leftcenterrightdel
ການນຳຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ໄວ້ອາໄລອະດີດປະທານປະເທດ ເຈິ່ນດຶກເລືອງ ຢູ່ສະຖານທູດຫວຽດນາມ ປະຈຳ ລາວ. ພາບ: VOV

ຕາມຄະນະຈັດຕັ້ງພິທີງານສົບທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ແລ້ວ, ໄລ່ຮອດເວລາ 17 ໂມງຂອງວັນທີ 24 ພຶດສະພາ, ມີ 655 ຄະນະ (ປະມານ 9.300 ຄົນ) ໄດ້ມາໄວ້ອາໄລ, ຝາກພວງມາລາ, ແບ່ງເບົາຄວາມເສົ້າສະຫຼົດໃຈກັບຄອບຄົວອະດີດປະທານປະເທດ ເຈິ່ນດຶກເລືອງ.

ລະອຽດ, ແຕ່ 7 ໂມງຫາ 17 ໂມງຂອງວັນທີ 24 ພຶດສະພາ, ມີ 655 ຄະນະຜູ້ແທນເປັນການນຳພັກ, ລັດ, ຄະນະ, ກະຊວງ, ຂະແໜງການ, ໝູ່ຄະນະ, ທ້ອງຖິ່ນ, ກົມກອງ, ບັນດາກຳລັງປະກອບອາວຸດປະຊາຊົນ, ບັນດາຄະນະທຸຕານຸທູດ, ຜູ້ຕາງໜ້າບັນດາອົງການຈັດຕັ້ງ ແລະເພື່ອນມິດສາກົນ, ພໍ່ແມ່ພີ່ນ້ອງໄດ້ເຂົ້າໄວ້ອາໄລ, ຝາກພວງມາລາ, ແບ່ງເບົາຄວາມເສົ້າສະຫຼົດໃຈພ້ອມກັບຄອບຄົວອະດີດປະທານປະເທດ ເຈິ່ນດຶກເລືອງ ຢູ່ຫໍຈັດງານສົບລະດັບຊາດແຫ່ງຊາດ, ທີ່ຮ່າໂນ້ຍ, ສະໂມສອນຖົງເຍິກ, ນະຄອນໂຮ່ຈີມິນ ແລະສະໂມສອນ T50, ກອງບັນຊາການທະຫານແຂວງ ກວາງງາຍ, ບ້ານເກີດເມືອງນອນຂອງເພິ່ນ.

leftcenterrightdel
ພິທີໄວ້ອາໄລອະດີດປະທານປະເທດ ເຈິ່ນດຶກເລືອງ ຢູ່ສະຖານທູດຫວຽດນາມ ປະຈຳ ໄທ. ພາບ: VOV

ວັນທີ 24 ພຶດສະພາ, ສະຖານທູດຫວຽດນາມ ປະຈຳ ຈີນ, ລາວ, ໄທ, ມົດສະກູ, ອິນເດຍ, ອັງກິດ, ສ.ເຊັກໂກ, ອົດສະຕາລີ, ຍີ່ປຸ່ນ.... ລ້ວນແຕ່ໄດ້ຈັດພິທີໄວ້ອາໄລ ແລະເປີດການຂຽນຄວາມຮູ້ສຶກອາໄລຫາອະດີດປະທານປະເທດ ເຈິ່ນດຶກເລືອງ ຕາມພິທີລະດັບຊາດ. ມີເພື່ອນມິດສາກົນ, ປະຊາຄົມຊາວຫວຽດນາມ ດຳລົງຊີວິດ, ເຮັດວຽກ ແລະຮ່ຳຮຽນຢູ່ບັນດາປະເທດດັ່ງກ່າວໄດ້ມາໄວ້ອາໄລ ແລະແບ່ງເບົາຄວາມເສົ້າສະຫຼົດໃຈ. 

ແຫຼ່ງຄັດຈາກ: vovworld.vn