ຫວຽດນາມ - ແຊກບີ ປຶກສາຫາລືການເມືອງ
ກປ.ອອນໄລ - ແຕ່ວັນທີ 22 ຫາວັນທີ 23 ພຶດສະພາ, ທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ແຊກບີ. ໃນຂອບເຂດການຢ້ຽມຢາມ, ທ່ານນາງ ເລທິທູຮັ່ງ ແລະທ່ານ Damjan Jovic ຮອງລັດຖະມົນຕີກະຊວງການຕ່າງປະເທດແຊກບີ ໄດ້ເປັນປະທານຮ່ວມກອງປະຊຸມປຶກສາຫາລືການເມືອງ ຫວຽດນາມ - ແຊກບີ.
ທີ່ກອງປະຊຸມປຶກສາຫາລືການເມືອງ ຫວຽດນາມ - ແຊກບີ, ສອງຝ່າຍໄດ້ເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງໃນທຸກຊ່ອງທາງພັກ, ລັດຖະບານ, ສະພາແຫ່ງຊາດ, ພິເສດແມ່ນເນື່ອງໃນໂອກາດສອງປະເທດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2027; ສືບຕໍ່ຮັກສາກົນໄກປຶກສາຫາລືການເມືອງລະຫວ່າງສອງກະຊວງການຕ່າງປະເທດຢ່າງເປັນປົກກະຕິ ເພື່ອເສີມຂະຫຍາຍບົດບາດປະສານງານ, ຊຸກຍູ້ການພົວພັນສອງຝ່າຍ, ພ້ອມທັງຄົ້ນຄວ້າກໍ່ສ້າງກົນໄກໃໝ່ເພື່ອເຮັດໃຫ້ການຮ່ວມມືດ້ານວິຊາການລະຫວ່າງສອງປະເທດ ເລິກເຊິ່ງຂຶ້ນຕື່ມ, ຍູ້ແຮງການຮ່ວມມືໃນຊ່ອງທາງລັດຖະສະພາ ແລະການທູດປະຊາຊົນ. ສອງຝ່າຍເຫັນດີ ສືບຕໍ່ສົມທົບກັນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສພາກພື້ນ ແລະສາກົນ ເຊິ່ງທັງສອງຝ່າຍເປັນສະມາຊິກ ຄື ສະຫະປະຊາຊາດ ແລະບັນດາກົນໄກໃນຂອບເຂບສະຫະປະຊາຊາດ ຄື UNESCO, ສະພາສິດທິມະນຸດ...
    |
 |
ທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ແລະທ່ານ Damjan Jovic ຮອງລັດຖະມົນຕີການຕ່າງປະເທດແຊກບີ ເປັນປະທານຮ່ວມກອງປະຊຸມປຶກສາຫາລືການເມືອງ ຫວຽດນາມ - ແຊກບີ. ພາບ: ກະຊວງການຕ່າງປະເທດ. |
* ທີ່ການພົບປະກັບທ່ານນາງ Adrijana Mesarovic ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງເສດຖະກິດແຊກບີ, ທ່ານ Nenad Popovic ລັດຖະມົນຕີຮັບຜິດຊອບການຮ່ວມມືເສດຖະກິດສາກົນ, ທ່ານນາງ Tamara Rastovac Siamasvili ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບມາດຕະການຍູ້ແຮງການຮ່ວມມືລະຫວ່າງສອງປະເທດໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ແຮງງານ, ການສຶກສາ, ວັດທະນະທຳ, ກິລາ, ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ... ສອງຝ່າຍກໍເຫັນດີຊຸກຍູ້ການເຈລະຈາຂໍ້ຕົກລົງກ່ຽວກັບການຮ່ວມມືດ້ານແຮງງານໃນສະພາບການ ແຊກບີ ມີຄວາມຕ້ອງການແຮງງານອັນໃຫຍ່ຫຼວງ ແລະຫວຽດນາມ ມີກຳລັງແຮງງານໜຸ່ມທີ່ອຸດົມສົມບູນ.
ເນື່ອງໃນໂອກາດນີ້, ທ່ານນາງ ເລທິທູຮັ່ງ ໄດ້ແຈ້ງໃຫ້ຊາບວ່າ ສະຫະປະຊາຊາດ ໄດ້ເຫັນດີເລືອກເອົາຫວຽດນາມ ເປັນປະເທດເຈົ້າພາບຈັດຕັ້ງພິທີເປີດການລົງນາມສົນທິສັນຍາຮ່າໂນ້ຍ ໃນວັນທີ 25 ແລະວັນທີ 26 ຕຸລາ 2025 ແລະໄດ້ສົ່ງຈົດໝາຍຂອງທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ທີ່ເຊື້ອເຊີນປະທານາທິບໍດີແຊກບີ ເຂົ້າຮ່ວມພິທີເປີດການລົງນາມສົນທິສັນຍາ ຮ່າໂນ້ຍ.
* ໃນຂອບເຂດການຢ້ຽມຢາມ, ທ່ານນາງ ເລທິທູຮັ່ງ ໄດ້ມີການພົບປະ, ຢ້ຽມຢາມຖາມຂ່າວຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ແຊກບີ.
ໂດຍ: ໄຊຊະນະ