ຊູແອັດ ແມ່ນຄູ່ຮ່ວມມືສຳຄັນ ແລະໄວ້ເນື້ອເຊື່ອໃຈຂອງຫວຽດນາມ ໃນສະຫະພາບເອີຣົບ
ຫວຽດນາມ ຖືການເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືໃນຫຼາຍດ້ານກັບຊູແອັດ ເປັນສຳຄັນ...
    |
 |
ທ່ານ Benjamin Dousa ລັດຖະມົນຕີກະຊວງຮ່ວມມືພັດທະນາສາກົນ ແລະການຄ້າຕ່າງປະເທດ ຊູແອັດ ກັບທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ. ພາບ: vov.vn |
ຕອນບ່າຍວັນທີ 12 ພຶດສະພາ, ຢູ່ຮ່າໂນ້ຍ, ໃນການຕ້ອນຮັບທ່ານ Benjamin Dousa ລັດຖະມົນຕີກະຊວງຮ່ວມມືພັດທະນາສາກົນ ແລະການຄ້າຕ່າງປະເທດຊູແອັດ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ຢັ້ງຢືນ “ຊູແອັດ ແມ່ນຄູ່ຮ່ວມມືສຳຄັນ ແລະໄວ້ເນື້ອເຊື່ອໃຈຂອງຫວຽດນາມ ໃນສະຫະພາບເອີຣົບ”. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ຖືການເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືໃນຫຼາຍດ້ານກັບ ຊູແອັດ ເປັນສຳຄັນ.
ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນເພື່ອສ້າງກຳລັງໜູນຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະມົນຕີ ກໍ່ເຫັນດີໃຫ້ສອງຝ່າຍຮ່ວມມື, ອຳນວຍຄວາມສະດວກໃຫ້ແກ່ສິນຄ້າຂອງແຕ່ລະຝ່າຍແຊກຊຶມເຂົ້າຕະຫຼາດຂອງກັນ. ທ່ານ ຟ້າມມິງຈິງ ກໍຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວຕໍ່ໃຫ້ສິນຄ້າ ຊູແອັດ ເຂົ້າຕະຫຼາດອາຊຽນ ແລະສະເໜີ ຊູແອັດ ເປັນຂົວຕໍ່ເພື່ອໃຫ້ສິນຄ້າຫວຽດນາມ ເຂົ້າຕະຫຼາດເອີຣົບເໜືອ, ເພື່ອແນໃສ່ບັນລຸໄດ້ເປົ້າໝາຍພ້ອມກັນພັດທະນາແບບຍືນຍົງ.
ສ່ວນທ່ານລັດຖະມົນຕີ Benjamin Dousa ຢັ້ງຢືນວ່າ ຊູແອັດ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະແທດຈິງຂອງຫວຽດນາມ; ຊູແອັດ ປາດຖະໜາຢາກຍູ້ແຮງການຮ່ວມມືກັບຫວຽດນາມ ໃນທຸກຂົງເຂດ. ທ່ານລັດຖະມົນຕີ ຊູແອັດ ໃຫ້ຄຳໝັ້ນສັນຍາຈະແລກປ່ຽນເພື່ອໃຫ້ບັນດາປະເທດສະມາຊິກ ອີຢູ ທີ່ຍັງເຫຼືອໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນລະຫວ່າງຫວຽດນາມ ແລະສະຫະພາບເອີຣົບ (EVIPA) ກໍຄືກັບຄະນະກຳມະການເອີຣົບ (EC) ກ່ຽວກັບການສະເໜີຍົກເລີກບັດເຫຼືອງ IUU ສຳລັບສິນໃນນ້ຳຂອງຫວຽດນາມ.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