    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Ishiba Shigeru ນາຍົກລັດຖະມົນຕີຍີ່ປຸ່ນ. ພາບ: qdnd.vn |
ທີ່ການຕ້ອນຮັບ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ສະເໜີສອງຝ່າຍຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືທີ່ໄດ້ຮັບການລົງນາມຢ່າງມີປະສິດທິຜົນ, ພ້ອມທັງຊຸກຍູ້, ແລກປ່ຽນບັນດາເນື້ອໃນຮ່ວມມືໃໝ່. ຖືວ່າການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ ຍັງມີຄວາມສາມາດບົ່ມຊ້ອນໃນການພັດທະນາ, ທ່ານປະທານປະເທດ ເລືອງເກື່ອງ ເນັ້ນໜັກວ່າ ສອງຝ່າຍຕ້ອງຊຸກຍູ້ການຮ່ວມມືດ້ານວິທະຍາສາດ - ເຕັກໂນໂລຢີ, ຜັນຂະຫຍາຍໂຄງການຮ່ວມມືຢ່າງລະອຽດໃນບັນດາຂົງເຂດໃໝ່, ສະເໜີຝ່າຍຍີ່ປຸ່ນໜູນຊ່ວຍຫວຽດນາມ ຍົກສູງຄວາມສາມາດໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຊຸກຍູ້ການຮ່ວມມືໃນຂົງເຂດກະສິກຳນຳໃຊ້ເຕັກໂນໂລຢີສູງ.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn |
ສ່ວນທ່ານ Ishiba Shigeru ນາຍົກລັດຖະມົນຕີຫວຽດນາມ ເນັ້ນໜັກເຖິງລະດັບຄວາມສຳຄັນຂອງການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ທ່ານ Ishiba Shigeru ຊົມເຊີຍຕໍ່ເລື່ອງສອງປະເທດຫາກໍ່ປະກາດສ້າງຕັ້ງກົນໄກສົນທະນາ 2 + 2 ຂັ້ນຮອງລັດຖະມົນຕີການຕ່າງປະເທດ ແລະຂັ້ນຮອງລັດຖະມົນກະຊວງປ້ອງກັນປະເທດ ແລະ ສະແດງຄວາມປາດຖະໜາຢາກໃຫ້ສອງປະເທດເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບໃຫ້ຫຼາຍກ່ວາອີກ.
ເມື່ອແລກປ່ຽນກ່ຽວກັບບັນຫາໂລກ ແລະພາກພື້ນ, ສອງຝ່າຍໄດ້ເຫັນດີເພີ່ມທະວີການສົມທົບກັນ, ແບ່ງປັນຫຼັກໝັ້ນ, ຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະກັນໃນບັນດາບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະໃນບັນດາກົນໄກຫຼາຍຝ່າຍ.
ຄວາມສາມາດບ່ົມຊ້ອນດ້ານການຮ່ວມມື ນັບມື້ນັບກວ້າງໃຫຍ່ກວ່າ
ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 28 ເມສາ, ທີ່ທຳນຽບປະທານປະເທດ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບທ່ານ Ishiba Shigeru ນາຍົກລັດຖະມົນຕີຍີ່ປຸ່ນ ຢ່າງເປັນທາງການ. ພາຍຫຼັງພິທີຕ້ອນຮັບ, ນາຍົກລັດຖະມົນຕີສອງທ່ານໄດ້ດຳເນີນການພົບປະສອງຝ່າຍຢູ່ສຳນັກງານລັດຖະບານ.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Ishiba Shigery ນາຍົກລັດຖະມົນຕີຍີ່ປຸ່ນ ກວດແຖວກຽດຕິຍົດກອງທັບປະຊາຊົນຫວຽດນາມ ທີ່ພິທີຕ້ອນຮັບ. ພາບ: qdnd.vn |
ທີ່ການພົບປະສອງຝ່າຍ, ນາຍົກລັດຖະມົນຕີສອງທ່ານໄດ້ຢັ້ງຢືນຮັກສາການພົບປະແລກປ່ຽນ, ການພົບປະຂັ້ນສູງປະຈຳປີ, ເພີ່ມທະວີການພົບປະແລກປ່ຽນໃນບັນດາຊ່ອງທາງ, ທຸກຂັ້ນ, ຜ່ານນັ້ນປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ພື້ນຖານສຳຄັນຂອງການພົວພັນຮ່ວມມືສອງຝ່າຍ ຫວຽດນາມ - ຍີ່ປຸ່ນ. ໃນສະພາບການໂລກ, ພາກພື້ນຄືປັດຈຸບັນ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຖືວ່າ ສອງປະເທດຕ້ອງສາມັກຄີກັນຢ່າງແໜ້ນແຟ້ນກ່ວາອີກ, ມີປະສິດທິຜົນກ່ວາອີກເພື່ອຮັບມືກັບບັນຫາທີ່ມີລັກສະນະທົ່ວໂລກ.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Ishiba Shigery ນາຍົກລັດຖະມົນຕີຍີ່ປຸ່ນ. ພາບ: qdnd.vn |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຊີ້ແຈ້ງວ່າ: ພວກຂ້າພະເຈົ້າຍາມໃດກໍ່ຢຶດໝັ້ນຖືຍີ່ປຸ່ນ ເປັນຄູ່ຮ່ວມມືສຳຄັນແຖວໜ້າ ແລະການຮ່ວມມືຍຸດທະສາດຮອບດ້ານ, ຍາວນານໃນທຸກຂົງເຂດ, ຢຶດໝັ້ນສະໜັບສະໜູນ ຍີ່ປຸ່ນ ສືບຕໍ່ພັດທະນາຢ່າງແຂງແຮງ, ວັດທະນາຖາວອນ, ເສີມຂະຫຍາຍບົດບາດນັບມື້ນັບຕັ້ງໜ້າໃນການຮັກສາສັນຕິພາບ, ມີສະຖຽນລະພາບເພື່ອການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.
