ນັກຂ່າວ: ຂໍຮຽນທ່ານຮອງລັດຖະມົນຕີ, ທ່ານ ຈົ່ງສະເໜີໃຫ້ຮູ້ຄວາມໝາຍ ແລະຈຸດປະສົງຂອງການຢ້ຽມຢາມມາເລເຊຍ ຢ່າງເປັນທາງການ?

ທ່ານ ໂດ໊ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດ: ການຢ້ຽມຢາມມາເລເຊຍ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ແມ່ນເພື່ອແນໃສ່ສືບຕໍ່ຜັນຂະຫຍາຍແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ໃນນັ້ນຖືເປັນສໍາຄັນ, ໃຫ້ບຸລິມະສິດພັດທະນາການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ ແລະອາຊຽນ, ໃນນັ້ນ ມີມາເລເຊຍ - ຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະແມ່ນໜຶ່ງໃນບັນດາຄູ່ຮ່ວມມືເສດຖະກິດສຳຄັນແຖວໜ້າຂອງຫວຽດນາມ.

ການຢ້ຽມຢາມໄດ້ດຳເນີນໄປກົງກັບໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກອາຊຽນ, ເປັນຂີດໝາຍແຫ່ງການເລີ່ມຕົ້ນ ວິວັດການເຊື່ອມໂຍງເຂົ້າກັບພາກພື້ນ ແລະສາກົນ, ສະແດງໃຫ້ເຫັນການສະໜັບສະໜູນຢ່າງແຂງແຮງຂອງຫວຽດນາມ ຕໍ່ມາເລເຊຍ ໃນຖານະທີ່ເປັນປະທານອາຊຽນ 2025 ແລະການຕັດສິນໃຈພ້ອມກັບມາເລເຊຍ ແລະບັນດາປະເທດອາຊຽນ ກໍ່ສ້າງປະຊາຄົມອາຊຽນ “ຍືນຍົງ ແລະກວມລວມ”, ສາມັກຄີ, ໝັ້ນຄົງເຂັ້ມແຂງ, ປັບປຸງບົດບາດໃຈກາງຂອງອາຊຽນ ຕໍ່ສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ.

leftcenterrightdel
ທ່ານ ໂດ໊ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດ. 

ການຢ້ຽມຢາມຄັ້ງນີ້ຈະປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ. ການນຳສອງຝ່າຍຈະຍົກອອກບັນດາການກໍານົດທິດ ແລະມາດຕະການລະອຽດ ເພື່ອສ້າງກຳລັງແຮງໃໝ່, ນໍາການຮ່ວມມື ແລະການເຊື່ອມຕໍ່ລະຫວ່າງສອງປະເທດ ໃຫ້ນັບມື້ນັບເລິກເຊິ່ງກວ້າງຂວາງ ແລະມີປະສິດທິຜົນກວ່າ, ສອດຄ່ອງກັບລະດັບການພົວພັນ.

ນັກຂ່າວ: ທ່ານຮອງລັດຖະມົນຕີ ຕີລາຄາແນວໃດກ່ຽວກັບການພົວພັນຫວຽດນາມ - ມາເລເຊຍ ແລະຄວາມຄາດຫວັງກ່ຽວກັບການຢ້ຽມຢາມຄັ້ງນີ້?

ທ່ານ ໂດ໊ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດ: ເລື່ອງສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນເດືອນພະຈິກ ປີ 2024 ທີ່ຜ່ານມາ ແມ່ນການຕີລາຄາທີ່ໜັກແໜ້ນທີ່ສຸດ ແລະກໍ່ແມ່ນຄວາມຄາດຫວັງອັນສູງສຸດຂອງພວກເຮົາ ສຳລັບການພົວພັນຫວຽດນາມ - ມາເລເຊຍ.

