ້າຫວັງວ່າບັນດາການພົບປະສອງຝ່າຍທີ່ຈະມາເຖິງນີ້ໃນຂອບເຂດການຢ້ຽມຢາມຂອງທ່ານປະທານາທິບໍດີຝລັ່ງ ຈະສືບຕໍ່ຊຸກຍູ້ການເຈລະຈາລະຫວ່າງສອງຝ່າຍ-ວິວັດທະນາການໜຶ່ງຕ້ອງໄດ້ໃຊ້ເວລາ, ເພາະວ່າ ສິ່ງສໍາຄັນແມ່ນຕ້ອງເຂົ້າໃຈຢ່າງຈະແຈ້ງກ່ຽວກັບຄວາມຕ້ອງການຢ່າງລະອຽດຂອງຫວຽດນາມ, ພ້ອມທັງຊ່ວຍຫວຽດນາມ ກໍາໄດ້ຂໍ້ສະເໜີເຊິ່ງຝລັ່ງອາດຈະຍົກອອກ. ຂ້າພະເຈົ້າຖືວ່າ ບັນດາການພົບປະຄັ້ງນີ້ຈະແມ່ນບາດກ້າວເດີນໃໝ່, ມີລັກສະນະຫຼັກແຫຼ່ງ, ເພື່ອວ່າໃນອະນາຄົດ ຈະສາມາດຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນຂົງເຂດຕ່າງໆກວ່າອີກ.
ນັກຂ່າວ: ຝລັ່ງຄາດຄະເນວ່າ ຈະລົງນາມກັບຫວຽດນາມ ບັນດາຂໍ້ຕົກລົງໃໝ່ທີ່ກ່ຽວຂ້ອງເຖິງການຫັນປ່ຽນພະລັງງານບໍ, ຂໍຮຽນທ່ານ?
ທ່ານ Olivier Brochet ເອກອັກຄະລັດຖະທູດ: ໜຶ່ງໃນບັນດາເນື້ອໃນສໍາຄັນຂອງການຢ້ຽມຢາມແມ່ນການຮ່ວມມືໜູນຊ່ວຍຫວຽດນາມ ໃນວິວັດການຫັນປ່ຽນພະລັງງານ. ສອງຝ່າຍຈະໄດ້ປຶກສາຫາລືລະອຽດກ່ຽວກັບຫົວເລື່ອງນີ້. ເນື່ອງໃນໂອກາດນີ້, ອົງການພັດທະນາຝລັ່ງ (AFD) ຈະລົງນາມຂໍ້ຕົກລົງສະບັບໜຶ່ງກັບບໍລິສັດໃຫຍ່ສົ່ງໄຟຟ້າແຫ່ງຊາດ (EVNNPT) ເພື່ອອຸປະຖໍາໃຫ້ບັນດາເສັ້ນທາງສົ່ງໄຟຟ້າ. ນີ້ແມ່ນບາດກ້າວໜຶ່ງທີ່ສອດຄ່ອງກັບການກໍານົດທິດຮ່ວມມືລະຫວ່າງສອງປະເທດ ແລະຕາມຂ້າພະເຈົ້າແລ້ວ, ສາມາດຖືວ່າ ແມ່ນຂໍ້ຕົກລົງສະບັບທໍາອິດປະເພດນີ້ທີ່ນອນໃນຂອບເຂດການພົວພັນຄູ່ຮ່ວມມືຫັນປ່ຽນພະລັງງານທີ່ຍຸຕິທໍາ - JETP ເຊິ່ງຫວຽດນາມ ພວມຜັນຂະຫຍາຍ.
ນັກຂ່າວ: ປັນຍາປະດິດ ແລະນະວັດຕະກໍາ ມີທີ່ຕ້ັງຄືແນວໃດໃນການຢ້ຽມຢາມຄັ້ງນີ້, ຂໍຮຽນທ່ານເອກອັກຄະລັດຖະທູດ?
ທ່ານ Olivier Brochet ເອກອັກຄະລັດຖະທູດ: ໄປຄຽງຄູ່ກັບບັນດາເຫດການທີ່ດໍາເນີນຢູ່ຮ່າໂນ້ຍ, ກອງປະຊຸມຂັ້ນສູງ French Tech Summit ຈະດໍາເນີນຢູ່ນະຄອນໂຮ່ຈີມິນ ດ້ວຍການເຂົ້າຮ່ວມຂອງທ່ານນາງ Chappaz ລັດຖະມົນຕີຮັບຜິດຊອບດີຈີຕອນ. ເຫດການນີ້ເປັນການເປີດສາກໃຫ້ແກ່ປີຮ່ວມມືປ່ຽນແປງໃໝ່ຝລັ່ງ-ຫວຽດນາມ, ເປີດກາລະໂອກາດເຊື່ອມຕໍ່ລະຫວ່າງວິສາຫະກິດ ແລະສະຕາດອັບສອງປະເທດໃນຂົງເຂດເຕັກໂນໂລຢີ, ພິເສດແມ່ນປັນຍາປະດິດ. ນອກຈາກນັ້ນ, ທ່ານ Macron ຍັງຈະມີບົດກ່າວປາໄສຢູ່ມະຫາວິທະຍາໄລວິທະຍາສາດ ແລະເຕັກໂນໂລຢີຮ່າໂນ້ຍ (USTH), ເພື່ອເນັ້ນໜັກບົດບາດຂອງການສຶກສາ, ຄົ້ນຄວ້າ ແລະນະວັດຕະກໍາໃນການພົວພັນສອງຝ່າຍ.
