ສານ, ໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈຕໍ່ການເຖິງແກ່ມໍລະນະກຳຂອງອະດີດປະທານປະເທດ ເຈິ່ນດຶກເລືອງ
ການຈາກໄປຂອງທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ບໍ່ພຽງແຕ່ແມ່ນການສູນເສຍຢ່າງໃຫຍ່ຫຼວງຂອງພັກ, ລັດ ແລະປະຊາຊົນຫວຽດນາມ ເທົ່ານັ້ນ, ປະຊາຊົນລາວ ຍັງສູນເສຍເພື່ອນຜູ້ໜຶ່ງທີ່ສະໜິດສະໜົມ. ທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ຍາມໃດກໍເອົາໃຈໃສ່ ແລະສຸດຈິດສຸດໃຈສະໜັບສະໜູນຕໍ່ພາລະກິດປົກປັກຮັກສາ ແລະສ້າງສາປະເທດລາວ; ປະກອບສ່ວນຢ່າງໃຫຍ່ຫຼວງ, ສຳຄັນເຂົ້າໃນການປັບປຸງ, ເພີ່ມພູນຄູນສ້າງເພື່ອໃຫ້ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ນັບມື້ນັບຜູກຜັນກັນຢ່າງໝັ້ນໜຽວ ແລະເກີດດອກອອກຜົນໃນຕະຫຼອດໄລຍະຜ່ານມາ.
    |
 |
ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ລາວ ຂຽນປຶ້ມໄວ້ອາໄລ. |
ໂດຍໄດ້ຮັບຂ່າວວ່າ ທ່ານອະດີດປະທານປະເທດຫວຽດນາມ ເຈິ່ນດຶກເລືອງ ເຖິງແກ່ມໍລະນະກຳ, ຄະນະການນຳຂັ້ນສູງຫຼາຍປະເທດ ໄດ້ສົ່ງສານແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ, ສະພາແຫ່ງຊາດຫວຽດນາມ, ປະທານປະເທດຫວຽດນາມ, ລັດຖະບານຫວຽດນາມ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະປະຊາຊົນຫວຽດນາມ.
    |
 |
ພິທີເຄື່ອນຍ້າຍຫີບສົບ. ພາບ: ສໍານັກຂ່າວສານຫວຽດນາມ. |
ໃນໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈ, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ ແລະຄະນະກຳມະການສູນກາງແນວລາວສ້າງຊາດ ແລະປະຊາຊົນລາວ ໄດ້ຕີລາຄາວ່າ ທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ແມ່ນການນຳຜູ້ດີເດັ່ນ, ເປັນເສົາຄ້ຳຂອງພັກ, ລັດຫວຽດນາມ. ການຈາກໄປຂອງທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ບໍ່ພຽງແຕ່ແມ່ນການສູນເສຍຢ່າງໃຫຍ່ຫຼວງຂອງພັກ, ລັດ ແລະປະຊາຊົນຫວຽດນາມ ເທົ່ານັ້ນ, ປະຊາຊົນລາວ ຍັງສູນເສຍເພື່ອນຜູ້ໜຶ່ງທີ່ສະໜິດສະໜົມ. ທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ຍາມໃດກໍເອົາໃຈໃສ່ ແລະສຸດຈິດສຸດໃຈສະໜັບສະໜູນຕໍ່ພາລະກິດປົກປັກຮັກສາ ແລະສ້າງສາປະເທດລາວ; ປະກອບສ່ວນຢ່າງໃຫຍ່ຫຼວງ, ສຳຄັນເຂົ້າໃນການປັບປຸງ, ເພີ່ມພູນຄູນສ້າງເພື່ອໃຫ້ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ນັບມື້ນັບຜູກຜັນກັນຢ່າງໝັ້ນໜຽວ ແລະເກີດດອກອອກຜົນໃນຕະຫຼອດໄລຍະຜ່ານມາ.
ໃນໂທລະເລກຂອງຕົນ, ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ໄດ້ຂຽນວ່າ: ທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ແມ່ນການນຳຜູ້ດີເດັ່ນຂອງພັກ ແລະລັດຫວຽດນາມ, ໄດ້ມີບັນດາການປະກອບສ່ວນຢ່າງສຳຄັນເຂົ້າໃນພາລະກິດປ່ຽນແປງໃໝ່ເປີດປະຕູ ແລະການພັດທະນາຂອງຫວຽດນາມ, ແມ່ນເພື່ອນຜູ້ສະໜິດສະໜົມຂອງປະຊາຊົນ ຈີນ.
ສ່ວນທ່ານເລຂາທີໜຶ່ງພັກຄອມມູນິດ, ປະທານປະເທດກູບາ Miguel Díaz-Canel ໄດ້ສະແດງຄວາມໂສກເສົ້າຕໍ່ການຈາກໄປຂອງທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ, ຜູ້ທີ່ມີການປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນລະຫວ່າງກູບາ ແລະ ຫວຽດນາມ ເລິກເຊິ່ງຂຶ້ນຕື່ມ.
ແຫຼ່ງຄັດຈາກ: vovworld.vn