ການຮ່ວມມືດ້ານເສດຖະກິດແມ່ນເສົາຄ້ຳສຳຄັນ ແລະພວມພັດທະນາຢ່າງຕັ້ງໜ້າ. ປັດຈຸບັນ ມາເລເຊຍ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 3 ຂອງຫວຽດນາມ ໃນອາຊຽນ ແລະອັນດັບທີ 9 ໃນໂລກ, ກໍແມ່ນນັກລົງທຶນໃຫຍ່ອັນດັບ 3 ຂອງຫວຽດນາມ ຢູ່ອາຊຽນ.

ສອງປະເທດ ໄດ້ແບ່ງປັນຄວາມຄາດຫວັງພັດທະນາທີ່ຄ້າຍຄືກັນ. ພິເສດແມ່ນວິໄສທັດຂອງສອງປະເທດມີການປະສານກັນໃນທິດສະດີປັດສະຍາຖືມະນຸດເປັນໃຈກາງຂອງການພັດທະນາ: ຫວຽດນາມ ຢຶດໝັ້ນຖືມະນຸດເປັນໃຈກາງ, ເປັນເຈົ້າກໍາ, ເປັນເປົ້າໝາຍ, ເປັນກຳລັງໜູນ, ແຫຼ່ງກໍາລັງ ເພື່ອການພັດທະນາປະເທດແບບຍືນຍົງ. ມາເລເຊຍ ກໍຕັ້ງເປົ້າໝາຍກາຍເປັນໜຶ່ງໃນ 25 ປະເທດທີ່ມີດັດຊະນີການພັດທະນາມະນຸດສູງທີ່ສຸດໃນໂລກ ໃນ 10 ປີຕໍ່ໜ້າ. ນີ້ແມ່ນໜຶ່ງໃນບັນດາພະຍານຫຼັກຖານອັນລະອຽດໃຫ້ແກ່ຄວາມໃກ້ຊິດສະໜິດໜົມຢ່າງເລິກເຊິ່ງລະຫວ່າງສອງປະເທດ, ບໍ່ພຽງແຕ່ໃນດ້ານພູມສາດເທົ່ານັ້ນ, ຫາກຍັງແມ່ນທິດສະດີປັດຊະຍາ ແລະບຸລິມະສິດພັດທະນາໄລຍະຍາວ ອີກດ້ວຍ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ຂອງທ່ານ ຟ້າມມິງຈີ້ງ ຈະສືບຕໍ່ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດ ເລິກເຊິ່ງຂຶ້ນຕື່ມ; ແກ້ໄຂຄວາມຫຍຸ້ງຍາກ; ວາງອອກທິດທາງ, ມາດຕະການລະອຽດ ເພື່ອຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ມາເລເຊຍ ໃນໄລຍະຈະມາເຖິງ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ.

ນັກຂ່າວ: ສະເໜີທ່ານຮອງລັດຖະມົນຕີ ຈົ່ງໃຫ້ຮູ້ຄວາມໝາຍ, ຈຸດປະສົງຂອງກອງປະຊຸມສຸດຍອດອາຊຽນຄັ້ງທີ 46 ແລະກອງປະຊຸມສຸດຍອດ ທີ່ກ່ຽວຂ້ອງ?

ທ່ານ ໂດ໊ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດ: ກ່ອນອື່ນໝົດ, ປີ 2025 ແມ່ນປີສະເຫຼີມສະຫຼອງການສ້າງຕັ້ງປະຊາຄົມອາຊຽນ ຄົບຮອບ 10 ປີ. ກອງປະຊຸມຄັ້ງນີ້ແມ່ນໂອກາດເພື່ອໃຫ້ບັນດາປະເທດ “ຫວນຄືນ” ກ່ຽວກັບການເດີນທາງຂອງອາຊຽນ, ຜ່ານຜ່າຄວາມຫຍຸ້ງຍາກ ແລະສິ່ງທ້າທາຍນາໆປະການ, ຄວາມມານະພະຍາຍາມໃຫ້ແກ່ສັນຕິພາບ, ຄວາມໝັ້ນຄົງ, ຄວາມຈະເລີນຮຸ່ງເຮືອງ ແລະການພັດທະນາຂອງພາກພື້ນ, ກາຍເປັນປະຊາຄົມທີ່ສະໜິດຕິດພັນ, ຂະຫຍັນຂັນເຄື່ອນ ແລະເຕັມໄປດ້ວຍຄວາມຄາດຫວັງ.