ນັກຂ່າວ: ກ່ຽວກັບຂົງເຂດວັດທະນະທໍາ, ເປັນທ່າແຮງໜຶ່ງທີ່ມີມາແຕ່ດົນນານໃນການຮ່ວມມືຝລັ່ງ-ຫວຽດນາມ, ຈະມີບັນດາການເຄື່ອນໄຫວໃດແດ່ທີ່ເປັນໜ້າສົນໃຈ, ຂໍຮຽນທ່ານ?
ທ່ານ Olivier Brochet ເອກອັກຄະລັດຖະທູດ: ວັດທະນະທໍາສືບຕໍ່ແມ່ນຈຸດເນັ້ນໃນການພົວພັນສອງຝ່າຍ, ບໍ່ພຽງແຕ່ເປັນການໂຄສະນາວັດທະນະທໍາຝລັ່ງ ຢູ່ ຫວຽດນາມ ເທົ່ານັ້ນ ຫາກຍັງປະກອບສ່ວນພັດທະນາບັນດາຂະແໜງວັດທະນະທໍາ ແລະປະດິດສ້າງຢູ່ຫວຽດນາມ. ໃນຕະຫຼອດສອງທົດສະວັດຜ່ານມາ, ຝລັ່ງໄດ້ຮ່ວມເດີນທາງພ້ອມກັບນະຄອນເຫວ້ ຈັດຕ້ັງ Festival ເຫວ້, ໜຶ່ງໃນບັນດາງານບຸນວັດທະນະທໍາໃຫຍ່ທີ່ສຸດໃນທົ່ວປະເທດ. ໃນຊຸມເດືອນຈະມາເຖິງ, Photo Hanoi - ງານບຸນຖ່າຍຮູບສາກົນ-ກໍ່ຈະກັບມາຈັດຕ້ັງເປັນເທື່ອທີ 2, ສືບຕໍ່ສະແດງໃຫ້ເຫັນການສະໜິດແໜ້ນທາງດ້ານວັດທະນະທໍາລະຫວ່າງສອງປະເທດ.
ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູດ, ການຢ້ຽມຢາມຫວຽດນາມ ຂອງທ່ານ Emmanuel Macron ມີຄວາມໝາຍຄືແນວໃດຕໍ່ກັບອະນາຄົດການພົວພັນຄູ່ຮ່ວມມືລະຫວ່າງຝລັ່ງ ແລະຫວຽດນາມ?
ທ່ານ Olivier Brochet ເອກອັກຄະລັດຖະທູດ: ນີ້ແມ່ນການຢ້ຽມຢາມທີ່ມີຄວາມໝາຍພິເສດ, ຍ້ອນວ່າໄດ້ດໍາເນີນໄປໃນສະພາບທີ່ການພົວພັນລະຫວ່າງຝລັ່ງ ແລະຫວຽດນາມ ພວມນັບມື້ນັບພັດທະນາຢ່າງແຂງແຮງ. ພວກຂ້າພະເຈົ້າຫວັງວ່າການຢ້ຽມຢາມນີ້ຈະສ້າງກໍາລັງຜັກດັນໃໝ່ໃຫ້ແກ່ການພົວພັນສອງຝ່າຍ. ພ້ອມດຽວກັນນັ້ນ, ນ້ີກໍ່ແມ່ນໂອກາດເພື່ອຢັ້ງຢືນຄວາມຫວັງລວມຂອງສອງປະເທດໃນການກໍ່ສ້າງການພົວພັນຄູ່ຮ່ວມມືທັນສະໄໝ, ຂະຫຍັນຂັນເຄື່ອນ; ການພົວພັນໄດ້ສ້າງຂຶ້ນບົນເນື້ອໃນຈິດໃຈເຄົາລົບເຊິ່ງກັນ ແລະກັນ, ເຄົາລົບຜົນປະໂຫຍດ ແລະອະທິປະໄຕຂອງແຕ່ລະປະເທດ.
ຂໍຂອບໃຈທ່ານເອກອັກຄະລັດຖະທູດ!
ໂດຍ: ໄຊນີດາ