ເຫັນດີເປັນເອກະພາບຕໍ່ມາດຕະການທີ່ມີລັກສະນະກໍານົດທິດ

ທ່ານ Lukashenko ເຊື່ອໝັ້ນວ່າ ການຢ້ຽມຢາມຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ຈະສ້າງພະລັງແຮງໃໝ່ເພື່ອໃຫ້ສອງປະເທດເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດໃນໄລຍະຈະມາເຖິງ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະທ່ານ Aleksandr Lukashenko ປະທານາທິບໍດີ ເບລາຣຸດ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານກັບເບລາຣຸດ, ການພົວພັນໂດຍປະທານ ໂຮ່ຈີມິນ ແລະບັນດາການນຳ ເບລາຣຸດ ເປັນຜູ້ກໍ່ຕັ້ງ, ໄດ້ຮັບການຫຼໍ່ຫຼອມ, ເພີ່ມພູນຄູນສ້າງ; ເນັ້ນໜັກວ່າ ຫວຽດນາມ ຖື ເບລາຣຸດ ແມ່ນຄູ່ຮ່ວມມືສຳຄັນຢູ່ພາກພື້ນ ແລະຫວັງວ່າ ການພົວພັນນີ້ຈະພັດທະນາຢ່າງບໍ່ຢຸດຢັ້ງເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ກ່າວຄໍາເຫັນທີ່ການພົບປະສອງຝ່າຍທາງການ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການພົບປະ, ການນຳສອງທ່ານ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຢູ່ແຕ່ລະປະເທດ. ສະແດງຄວາມປິຕິຊົມຊື່ນຕໍ່ໝາກຜົນອັນດີງາມໃນບັນດາຂົງເຂດຮ່ວມມື, ໃນນັ້ນມີການເມືອງ-ການທູດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວິທະຍາສາດ-ເຕັກໂນໂລຊີ, ການສຶກສາ-ກໍ່ສ້າງ, ວັດທະນະທຳ, ການພົບປະແລກປ່ຽນປະຊາຊົນ, ການນຳສອງປະເທດ ໄດ້ເຫັນດີເປັນເອກະພາບຕໍ່ມາດຕະການທີ່ມີລັກສະນະກໍານົດທິດໃນທຸກຂົງເຂດ ເພື່ອນໍາການພົວພັນສອງປະເທດເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ. ຕາມນັ້ນແລ້ວ, ທ່ານ ໂຕເລິມ ແລະທ່ານ Lukashenko ຢັ້ງຢືນຄວາມສຳຄັນຂອງການຮັກສາການພົບປະທຸກຂັ້ນ, ພິເສດແມ່ນຂັ້ນສູງ ແລະລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງສອງປະເທດໃນການພົວພັນສອງຝ່າຍ, ພ້ອມທັງເນັ້ນໜັກເຖິງການເສີມຂະຫຍາຍປະສິດທິຜົນບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວດ້ວຍບັນດາມາດຕະການທີ່ສອດຄ່ອງກັບສະພາບການ ກໍຄືເງື່ອນໄຂຂອງແຕ່ລະປະເທດ. ລະອຽດແມ່ນໃນຂົງເຂດເສດຖະກິດ, ການຄ້າ ແລະການລົງທຶນ, ການນຳສອງທ່ານ ຕີລາຄາສູງບັນດາຄວາມຄືບໜ້າທີ່ຕັ້ງໜ້າໃນໄລຍະຜ່ານມາ ແລະເຫັນດີເປັນເອກະພາບຕ້ອງຂຸດຄົ້ນຢ່າງມີປະສິດທິຜົນກວ່າອີກຄວາມສາມາດບົ່ມຊ້ອນຮ່ວມມືຈາກສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະສະຫະພາບເສດຖະກິດອາຊີ-ເອີລົບ (EAEU), ໃນນັ້ນ ເບລາຣຸດ ແມ່ນສະມາຊິກ. ທ່ານ ໂຕເລິມ ສະເໜີໃຫ້ຝ່າຍເບລາຣຸດ ຮ່ວມກັນຄົ້ນຄວ້າມາດຕະການຕ່າງໆເພື່ອອຳນວຍຄວາມສະດວກໃຫ້ແກ່ບັນດາປະເພດສິນຄ້າ, ຄື: ຜະລິດຕະພັນກະເສດ, ສິນໃນນ້ຳ, ສິນທະເລ, ຝຸ່ນກະສິກຳ... ສາມາດເຂົ້າເຖິງບັນດາຕະຫຼາດຂອງກັນຢ່າງສະດວກ, ຜ່ານນັ້ນເພີ່ມວົງເງິນສົ່ງອອກນໍາເຂົ້າລະຫວ່າງສອງປະເທດ.

