ທ່ານນາງ ປານີ ຢາທໍ່ຕູ້ ຂອບໃຈທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ທີ່ໄດ້ສະຫຼະເວລາຕ້ອນຮັບຄະນະ; ສົ່ງຄວາມເສົ້າສະຫຼົດໃຈ ແລະແບ່ງເບົາຄວາມທຸກໂສກ, ສະແດງຄວາມອາໄລອາວອນຢ່າງສຸດຊຶ້ງຂອງພັກ, ລັດ ແລະປະຊາຊົນລາວ ມາຍັງພັກ, ລັດ, ປະຊາຊົນຫວຽດນາມ ແລະຄອບຄົວ ຕໍ່ການຈາກໄປຂອງສະຫາຍ ເຈິ່ນດຶກເລືອງ ອະດີດປະທານປະເທດຫວຽດນາມ.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຕ້ອນຮັບທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ລາວ. ພາບ: qdnd.vn

ທ່ານນາງ ປານີ ຢາທໍ່ຕູ້ ເນັ້ນໜັກວ່າ ການຈາກໄປຂອງສະຫາຍ ເຈິ່ນດຶກເລືອງ ເປັນການສູນເສຍອັນໃຫຍ່ຫຼວງຕໍ່ພັກ, ລັດ, ປະຊາຊົນຫວຽດນາມ ແລະຄອບຄົວສະຫາຍ; ພັກ, ລັດ ແລະປະຊາຊົນລາວ ກໍສູນເສຍຜູ້ເປັນເພື່ອນສະຫາຍ ທີ່ໃກ້ຊິດສະໜິດສະໜົມ.

ທ່ານນາງ ປານີ ຢາທໍ່ຕູ້ ຢັ້ງຢືນວ່າ ລາວ ຍາມໃດກໍ່ຈົດຈຳ ແລະຮູ້ບຸນຄຸນບັນດາອາລົມຈິດ ແລະການປະກອບສ່ວນອັນໃຫຍ່ຫຼວງຂອງອະດີດປະທານປະເທດ ເຈິ່ນດຶກເລືອງ ໃນການເພີ່ມພູນຄູນສ້າງ, ປັບປຸງ ແລະເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຕ້ອນຮັບທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ລາວ. ພາບ: qdnd.vn

ທ່ານນາງ ປານີ ຢາທໍ່ຕູ້ ເນັ້ນໜັກວ່າ ພັກ, ລັດ ແລະປະຊາຊົນລາວ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອພ້ອມກັບພັກ, ລັດ ແລະປະຊາຊົນຫວຽດນາມ ເພີ່ມພູນຄູນສ້າງ, ຮັກສາ, ປັບປຸງສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ, ພ້ອມກັນຕັດສິນໃຈປະຕິບັດມະຕິຂອງແຕ່ລະພັກ ຢ່າງມີໄຊ, ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງແຕ່ລະພັກ ໃນໄລຍະຈະມາເຖິງ ປະສົບຜົນສໍາເລັດ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn

ທ່ານ ເລືອງເກື່ອງ ຂອບໃຈຢ່າງຈິງໃຈມາຍັງຄະນະບໍລິຫານງານສູນກາງ, ສະພາແຫ່ງຊາດ, ລັດຖະບານ ແລະແນວລາວສ້າງຊາດ ທີ່ໄດ້ສົ່ງໂທລະເລກສະແດງຄວາມເສົ້າສະຫຼົດໃຈຕໍ່ການຈາກໄປຂອງອະດີດປະທານປະເທດ ເຈິ່ນດຶກເລືອງ  ແລະພິເສດແມ່ນການສົ່ງຄະນະຜູ້ແທນ ນໍາໂດຍທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດລາວ ມາວາງພວງມາລາ ແລະເຂົ້າຮ່ວມພິທີໄວ້ອາໄລເຖິງດວງວິນຍານຂອງສະຫາຍ ເຈິ່ນດຶກເລືອງ ອະດີດປະທານປະເທດຫວຽດນາມ, ເຊິ່ງສະແດງໃຫ້ເຫັນນ້ຳໃຈມິດຕະພາບອັນເລິກເຊິ່ງ, ໃກ້ຊິດສະໜິດໜົມ, ສັດຊື່ບໍລິສຸດ, ໃສແຈ້ງ, ຫາຍາກລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ຫວຽດນາມ-ລາວ.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ລາວ ພ້ອມກັບບັນດາຜູ້ແທນສອງປະເທດ. ພາບ: qdnd.vn

ທ່ານ ເລືອງເກື່ອງ ເນັ້ນໜັກວ່າ ຄາວຍັງມີຊີວິດຢູ່, ສະຫາຍ ເຈິ່ນດຶກເລືອງ ຍາມໃດກໍ່ເອົາໃຈໃສ່ເປັນພິເສດເຖິງການປະຕິວັດລາວ ແລະມີຜົນງານອັນໃຫຍ່ຫຼວງ, ມີການປະກອບສ່ວນສໍາຄັນເຂົ້າໃນການກໍ່ສ້າງ, ປັບປຸງ ແລະເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ, ລາວ - ຫວຽດນາມ.

ທ່ານປະທານປະເທດ  ຕີລາຄາສູງການພົວພັນ ຫວຽດນາມ - ລາວ ທີ່ນັບມື້ນັບໄດ້ຮັບການປັບປຸງ ແລະເສີມຂະຫຍາຍອັນດີງາມໃນໄລຍະຜ່ານມາ ແລະບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ. ທ່ານ ເລືອງເກື່ອງ ຢັ້ງຢືນວ່າ ການພົວພັນ ຫວຽດນາມ - ລາວ ແມ່ນການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ຫາຍາກໃນໂລກ ແລະສາຍພົວພັນອັນດີງາມນີ້ ໂດຍສອງປະເທດ ໄດ້ຢືນຢັນຫຼາຍຄັ້ງແລ້ວວ່າ ແມ່ນຊັບສົມບັດອັນລ້ຳຄ່າ ທີ່ຄົນລຸ້ນຫຼັງ ຕ້ອງໄດ້ຮັກສາ ແລະເສີມຂະຫຍາຍ.

ໂອກາດນີ້, ທ່ານປະທານປະເທດ ຍັງໄດ້ເນັ້ນໜັກເຖິງເນື້ອໃນສໍາຄັນຈໍານວນໜຶ່ງໃນການຜັນຂະຫຍາຍການພົວພັນຮ່ວມມື ຫວຽດນາມ - ລາວ ໃນໄລຍະຈະມາເຖິງ, ໃນນັ້ນມີການຜັນຂະຫຍາຍປະຕິບັດບັນດາຂໍ້ຕົກລົງຂັ້ນສູງຂອງສອງພັກ, ສອງລັດ ຢ່າງມີປະສິດທິຜົນ ກໍຄືຜົນການຢ້ຽມຢາມຂອງບັນດາສະຫາຍການນຳຂັ້ນສູງສອງປະເທດ. ທ່ານປະທານປະເທດ ເຊື່ອໝັ້ນວ່າ ດ້ວຍຄວາມສາມັກຄີ, ເປັນເອກະພາບ ແລະຄວາມຕັດສິນໃຈສູງ, ສອງປະເທດ ຈະບັນລຸໄດ້ບັນດາຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າ.

ໂດຍ: ໄຊຊະນະ