ທີສອງ, ໃນສະພາບການພາກພື້ນ ແລະສາກົນ ພວມຜ່ານຜ່າໄລຍະໜຶ່ງ ທີ່ເຕັມໄປດ້ວຍການຜັນແປຫຼາຍຢ່າງ, ຫົວຂໍ້ “ກວມລວມ ແລະຍືນຍົງ” ຈະຊັກນຳ ແລະກໍານົດທິດການຮ່ວມມືຂອງອາຊຽນ ໃນປີ 2025, ວາງຈຸດສຸມເຂົ້າໃນການຊຸກຍູ້ການເຊື່ອມຕໍ່ເສດຖະກິດ, ການຄ້າ, ການລົງທຶນ ແລະໝູນໃຊ້ບັນດາກໍາລັງໜູນເຕີບໂຕໃໝ່.

ທີສາມ, ກອງປະຊຸມຈະຮັບຮອງເອົາກອບການຮ່ວມມືໃໝ່ໃນ 20 ປີຕໍ່ໜ້າ. ວິໄສທັດປະຊາຄົມອາຊຽນ 2045 ພ້ອມກັບ 4 ຍຸດທະສາດດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ-ສັງຄົມ ແລະການເຊື່ອມຕໍ່ຈະເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ຍົກສູງກຳລັງຄວາມສາມາດ ແລະການເປັນເຈົ້າການຂອງອາຊຽນ ຕໍ່ທຸກການຜັນແປຕ່າງໆ.

ນັກຂ່າວ: ບັນດາສານ, ການກຳນົດທິດ ແລະການປະກອບສ່ວນຂອງຫວຽດນາມ ໃຫ້ແກ່ກອງປະຊຸມສຸດຍອດຄັ້ງນີ້ ແລະບັນດາເອກະສານທີ່ຄາດວ່າຈະໄດ້ຮັບການຮັບຮອງເອົາແມ່ນຫຍັງ ຂໍຮຽນທ່ານ?

ທ່ານ ໂດ໊ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດ: ດັ່ງທີ່ ຂ້າພະເຈົ້າ ໄດ້ແບ່ງປັນວ່າ, ປີ 2025 ແມ່ນປີທີ່ມີຄວາມໝາຍພິເສດຕໍ່ກັບອາຊຽນ. ສຳລັບຫວຽດນາມ, ຄວາມໝາຍນັ້ນຍິ່ງໄດ້ຮັບການທະວີຄູນ ເນື່ອງຈາກວ່າປີນີ້ເປັນຂີດໝາຍຄົບຮອບ 30 ປີ ທີ່ພວກເຮົາກາຍເປັນສ່ວນໜຶ່ງຂອງຊາຍຄາລວມອາຊຽນ.

ບົນຈິດໃຈນັ້ນ, ຄະນະຜູ້ແທນຂັ້ນສູງຫວຽດນາມ ນໍາໂດຍ ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ຈະເຂົ້າຮ່ວມບັນດາກອງປະຊຸມສຸດຍອດຄັ້ງນີ້ ດ້ວຍຄຳໝັ້ນສັນຍາທີ່ລຸລ່ວງ ນັ້ນແມ່ນການເປັນເຈົ້າການ, ມີຄວາມຮັບຜິດຊອບ ແລະພ້ອມແລ້ວທີ່ຈະປະກອບສ່ວນຫຼາຍກວ່າເຂົ້າໃນວຽກງານລວມຂອງອາຊຽນ. ຫວຽດນາມ ປາດຖະໜາຢາກພ້ອມກັບບັນດາປະເທດສະມາຊິກສ້າງການ ກຳນົດທິດຍຸດທະສາດ, ມາດຕະການລະອຽດໃຫ້ເປັນຮູບເປັນຮ່າງ ເພື່ອປັບປຸງພື້ນຖານການຮ່ວມມືພາກພື້ນໃຫ້ໜັກແໜ້ນກວ່າ, ພ້ອມທັງຍົກລະດັບຖານະບົດບາດ, ທີ່ຕັ້ງຂອງປະຊາຄົມອາຊຽນ ໃນໄລຍະຕໍ່ໜ້າ.

