“ຫວຽດນາມ ແມ່ນຄູ່ຮ່ວມມືທີ່ຂາດບໍ່ໄດ້ ເພື່ອຮັບປະກັນຜົນສຳເລັດຂອງການເປັນປະທານອາຊຽນ ຂອງມາເລເຊຍ”
ກປ.ອອນໄລ - ຕາມທ່ານ Dato' Tan Yang Thai ແລ້ວ, ການຢ້ຽມຢາມ ດຳເນີນໄປໃນສະພາບການຮ່ວມມືພາກພື້ນນັບມື້ນັບມີຄວາມຈຳເປັນ, ໂດຍສະເພາະແມ່ນເມື່ອ ມາເລເຊຍ ແລະຫວຽດນາມ ໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.
    |
 |
ທ່ານ Dato' Tan Yang Thai ເອກອັກຄະລັດຖະທູດມາເລເຊຍ ປະຈຳຫວຽດນາມ ໃຫ້ສຳພາດຕໍ່ສື່ມວນຊົນ ກ່ຽວກັບເນື້ອໃນທີ່ກ່ຽວຂ້ອງເຖິງການໄປປະຕິບັດງານຂອງທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີຫວຽດນາມ. ພາບ: VOV |
“ຫວຽດນາມ ແມ່ນຄູ່ຮ່ວມມືທີ່ຂາດບໍ່ໄດ້ ເພື່ອຮັບປະກັນຜົນສຳເລັດຂອງການເປັນປະທານອາຊຽນ 2025 ຂອງມາເລເຊຍ”. ນີ້ແມ່ນການຢັ້ງຢືນຂອງທ່ານ Dato' Tan Yang Thai ເອກອັກຄະລັດຖະທູດມາເລເຊຍ ປະຈຳຫວຽດນາມເມື່ອໃຫ້ສຳພາດຕໍ່ສື່ມວນຊົນກ່ຽວກັບແງ່ຫວັງຂອງການຢ້ຽມຢາມມາເລເຊຍ ຢ່າງເປັນທາງການ ແລະເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ຂອງທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີຫວຽດນາມ ແຕ່ວັນທີ 24 ຫາວັນທີ 28 ພຶດສະພາ 2025.
ຕາມທ່ານ Dato' Tan Yang Thai ແລ້ວ, ການຢ້ຽມຢາມດຳເນີນໄປໃນສະພາບການຮ່ວມມືພາກພື້ນນັບມື້ນັບມີຄວາມຈຳເປັນ, ໂດຍສະເພາະແມ່ນເມື່ອມາເລເຊຍ ແລະຫວຽດນາມ ໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ: “ໃນສະພາບການດັ່ງກ່າວ, ພວກຂ້າພະເຈົ້າ ຕັ້ງຄວາມຫວັງວ່າການຢ້ຽມຢາມຂອງທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ເຖິງ ມາເລເຊຍ ຈະບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງບັນດາການນຳ. ນີ້ກໍ່ແມ່ນໂອກາດເພື່ອ ຕີລາຄາການຜັນຂະຫຍາຍບັນດາຂໍ້ລິເລີ່ມໃນຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານ, ລວມມີການຊຸກຍູ້ການຮ່ວມມືດ້ານການຄ້າ-ການລົງທຶນ, ພັດທະນາຂະແໜງອຸດສາຫະກໍາ Halal, ນໍ້າມັນອາຍແກັດ; ຄົ້ນຫາບັນດາຂົງເຂດໃໝ່, ຄື: ເສດຖະກິດສີຂຽວ, ພະລັງງານສະອາດ...; ເພີ່ມທະວີການພົບ ປະແລກປ່ຽນປະຊາຊົນ”.
ໃນຂອບເຂດການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ຈະເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ແລະກອງປະຊຸມທີ່ກ່ຽວຂ້ອງ. ທ່ານ Dato'Tan Yang Thai ຢັ້ງຢືນວ່າ ນີ້ແມ່ນສັນຍານທີ່ແຂງແຮງ ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງຫວຽດນາມ ຕໍ່ເປົ້າໝາຍລວມແມ່ນກໍ່ສ້າງອາຊຽນ ສາມັກຄີ, ມຸ່ງໄປເຖິງອະນາຄົດ ແລະຮັກສາບົດບາດໃຈກາງໃນສັນຕິພາບຂອງພາກພື້ນ.
ໂດຍ: ໄຊຊະນະ