    |
 |
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: qdnd.vn |
ທ່ານ Ishiba Shigery ນາຍົກລັດຖະມົນຕີຍີ່ປຸ່ນ ຢັ້ງຢືນວ່າ ຍີ່ປຸ່ນຈະໜູນຊ່ວຍບັນດາໂຄງການຄົ້ນຄ້ວາຮ່ວມ, ບຳລຸງສ້າງປະລິນຍາເອກຂະແໜງເຄິ່ງຊັກນຳໄຟຟ້າຂອງຫວຽດນາມ ຜ່ານໂຄງການຮ່ວມມືວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກຳ ຍີ່ປຸ່ນ - ອາຊຽນ, ທ່ານປະກາດວ່າ ຍີ່ປຸ່ນໃຫ້ຄຳໝັ້ນສັນຍາຜັນຂະຫຍາຍ 15 ໂຄງການໃນຂົງເຂດຫັນປ່ຽນພະລັງງານທີ່ມີມູນຄ່າກ່ວາ 20 ຕື້ USD ໃນຂອບເຂດຂໍ້ລິເລີ່ມຫັນປ່ຽນພະລັງງານອາຊີ, ປະຊາຄົນຫຼຸດການປ່ອຍອາຍພິດລົງລະດັບ 0 ອາຊີ.
ແລະກໍ່ໃນໂອກາດນີ້, ສອງຝ່າຍໄດ້ອອກຖະແຫຼງການສື່ມວນຊົນຮ່ວມໂດຍຢັ້ງຢືນວ່າ ຫວຽດນາມ ແລະ ຍີ່ປຸ່ນ ຈະສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການພົວພັນຮ່ວມມືສອງຝ່າຍມຸ່ງໄປເຖິງສັງກາດໃໝ່ຂອງຫວຽດນາມ. ຖະແຫຼງການຮ່ວມກໍ່ເຕື້ອງເຖິງບັນດາເນື້ອໃນທີ່ກ່ຽວຂ້ອງເຖິງການຊຸກຍູ້ບັນດາໂຄງການຮ່ວມມືລະອຽດສຳຄັນ, ລວມມີການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ - ການຕ່າງປະເທດ, ເສດຖະກິດ, ພົບປະແລກປ່ຽນປະຊາຊົນ, ການຮ່ວມມືທ້ອງຖິ່ນ, ວັດທະນະທຳ - ການສຶກສາ, ການຮ່ວມມືໃນບັນດາກົນໄກຫຼາຍຝ່າຍ ແລະ ແຜນການໃນໄລຍະຈະມາເຖິງ.
ເພີ່ມທະວີການຮ່ວມມືໃນຂົງເຂດບຸລິມະສິດ
ຕອນບ່າຍວັນທີ 28 ເມສາ, ຢູ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະກັບທ່ານ Ishiba Shigeru ນາຍົກລັດຖະມົນຕີຍີ່ປຸ່ນ.
ທີ່ການພົບປະ, ທ່ານປະທານສະພາແຫ່ງຊາດຫວຽດນາມ ສະເໜີໃຫ້ສອງຝ່າຍເພີ່ມທະວີການຮ່ວມມືໃນ 4 ຂົງເຂດບຸລິມະສິດ, ຄື: ເສດຖະກິດ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ການພົບປະແລກປ່ຽນປະຊາຊົນ ແລະການຮ່ວມມືທ້ອງຖິ່ນ. ທ່ານປະທານສະພາແຫ່ງຊາດ ຫວັງວ່າ ສອງຝ່າຍຈະເພີ່ມທະວີການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ-ການທ່ອງທ່ຽວ ແລະ ການຮ່ວມມືລະຫວ່າງທ້ອງຖິ່ນຂອງສອງປະເທດ.
    |
 |
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ /ພົບປະກັບທ່ານ Ishiba Shigeru ນາຍົກລັດຖະມົນຕີຍີ່ປຸ່ນ. ພາບ: qdnd.vn |
ສ່ວນທ່ານ Ishiba Shigeru ນາຍົກລັດຖະມົນຕີຍີ່ປຸ່ນ ຢືນຢັນວ່າ ຍີ່ປຸ່ນ ຈະສືບຕໍ່ໜູນຊ່ວຍ ຫວຽດນາມ ພັດທະນາ ໂດຍຜ່ານການເພີ່ມທະວີການຮ່ວມມືດ້ານອຸດສາຫະກຳເຕັກໂນໂລຢີສູງ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ເຄິ່ງຊັກນໍາໄຟຟ້າ; ໜູນຊ່ວຍ ຫວຽດນາມ ໃນການກໍ່ສ້າງພື້ນຖານໂຄງລ່າງ, ການຮັບມືກັບໄພທຳມະຊາດ ແລະການປ່ຽນແປງຂອງດິນຟ້າອາກາດ, ການຫັນເປັນສີຂຽວ, ການຫັນເປັນດີຈີຕອນ.
ການນຳສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີສົມທົບກັນ, ແບ່ງປັນຫຼັກໝັ້ນ, ການຮ່ວມມືໃນບັນດາຂົງເຂດຢູ່ພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນຢູ່ບັນດາເວທີປາໄສໃນພາກພື້ນ ແລະ ສາກົນ.
ໂດຍ: ກວຽດເຕິມ