ດ້ວຍຫົວຂໍ້ “ກວມລວມ ແລະຍືນຍົງ”, ບັນດາກອງປະຊຸມຄັ້ງນີ້ໄດ້ຕັ້ງຄວາມຫວັງໄວ້ວ່າຈະເປີດການກຳນົດທິດໃໝ່, ປະກອບສ່ວນປັບປຸງວິວັດການກໍ່ສ້າງປະຊາຄົມ, ເພີ່ມທະວີການພົວພັນລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມື. ບົນພື້ນຖານນັ້ນ, ຫວຽດນາມ ຈະພ້ອມກັບບັນດາປະເທດ ປຶກສາຫາລື ແລະເຫັນດີເປັນເອກະພາບຕໍ່ບຸລິມະສິດຮ່ວມມືໃນ 3 ເນື້ອໃນໃຫຍ່ ຄື:

ທີໜຶ່ງແມ່ນຢືນຢັນຄືນໃໝ່ຄຸນຄ່າ ແລະຄວາມສຳຄັນຂອງລັດທິຫຼາຍຝ່າຍ, ເຊີດຊູການເຈລະຈາ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະເຄົາລົບກົດໝາຍສາກົນ, ເສີມຂະຫຍາຍບົດບາດໃຈກາງຂອງອາຊຽນ ຢູ່ພາກພື້ນໃນສະພາບການພູມສາດຍຸດທະສາດ ມີການຜັນແປຫຼາຍຢ່າງ.

ທີສອງແມ່ນເລີ່ມຂັ້ນຕອນໃໝ່ໃຫ້ແກ່ວິວັດການສ້າງປະຊາຄົມອາຊຽນ, ມຸ່ງໄປເຖິງການຫັນຄວາມຄາດຫວັງກ່ຽວກັບອາຊຽນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມີຫົວຄິດປະດິດສ້າງ, ຂະຫຍັນຂັນເຄື່ອນ ແລະຖືປະຊາຊົນເປັນໃຈກາງ ໃຫ້ປະກົດຜົນເປັນຈິງ.

ທີສາມແມ່ນຊຸກຍູ້ການຮ່ວມສຳພັນພາຍໃນກຸ່ມ ແລະນອກກຸ່ມ, ໃນນັ້ນສຸມໃສ່ການຮ່ວມມືດ້ານການຄ້າ-ການລົງທຶນ, ເສີມຂະຫຍາຍບັນດາສັນຍາທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ, ພ້ອມທັງປະກອບສ່ວນຊຸກຍູ້ລະບົບການຄ້າຫຼາຍຝ່າຍທີ່ຍຸດຕິທຳ, ໂປ່ງໃສ ແລະອີງໃສ່ລະບຽບກົດໝາຍ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ, ດ້ວຍການຮ່ວມເດີນທາງຂອງບັນດາປະເທດສະມາຊິກ ແລະການສະໜັບສະໜູນຂອງບັນດາຄູ່ຮ່ວມມື, ບັນດາກອງປະຊຸມຄັ້ງນີ້ ບໍ່ພຽງແຕ່ຈະສືບຕໍ່ບັນດາຜົນງານບັນລຸໄດ້ເທົ່ານັ້ນ ຫາກຍັງຈະສ້າງການຫັນປ່ຽນໃໝ່, ປະກອບສ່ວນແທດຈິງໃຫ້ແກ່ສັນຕິພາບ, ສະຖຽນລະພາບ ແລະການພັດທະນາແບບຍືນຍົງ.

ນັກຂ່າວ: ຂໍຂອບໃຈທ່ານຮອງລັດຖະມົນຕີ!

ໂດຍ: ໄຊຊະນະ