ຕ້ອນຮັບທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ຢູ່ສະໜາມບິນສາກົນກົວລາລໍາເປີ ຝ່າຍມາເລເຊຍ ມີທ່ານ Aaron Ago Dagang ລັດຖະມົນຕີກະຊວງ ສາມັກຄີແຫ່ງຊາດ - ລັດຖະມົນຕີຕິດຕາມທ່ານນາຍົກລັດຖະມົນຕີ; ທ່ານ Dato’ Tan Yang Thai ເອກອັກຄະລັດຖະທູດມາເລເຊຍ ປະຈຳຫວຽດນາມ; ຮອງຫົວໜ້າກົມພິທີ, ກະຊວງການຕ່າງປະເທດ; ຜູ້ຕາງໜ້າສໍານັກງານນາຍົກລັດຖະມົນຕີ; ຜູ້ຕິດຕໍ່ສື່ສານຂອງນາຍົກລັດຖະມົນຕີ ແລະພັນລະຍາ. ຝ່າຍຫວຽດນາມ ມີທ່ານ ດິງຫງອັກລິງ ເອກອັກຄະລັດຖະທູດຫວຽດນາມ ປະຈຳມາເລເຊຍ; ພະນັກງານ, ລັດຖະກອນສະຖານທູດ ແລະຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ຢູ່ມາເລເຊຍ.

leftcenterrightdel
ພິທີຕ້ອນຮັບທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ແລະພັນລະຍາ ເຖິງນະຄອນຫຼວງກົວລາລໍາເປີ, ເລີ່ມຕົ້ນການຢ້ຽມຢາມມາເລເຊຍ ຢ່າງເປັນທາງການ ແລະເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46. ພາບ: ສໍານັກຂ່າວສານຫວຽດນາມ.

ໃນການໄປປະຕິບັດງານຄັ້ງນີ້, ພ້ອມກັບການຢ້ຽມຢາມມາເລເຊຍ ຢ່າງເປັນທາງການ - ປະເທດທີ່ດຳລົງຕຳແໜ່ງປະທານອາຊຽນ 2025, ທ່ານ ຟ້າມມິງຈີ້ງ ຈະເຂົ້າຮ່ວມບັນດາກອງປະຊຸມ, ຄື: ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46; ກອງປະຊຸມສຸດຍອດອາຊຽນ - ສະພາການຮ່ວມມືເຂດອ່າວ (GCC) ຄັ້ງທີ 2; ກອງປະຊຸມສຸດຍອດອາຊຽນ - GCC ແລະ ຈີນ. ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ກໍຈະມີບັນດາການເຄື່ອນໄຫວສອງຝ່າຍ ແລະຫຼາຍຝ່າຍ ທີ່ສຳຄັນອື່ນໆ; ເຂົ້າຮ່ວມເວທີປາໄສ ແລະກອງປະຊຸມທີ່ກ່ຽວຂ້ອງ.

ມາຢ້ຽມຢາມມາເລເຊຍ, ທ່ານ ຟ້າມມິງຈີ້ງ ຈະມີການພົບປະສອງຝ່າຍ, ພົບປະກັບການນຳຂັ້ນສູງຂອງປະເທດເຈົ້າພາບ, ຄື: ນາຍົກລັດຖະມົນຕີ, ປະທານສະພາສູງ, ປະທານສະພາຕ່ຳມາເລເຊຍ. ສອງຝ່າຍຈະແລກປ່ຽນເຫັນດີເປັນເອກະພາບບັນດາທິດທາງໃຫຍ່, ມາດຕະການລະອຽດນໍາກັນເພື່ອຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ຫາກໍ່ສ້າງຕັ້ງລະຫວ່າງສອງປະເທດ. ການຢ້ຽມຢາມຢັ້ງຢືນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຍາມໃດກໍຖືເປັນສໍາຄັນການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ ແລະອາຊຽນ, ໃນນັ້ນມີມາເລເຊຍ.

ຜ່ານບັນດາການເຄື່ອນໄຫວດັ່ງກ່າວ, ຫວຽດນາມ ຢືນຢັນຈະສະໜັບສະໜູນມາເລເຊຍ ປະຕິບັດບົດບາດເປັນປະທານອາຊຽນ 2025 ຢ່າງສຳເລັດຜົນ; ພ້ອມກັນນັ້ນ, ສືບຕໍ່ສະໜັບສະໜູນການກໍ່ສ້າງປະຊາຄົມອາຊຽນ “ຍືນຍົງ ແລະກວມລວມ”, ສາມັກຄີ, ໝັ້ນຄົງເຂັ້ມແຂງ, ປັບປຸງບົດບາດໃຈກາງຂອງອາຊຽນ ໃນໂຄງປະກອບພາກພື້ນ.

ການໄປປະຕິບັດງານຂອງທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ກໍ່ສະແດງໃຫ້ເຫັນການເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມບັນດາອົງການຈັດຕັ້ງ, ກົນໄກ ແລະເວທີປາໄສຫຼາຍຝ່າຍຂອງຫວຽດນາມ, ປະກອບຄໍາເຫັນ, ເຂົ້າຮ່ວມບັນດາການເຄື່ອນໄຫວລວມ ແລະປະຕິບັດຄວາມຮັບຜິດຊອບ ເພື່ອເປົ້າໝາຍສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຂອງແຕ່ລະປະເທດ, ຢູ່ພາກພື້ນ ແລະໃນໂລກ.

ໂດຍ: ໄຊຊະນະ