leftcenterrightdel
ທ່ານ Aleksandr Lukashenko ປະທານາທິບໍດີ ກ່າວຄໍາເຫັນທີ່ການພົບປະສອງຝ່າຍທາງການ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນການພົວພັນຫຼາຍຝ່າຍ, ທ່ານ ໂຕເລິມ ແລະທ່ານ Lukashenko ໄດ້ປຶກສາຫາລືບັນດາບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ສອງຝ່າຍເຫັນດີສືບຕໍ່ເສີມຂະຫຍາຍມູນເຊື້ອສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍ, ພິເສດແມ່ນຢູ່ສະຫະປະຊາຊາດ. ທ່ານ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວຕໍ່ເພື່ອໃຫ້ ເບລາຣຸດ ເພີ່ມທະວີການຮ່ວມມືກັບອາຊຽນ, ສະເໜີ ເບລາຣຸດ ສະໜັບສະໜູນຫຼັກໝັ້ນຂອງຫວຽດນາມ ແລະອາຊຽນ ໃນບັນຫາທະເລຕາເວັນອອກ, ເນັ້ນໜັກເຖິງການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດບັດສະຫະປະຊາຊາດ ແລະກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.

leftcenterrightdel
 
leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະທ່ານ Aleksandr Lukashenko ປະທານາທິບໍດີ ເບລາຣຸດ ເຊັນຖະແຫຼງການຮ່ວມວ່າດ້ວຍການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ເບລາຣຸດ. ພາບ: ສໍານັກຂ່າວສານຫວຽດນາມ.

ພາຍຫຼັງການພົບປະ, ການນຳສອງທ່ານ ໄດ້ເຊັນຖະແຫຼງການຮ່ວມວ່າດ້ວຍການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ເບລາຣຸດ ແລະເປັນສັກຂີພິຍານພິທີແລກປ່ຽນເອກະສານຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດຮ່ວມມືດ້ານປ້ອງກັນຊາດ, ວິທະຍາສາດ-ເຕັກໂນໂລຊີ, ຍຸຕິທຳ, ສາທາລະນະສຸກ, ວັດທະນະທຳ, ວິທະຍຸກະຈາຍສຽງ ແລະພົບປະແລກປ່ຽນປະຊາຊົນ; ພ້ອມທັງກ່າວຄໍາເຫັນຕໍ່ສື່ມວນຊົນກ່ຽວກັບຜົນການພົບປະສອງຝ່າຍ. ທ່ານ Lukashenko ກໍ່ໄດ້ມອບຫຼຽນໄຊມິດຕະພາບບັນດາເຜົ່າຂອງເບລາຣຸດ ໃຫ້ທ່ານ ໂຕເລິມ ເລຂາທິການໃຫຍ່. 

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະທ່ານ Aleksandr Lukashenko ປະທານາທິບໍດີ ເບລາຣຸດ ເປັນສັກຂີພິຍານພິທີແລກປ່ຽນໜັງສືເຈດຈໍານົງ ວ່າດ້ວຍການເພີ່ມທະວີການຮ່ວມມືບໍາລຸງສ້າງພົນທະຫານ ແລະຊ່ຽວຊານລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງປ້ອງກັນປະເທດ ເບລາຣຸດ. ພາບ: ສໍານັກຂ່າວສານຫວຽດນາມ.

ຍູ້ແຮງການຮ່ວມມືໃນຂົງເຂດສໍາຄັນ

ວັນທີ 12 ພຶດສະພາ, ຢູ່ນະຄອນຫຼວງ Minsk, ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ພົບປະກັບທ່ານ Aleksandr Turchin ນາຍົກລັດຖະມົນຕີເບລາຣຸດ.

