ຈັດຕັ້ງພິທີໄວ້ອາໄລທ່ານ ເຈິ່ນດຶກເລືອງ ອະດີດປະທານປະເທດຫວຽດນາມ ຢ່າງສົມກຽດ
ກປ.ອອນໄລ - ຕອນເຊົ້າວັນທີ 24 ພຶດສະພາ, ຢູ່ຫໍງານສົບລະດັບຊາດ (ເລກທີ 5 ຖະໜົນ ເຈິ່ນແທັງຕົງ, ນະຄອນ ຮ່າໂນ້ຍ), ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ ສສ ຫວຽດນາມ, ປະທານປະເທດ ສສ ຫວຽດນາມ, ລັດຖະບານ ສສ ຫວຽດນາມ, ຄະນະກໍາມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ພ້ອມດ້ວຍຄອບຄົວໄດ້ຈັດຕັ້ງພິທີໄວ້ອາໄລທ່ານ ເຈິ່ນດຶກເລືອງ ອະດີດກໍາມະການກົມການເມືອງ, ອະດີດປະທານປະເທດ ສສ ຫວຽດນາມ, ອະດີດປະທານສະພາປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບ ດ້ວຍພິທີໄວ້ອາໄລລະດັບຊາດຢ່າງສົມກຽດ.
ພິທີໄວ້ອາໄລທ່ານ ເຈິ່ນດຶກເລືອງ ອະດີດປະທານປະເທດຫວຽດນາມ ກໍ່ໄດ້ຈັດຕັ້ງຢູ່ຫໍ ຖົງເຍິດ, ນະຄອນໂຮ່ຈີມິນ ແລະຢູ່ຫໍ T50, ກອງບັນຊາການທະຫານແຂວງ ກວາງຫງາຍ (ເລກທີ 142 ເລຈຸງດີ່ງ, ນະຄອນກວາງຫງ້າຍ).
    |
 |
ໂລງສົບຂອງສະຫາຍ ເຈິ່ນດຶກເລືອງ ຢູ່ຫໍງານສົບລະດັບຊາດ. ພາບ: qdnd.vn |
ສະຫາຍ ເຈິ່ນດຶກເລືອງ, ອະດີດກໍາມະການກົມການເມືອງ, ອະດີດປະທານປະເທດ ສສ ຫວຽດນາມ, ອະດີດປະທານສະພາປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບ, ເກີດວັນທີ 5 ພຶດສະພາ 1937; ບ້ານເກີດ: ຕາແສງ ໂຟແຄງ, ເມືອງ ດຶກໂຟ (ປະຈຸບັນແມ່ນເທດສະບານ ດຶກໂຟ), ແຂວງກວາງຫງາຍ; ພັກຢູ່ເຮືອນເລກທີ 298, ຖະໜົນ ຫວ້ານຝູກ, ຕາແສງ ລ້ຽວຢາຍ, ເມືອງ ບາດິ່ງ, ນະຄອນ ຮ່າໂນ້ຍ.
ພາຍຫຼັງເຈັບເປັນມາໄດ້ໄລຍະໜຶ່ງ, ເຖິງວ່າ ພັກ, ລັດ, ໝູ່ຄະນະບັນດາສາດສະດາຈານ, ທ່ານໝໍໄດ້ປິ່ນປົວ, ຄອບຄົວເບິ່ງແຍງດູແລ, ແຕ່ຍ້ອນມີອາຍຸສູງ, ເປັນພະຍາດໜັກ, ທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ໄດ້ເຖິງແກ່ມໍລະນະກຳໃນເວລາ 22 ໂມງ 51 ນາທີ, ວັນທີ 20 ພຶດສະພາ 2025 (ວັນທີ 23 ເດືອນ 4 ປີມະເສັງ) ຢູ່ເຮືອນພັກສ່ວນຕົວ, ລວມອາຍຸໄດ້ 88 ປີ.
ໃນການເຄື່ອນໄຫວປະຕິວັດເປັນເວລາກວ່າ 50 ປີ, ສະຫາຍ ໄດ້ມີການປະກອບສ່ວນອັນໃຫຍ່ຫຼວງຫຼາຍຢ່າງເຂົ້າໃນພາລະກິດອັນສະຫງ່າລາສີຂອງພັກ ແລະຂອງຊາດ. ສະຫາຍ ໄດ້ຮັບການປະດັບຫຼຽນໄຊດາວເຫຼືອງ, ຫຼຽນກາອາຍຸພັກ 65 ປີ, ຫຼຽນໄຊ, ຫຼຽນກາ, ນາມມະຍົດອັນສູງສົ່ງອື່ນໆອີກຈາກພັກ, ລັດ.
    |
 |
ຄະນະຜູ້ແທນປະທານປະເທດ ນໍາໂດຍທ່ານ ເລືອງເກື່ອງ, ກຳມະການກົມການເມືອງ, ປະທານປະເທດຫວຽດນາມ ເຂົ້າໄວ້ອາໄລທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ. ພາບ: ຝຸເຊີນ |
    |
 |
ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ ນໍາໂດຍທ່ານ ໂຕເລີມ ເລຂາທິການໃຫຍ່ ເຂົ້າໄວ້ອາໄລທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ. ພາບ: ສໍານັກຂ່າວສານຫວຽດນາມ |
    |
 |
ສະມາຊິກຄອບຄົວທີ່ໂລງສົບຂອງທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ. ພາບ: ສໍານັກຂ່າວສານຫວຽດນາມ |
ໂດຍ: ຈາງຫງວຽນ