ກ່າວຄໍາເຫັນທີ່ພິທີ, ທ່ານ ຟ້າມມິງຈີ້ງ ຢັ້ງຢືນວ່າ, ນີ້ແມ່ນເຫດການສໍາຄັນ, ໃນເວລາອັນສໍາຄັນ ແລະມີຄວາມໝາຍສໍາຄັນ; ດ້ວຍຈິດໃຈ “ໄວກວ່າອີກ, ກ້າຫານກວ່າອີກ” ຂອງຊຸມວັນເດືອນເມສາ ປະຫວັດສາດ ກ່ອນນີ້ 50 ປີ, ເພື່ອຫັນເປັນລະອຽດ ແລະນໍາບັນດາແຜນນະໂຍບາຍ, ແນວທາງຂອງພັກ ທີ່ມະຕິເລກທີ 57-NQ/TW ວ່າດ້ວຍການບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຊີ, ປ່ຽນແປງໃໝ່ປະດິດສ້າງ ແລະຫັນເປັນດີຈີຕອນແຫ່ງຊາດ ເຂົ້າໃນຊີວິດຕົວຈິງ. 

leftcenterrightdel
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ກ່າວຄໍາເຫັນທີ່ພິທີປຸກລະດົມຂະບວນການ “ທົ່ວປະເທດແຂ່ງຂັນປ່ຽນແປງໃໝ່ປະດິດສ້າງ ແລະຫັນເປັນດີຈີຕອນ”. ພາບ: baochinhphu.vn

ດ້ວຍຈິດໃຈ “ການແຂ່ງຂັນແມ່ນຄວາມຮັກຊາດ, ຄວາມຮັກຊາດແມ່ນຕ້ອງແຂ່ງຂັນ. ຜູ້ແຂ່ງຂັນ ແມ່ນຜູ້ຮັກຊາດທີ່ສຸດ” ຄື ຄໍາສັ່ງສອນຂອງປະທານ ໂຮ່ຈິມີນ ຜູ້ນໍາທີ່ແສນເຄົາລົບຮັກ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ທຸກຂັ້ນ, ທຸກຂະແໜງການ, ບັນດາທ້ອງຖິ່ນ, ວິສາຫະກິດ ແລະປະຊາຊົນທົ່ວປະເທດ ສຸມໃສ່ເສີມຂະຫຍາຍມູນເຊື້ອຮັກຊາດ, ກໍາລັງແຮງສັງລວມຂອງທົ່ວລະບົບການເມືອງ, ການເຂົ້າຮ່ວມຢ່າງຕັ້ງໜ້າຂອງນັກທຸລະກິດ, ວິສາຫະກິດ, ນັກວິທະຍາສາດ, ປັນຍາຊົນ ແລະປະຊາຊົນ.

leftcenterrightdel
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ  ແລະບັນດາຜູ້ແທນ ປະຕິບັດພິທີປຸກລະດົມຂະບວນການ “ທົ່ວປະເທດ ແຂ່ງຂັນປ່ຽນແປງໃໝ່ປະດິດສ້າງ ແລະຫັນເປັນດີຈີຕອນ”. ພາບ: baodautu.vn

ເພື່ອປະຕິບັດສໍາເລັດຂະບວນການ “ທົ່ວປະເທດແຂ່ງຂັນປ່ຽນແປງໃໝ່ປະດິດສ້າງ ແລະຫັນເປັນດີຈີຕອນ”, ທ່ານນາຍົກລັດຖະມົນຕີ ຊີ້ນໍາຄະນະພັກ, ອໍານາດການປົກຄອງ, ພິເສດແມ່ນຜູ້ນໍາໜ້າ ຕ້ອງນໍາໜ້າໃນການຍົກສູງຄວາມສາມາດດ້ານດີຈີຕອນ, ຊຸກຍູ້ການປ່ຽນແປງໃໝ່ປະດິດສ້າງຢູ່ທ້ອງຖິ່ນ ແລະອົງການຂອງຕົນ ດ້ວຍຈິດໃຈ “ແນວຄິດຕ້ອງຜ່ານ, ການຕັດສິນໃຈຕ້ອງສູງ, ຄວາມມານະພະຍາຍາມກໍຕ້ອງສູງ, ການກະທໍາຕ້ອງຂ້ຽວຂາດ, ມີຈຸດສຸມ, ຈຸດໃຈກາງ, ເຮັດວຽກໃດກໍຕ້ອງໃຫ້ສໍາເລັດວຽກນັ້ນຢ່າງຂາດຂັ້ນ”, “ໃຫ້ເວົ້າເຮັດ, ບໍ່ໃຫ້ເວົ້າບໍ່ເຮັດ”.

leftcenterrightdel
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ຢ້ຽມຊົມຮ້ານວາງສະແດງການປ່ຽນແປງໃໝ່ປະດິດສ້າງ ແລະຫັນເປັນດີຈີຕອນຂອງສະຖາບັນເຕັກໂນໂລຊີໄປສະນີ ແລະໂທລະຄົມມະນາຄົມ. ພາບ: baochinhphu.vn

ປະກາດປຸກລະດົມຂະບວນການ “ທົ່ວປະເທດແຂ່ງຂັນປ່ຽນແປງໃໝ່ປະດິດສ້າງ ແລະຫັນເປັນດີຈີຕອນ”, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ດ້ວຍການຕັດສິນໃຈດ້ານການເມືອງສູງ, ດ້ວຍຈິດໃຈສາມັກຄີ, ມີຫົວຄິດປະດິດສ້າງ ແລະຄວາມມຸ່ງຫວັງພັດທະນາຢ່າງແຮງຂອງຊາດ, ຂະບວນການ ຈະແຜ່ຂະຫຍາຍຢ່າງເລິກເຊິ່ງກວ້າງຂວາງ, ສ້າງກໍາລັງໜູນໃໝ່, ກໍາລັງແຮງໃໝ່ ເພື່ອໃຫ້ປະເທດ ກ້າວເຂົ້າສູ່ສັງກາດບືນຕົວຂຶ້ນຂອງຊາດ ຢ່າງໝັ້ນຄົງ.

ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ແລະບັນດາຜູ້ແທນ ໄດ້ຢ້ຽມຊົມການວາງສະແດງຜະລິດຕະພັນນະວັດຕະກໍາ, ຫັນເປັນດີຈີຕອນຂອງມະຫາວິທະຍາໄລ ແລະວິສາຫະກິດຈໍານວນໜຶ່ງ ຢູ່ໃນຂອບເຂດສະຖາບັນ ເຕັກໂນໂລຊີໄປສະນີ ແລະໂທລະຄົມມະນາຄົມ.

ໂດຍ: ໄຊຊະນະ