ທີ່ການພົບປະ, ທ່ານ Turchin ຕີລາຄາສູງຄວາມໝາຍຂອງການຢ້ຽມຢາມທາງລັດຖະກິດ ເບລາຣຸດ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ຖືວ່າ ການຢ້ຽມຢາມອີກເທື່ອໜຶ່ງຢັ້ງຢືນການພົວພັນດ້ານການເມືອງທີ່ໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດ ແລະເປີດໜ້າໃໝ່ໃນປະຫວັດສາດແຫ່ງການຮ່ວມມືສອງຝ່າຍດ້ວຍເລື່ອງສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ພົບປະກັບທ່ານ Aleksandr Turchin ນາຍົກລັດຖະມົນຕີ ເບລາຣຸດ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ໂຕເລິມ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອກັບ ເບລາຣຸດ, ຖື ເບລາຣຸດ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນໃນພາກພື້ນ ແລະຫວັງວ່າ ການພົວພັນສອງຝ່າຍໄດ້ຮັບການປັບປຸງ, ພັດທະນາຢ່າງບໍ່ຢຸດຢັ້ງເພື່ອຜົນປະໂຫຍດທີ່ແທດຈິງຂອງປະຊາຊົນສອງປະເທດ.

ທ່ານ ໂຕເລິມ ສະແດງຄວາມປິຕິຊົມຊື່ນເມື່ອພ້ອມກັບທ່ານ Lukashenko ເຊັນຖະແຫຼງການຮ່ວມວ່າດ້ວຍການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ, ເນັ້ນໜັກວ່ານີ້ແມ່ນຂີດໝາຍປະຫວັດສາດ, ສ້າງພະລັງແຮງຢ່າງແຂງແຮງເພື່ອນຳການພົວພັນສອງປະເທດກ້າວສູ່ໄລຍະພັດທະນາໃໝ່, ເປີດກາລະໂອກາດຫຼາຍຢ່າງໃຫ້ແກ່ວິສາຫະກິດສອງປະເທດລົງທຶນ, ເປີດກວ້າງຕະຫຼາດ, ຍົກສູງກໍາລັງຄວາມສາມາດແກ່ງແຍ້ງໃນສະພາບການເສດຖະກິດທົ່ວໂລກ ພວມມີການປ່ຽນແປງຫຼາຍຢ່າງ.

ການນຳສອງທ່ານ ເຫັນດີຈະສ້າງໂຄງການດໍາເນີນງານເພື່ອຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດທີ່ຫາກໍ່ຍົກລະດັບ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ, ຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າໃຫ້ສົມກັບການພົວພັນຄູ່ຮ່ວມມືຍຸດທະສາດ, ເພີ່ມທະວີການຮ່ວມມືດ້ານອຸດສາຫະກຳ, ໃນນັ້ນມີການຜະລິດລົດໂອໂຕ ແລະລົດໄຖ, ການຮ່ວມມືດ້ານວິທະຍາສາດ-ເຕັກໂນໂລຊີ, ການສຶກສາ-ກໍ່ສ້າງ, ວັດທະນະທຳ, ທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ, ເພີ່ມທະວີການພົບປະແລກປ່ຽນຮຸ່ນໜຸ່ມເພື່ອຮັກສາ, ສືບຕໍ່ການພົວພັນມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອ.

ເມື່ອແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ສອງຝ່າຍຢັ້ງຢືນວ່າ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສພາກພື້ນ ແລະສາກົນ, ຮ່ວມກັນສະໜັບສະໜູນບັນດາຫຼັກການພື້ນຖານຂອງກົດໝາຍສາກົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ກໍ່ຄືໃນໂລກ.

* ຕອນບ່າຍວັນທີ 12 ພຶດສະພາ (ຕາມເວລາທ້ອງຖິ່ນ), ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມໂຮງງານລົດໄຖ Minsk (MTZ).

ອະນາຄົດໃໝ່ໃຫ້ແກ່ການພົວພັນ ຫວຽດນາມ-ເບລາຣຸດ

ຕອນບ່າຍວັນທີ 12 ພຶດສະພາ, ຢູ່ນະຄອນຫຼວງ Minsk, ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ມີການພົບປະກັບທ່ານນາງ Natalya Kochanova ປະທານສະພາສູງ, ທ່ານ Igor Sergeyenko ປະທານສະພາຕ່ຳ ແລະການນຳພັກກອມມູນິດ, ພັກລັດເຊຍ ຂາວ ຂອງເບລາຣຸດ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ພ້ອມກັບທ່ານນາງ Natalya Kochanova ປະທານສະພາສູງ ເບລາຣຸດ (ເບື້ອງຊ້າຍ) ແລະທ່ານ Igor Sergeyenko ປະທານສະພາຕໍ່າ ເບລາຣຸດ (ເບື້ອງຂວາ). ພາບ: ສໍານັກຂ່າວສານຫວຽດນາມ.

