ເຂົ້າຮ່ວມພິທີໄວ້ອາໄລອະດີດປະທານປະເທດ ເຈິ່ນດຶກເລືອງ ຢູ່ຫໍຈັດງານສົບແຫ່ງຊາດ ເຮືອນເລກທີ 5 ຖະໜົນເຈິ່ນແທັງຕົງ, ຮ່າໂນ້ຍ ມີທ່ານເລຂາທິການໃຫຍ່ ໂຕເລິມ; ທ່ານປະທານປະເທດ ເລືອງເກື່ອງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ, ບັນດາການນຳພັກ, ລັດ, ອະດີດການນຳພັກ, ລັດ, ຜູ້ຕາງໜ້າບັນດາກະຊວງ, ຄະນະ, ຂະແໜງການ, ທ້ອງຖິ່ນ, ຜູ້ແທນສາກົນ ແລະ ປະຊາຊົນຈຳນວນຫຼາຍ...
    |
 |
ຫີບສົບທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ຢູ່ ຫໍຈັດງານສົບແຫ່ງຊາດ. VGP |
ເມື່ອກ່າວຄໍາສະດຸດີ, ທ່ານປະທານປະເທດ ເລືອງເກື່ອງ, ຫົວໜ້າຄະນະຈັດງານສົບ, ຢັ້ງຢືນວ່າ ທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ແມ່ນແບບຢ່າງອັນໃສແຈ້ງກ່ຽວກັບການຮ່ຳຮຽນ, ປະຕິບັດຕາມແນວຄິດ, ຄຸນສົມບັດ ໂຮ່ຈີມິນ, ເປັນສະມາຊິກພັກຄອມມູນິດທີ່ມີຄວາມຈົ່ງຮັກພັກດີ, ບັນທັດຖານ. ການຈາກໄປຂອງສະຫາຍ ແມ່ນການສູນເສຍຢ່າງໃຫຍ່ຫຼວງສຳລັບພັກ, ລັດ, ປະຊາຊົນຫວຽດນາມ ແລະຄອບຄົວ, ທ່ານ ກ່າວວ່າ:
    |
 |
ທ່ານປະທານປະເທດ ເລືອງເກື່ອງ ກ່າວຄໍາສະດຸດີ. |
“ດ້ວຍດຳລົງຊີວິດລວມອາຍຸ 88 ປີ, ອາຍຸພັກ 65 ປີ ແລະ 50 ປີແຫ່ງການເຄື່ອນໄຫວປະຕິວັດ, ທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ໄດ້ມີການຝຶກຝົນຫຼໍ່ຫຼອມຢ່າງບໍ່ຢຸດຢັ້ງ, ອຸທິດສ່ວນຈົນສຸດຄວາມສາມາດຂອງຕົນໃຫ້ແກ່ພາລະກິດປະຕິວັດອັນສະຫງ່າລາສີຂອງພັກ, ຂອງຊາດ ແລະເພື່ອຄວາມຜາສຸກຂອງປະຊາຊົນ. ເຖິງວ່າຢູ່ໃນຖານະຕຳແໜ່ງໃດກໍຕາມ, ທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ກໍລ້ວນແຕ່ປະຕິບັດໜ້າທີ່ຂອງຕົນ ໄດ້ເປັນຢ່າງດີ ແລະດີເລີດ, ແມ່ນແບບຢ່າງອັນໃສແຈ້ງກ່ຽວກັບຄຸນສົມບັດປະຕິວັດ, ເຫັນຜົນປະໂຫຍດສ່ວນລວມເໜືອກວ່າຜົນປະໂຫຍດສ່ວນຕົວ, ທັງຊີວິດສຸດຈິດສຸດໃຈເພື່ອປະຊາຊົນ”
ຫຼັງຈາກນັ້ນ, ຫີບສົບຂອງທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ໄດ້ເຄື່ອນຍ້າຍໄປຍັງບ້ານເກີດເມືອງນອນດ້ວຍທາງການບິນ ເພື່ອຈັດພິທີປົງສົບໃນເວລາ 15 ໂມງຂອງວັນດຽວກັນ ຢູ່ສຸສານຕາແສງ ໂຝແຄັງ, ເທດສະບານ ດຶກໂຝ, ແຂວງກວາງງາຍ.
ພິທີໄວ້ອາໄລ ແລະ ປົງສົບທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ໄດ້ຮັບການຖ່າຍທອດສົດຜ່ານຊ່ອງໂທລະພາບແຫ່ງຊາດຫວຽດນາມ ແລະວິທະຍຸກະຈາຍສຽງ ຫວຽດນາມ.
ທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ, ເກີດວັນທີ 5 ພຶດສະພາ 1937; ບ້ານເກີດ: ຢູ່ຕາແສັງ ໂຝແຄັງ, ເມືອງດຶກໂຝ (ເທດສະບານ ດຶກໂຝ ປັດຈຸບັນ), ແຂວງກວາງງາຍ. ທ່ານ ເຂົ້າຮ່ວມການປະຕິວັດເດືອນ ກຸມພາ 1955; ເຂົ້າເປັນສະມາຊິກພັກຄອມມູນິດ ຫວຽດນາມ ໃນວັນທີ 19 ທັນວາ 1959.
ທ່ານ ເປັນກຳມະການຄະນະບໍລິຫານງານສູນກາງພັກຊຸດທີ V, VI, VII, VIII, IX; ກຳມະການກົມການເມືອງຊຸດທີ VIII, IX; ກຳມະການຜູ້ປະຈຳການກົມການເມືອງຊຸດທີ VIII; ຮອງປະທານສະພາລັດຖະມົນຕີ ແຕ່ເດືອນກຸມພາ 1987 ຮອດເດືອນກັນຍາ 1992; ຮອງນາຍົກລັດຖະມົນຕີ ແຕ່ເດືອນ ຕຸລາ 1992 ຮອດເດືອນ ສິງຫາ 1997; ແຕ່ເດືອນ ກັນຍາ 1997 ຫາເດືອນ ມິຖຸນາ 2006, ປະທານປະເທດ ແຫ່ງ ສສ. ຫວຽດນາມ, ປະທານສະພາປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບ, ຊຸດທີ X, ຊຸດທີ XI; ສະມາຊິກສະພາແຫ່ງຊາດບັນດາຊຸດທີ VII, VIII, X, XI.
ພາຍຫຼັງເຈັບເປັນມາເປັນໄລຍະໜຶ່ງ, ເຖິງວ່າໄດ້ຮັບການປິ່ນປົວຢ່າງສຸດຈິດສຸດໃຈຈາກພັກ, ລັດ, ຖັນແຖວສາດສະດາຈານ, ແພດໝໍ ແລະການເບິ່ງແຍງດູແລຂອງຄອບຄົວ ແລ້ວກໍຕາມ, ແຕ່ຍ້ອນອາຍຸສູງ, ອາການເຈັບໜັກ, ທ່ານ ອະດີດປະທານປະເທດ ເຈິ່ນດຶກເລືອງ ໄດ້ເຖິງແກ່ມໍລະນະກຳໃນເວລາ 22 ໂມງ 51 ນາທີ, ຂອງວັນທີ 20 ພຶດສະພາ 2025 (ກົງກັບວັນທີ 23 ເມສາ ປີ ມະເສັງ); ຢູ່ເຮືອນສ່ວນຕົວ, ລວມອາຍຸ 88 ປີ.
ແຫຼ່ງຄັດຈາກ: vovworld.vn