ການນຳສະພາແຫ່ງຊາດເບລາຣຸດ ຕີລາຄາວ່າການຢ້ຽມຢາມຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ແມ່ນການຢ້ຽມຢາມຄັ້ງປະຫວັດສາດ ແລະຂໍ້ຕົກລົງຮ່ວມມືຫຼາຍສະບັບໄດ້ຮັບການລົງນາມໃນການຢ້ຽມຢາມແມ່ນອະນາຄົດໃໝ່ໃຫ້ແກ່ການພົວພັນສອງຝ່າຍ.

ທ່ານ ໂຕເລິມ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອກັບ ເບລາຣຸດ ເຊິ່ງໄດ້ຮັບການສ້າງຕັ້ງໃນປີ 1957 ເມື່ອປະທານໂຮ່ຈີມິນ ມາຢ້ຽມຢາມເບລາຣຸດ ແລະຂອບໃຈການຊ່ວຍເຫຼືອຢ່າງສຸດຈິດສຸດໃຈຂອງເບລາຣຸດ ຕໍ່ພາລະກິດຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ ໃນເມື່ອກ່ອນ ກໍຄືໃນພາລະກິດພັດທະນາຂອງຫວຽດນາມ ໃນປັດຈຸບັນ. ທ່ານ ໂຕເລິມ ແລະການນຳສະພາແຫ່ງຊາດ ເບລາຣຸດ ໄດ້ເຫັນດີເປັນເອກະພາບນຳການພົວພັນສອງຝ່າຍກ້າວສູ່ໄລຍະໃໝ່ໃນສັງກາດພັດທະນາໃໝ່ດ້ວຍບັນດາມາດຕະການລະອຽດ.

ກ່ຽວກັບການຮ່ວມມືລັດຖະສະພາ ແລະການຮ່ວມມືໃນຊ່ອງທາງພັກ, ສອງຝ່າຍເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນໃນຊ່ອງທາງສະພາແຫ່ງຊາດ ແລະຊ່ອງທາງພັກ, ເພີ່ມທະວີການຕິດຕາມກວດກາບັນດາເອກະສານທີ່ໄດ້ລົງນາມ, ພິເສດແມ່ນ EAEU; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ແລະບົດຮຽນປະສົບການໃນວຽກງານພັກ, ວຽກງານນິຕິບັນຍັດ, ວຽກງານລັດຖະສະພາ; ເພີ່ມທະວີການແລກປ່ຽນລະຫວ່າງບັນດາກໍາມາທິການວິຊາສະເພາະ, ລະຫວ່າງບັນດາກຸ່ມສະມາຊິກລັດຖະສະພາມິດຕະພາບ ແລະສະມາຊິກສະພາໜຸ່ມ; ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍພັກການເມືອງ, ເວທີປາໄສລະຫວ່າງລັດຖະສະພາ, ກ້າວໄປສູ່ຂໍ້ລິເລີ່ມຮ່ວມຢູ່ບັນດາເວທີປາໄສລັດຖະສະພາສາກົນ.

ທ່ານເລຂາທິການໃຫຍ່ ຂອບໃຈ ແລະຫວັງວ່າ ສະພາແຫ່ງຊາດເບລາຣຸດ ຈະສືບຕໍ່ສ້າງເງື່ອນໄຂໃຫ້ແກ່ປະຊາຄົມຊາວຫວຽດນາມ ດໍາລົງຊີວິດ, ຮໍ່າຮຽນ ແລະເຮັດວຽກຢູ່ ເບລາຣຸດ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພັດທະນາຂອງປະເທດເບລາຣຸດ ແລະການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ.

* ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ເບລາຣຸດ, ຕອນເຊົ້າວັນທີ 12 ພຶດສະພາ, ທ່ານ ໂຕເລິມ ເລຂາທິການໃຫຍ່ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ພົບປະໂອ້ລົມກັບພະນັກງານ, ລັດຖະກອນສະຖານທູດຫວຽດນາມ ປະຈຳ ເບລາຣຸດ ແລະຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະເຮັດວຽກຢູ່ ເບລາຣຸດ.

ໂດຍ: ໄຊຊະນະ