ການຮ່ວມມື, ພັດທະນາຫວຽດນາມ ເປັນສູນຕໍ່າແຜ່ນຕັດຫຍິບທົ່ວໂລກ
ກປ.ອອນໄລ - ຕອນບ່າຍວັນທີ 23 ເມສາ, ທີ່ສໍານັກງານນາຍົກລັດຖະມົນຕີ, ຕ້ອນຮັບທ່ານນາງ Susanna Campbell ປະທານກຸ່ມບໍລິສັດ SYRE (ຊູແອັດ) ແລະທ່ານ Johan Ndisi ເອກອັກຄະລັດຖະທູດຊູແອັດ ປະຈໍາ ຫວຽດນາມ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ສະເໜີ SYRE ລົງທຶນພັດທະນາຂະແໜງຕໍ່າແຜ່ນຕັດຫຍິບຕາມທິດສີຂຽວ, ໝັ້ນຄົງຢູ່ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ສະເໜີ, ດ້ວຍປະສົບການກ່ຽວກັບການຜະລິດຕໍ່າແຜ່ນຕັດຫຍິບ, ກຸ່ມບໍລິສັດຕ້ອງຕັ້ງໜ້ານໍາໃຊ້ໄຟຟ້າສະອາດ, ວັດຖຸດິບທາງເຂົ້າສະອາດ, ໃນການຜະລິດໄດ້ຫຼຸດຜ່ອນການປ່ອຍອາຍພິດອອກສິ່ງແວດລ້ອມ; ພິເສດນຳໃຊ້ວັດຖຸເສດເຫຼືອທີ່ກ່ຽວຂ້ອງເຖິງຕໍ່າແຜ່ນຕັດຫຍິບ ແລະວັດຖຸຕໍ່າແຜ່ນຕັດຫຍິບສໍາຮອງທີ່ເຫຼືອຂອງຫວຽດນາມ ເພື່ອຜະລິດ.
ໃຫ້ຮູ້ວ່າ, ຫວ່າງແລ້ວນີ້, ຫວຽດນາມ ໄດ້ແກ້ໄຂບັນດາບັນຫານິຕິກໍາທີ່ກ່ຽວຂ້ອງເຖິງການຊື້-ຂາຍໄຟຟ້າໂດຍກົງ, ຜະລິດຕົນເອງ ແລະບໍລິໂພກຕົນເອງກັບບັນດາວິສາຫະກິດຜະລິດໄຟຟ້າຕົນເອງ, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ, ເລື່ອງກຸ່ມບໍລິສັດ SYRE ຄາດວ່າລົງທຶນເຂົ້າບິ່ງດິ້ງ ແມ່ນການເລືອກເຟັ້ນສະຫຼາດຍ້ອຍບິ່ງດິ້ງ ມີສະພາບແວດລ້ອມການລົງທຶນທີ່ດີ; ມີລະບົບໂຄງລ່າງທີ່ດີຄືສະໜາມບິນ, ທ່ານໍ້າເລິກ...
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຕ້ອນຮັບທ່ານນາງ Susanna Campbell ປະທານກຸ່ມບໍລິສັດ SYRE, ຊູແອັດ. ພາບ: ສໍານັກຂ່າວສານຫວຽດນາມ |
ການນໍາກຸ່ມບໍລິສັດ SYRE ເຊື່ອໝັ້ນວ່າຫວຽດນາມ ຈະແມ່ນຄູ່ຮ່ວມມືທີ່ແຂງແຮງຂອງ SYRE ຢູ່ພາກພື້ນ, ຍິ່ງໄປກວ່ານັ້ນ, ວິວັດການຫັນປ່ຽນສີຂຽວພວມດໍາເນີນຢູ່ຫວຽດນາມ ຢ່າງແຂງແຮງແມ່ນສະຖານທີ່ຍຸດທະສາດ ເຊິ່ງກຸ່ມບໍລິສັດໄດ້ເລື້ອກເຟັ້ນ.
ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ, ຫວຽດນາມ ພວມຕັ້ງໜ້າທີ່ສຸດໃນການຜັນຂະຫຍາຍພະລັງງານສີຂຽວ, ເສດຖະກິດໝູນວຽນ, ວັດຖຸສີຂຽວໃຫ້ຕັດຫຍິບ; ສົ່ງເສີມນັກລົງທຶນຕ່າງປະເທດລົງທຶນເຂົ້າຂົງເຂດເຕັກໂນໂລຢີສູງ; ກຽມພ້ອມໜູນຊ່ວຍກຸ່ມບໍລິສັດ SYRE ລົງທຶນຢ່າງສະດວກ, ມີປະສິດທິຜົນຢູ່ຫວຽດນາມ.
ທ່ານ Johan Ndisi ເອກອັກຄະລັດຖະທູດຊູແອັດ ປະຈໍາ ຫວຽດນາມ ໃຫ້ຮູ້ວ່າ, ຊູແອັດປາດຖະໜາຢາກຮ່ວມມືກັບຫວຽດນາມ ໃນການຫັນປ່ຽນສີຂຽວ; ບັນດາກຸ່ມບໍລິສັດ, ວິສາຫະກິດຊູແອັດ ມີຍຸດທະສາດລົງທຶນຢູ່ຫວຽດນາມ ອັນຍາວນານ; ຊູແອັດ ພວມມານະພະຍາຍາມດ້ວຍບັນດາການກະທໍາລະອຽດເພື່ອຊຸກຍູ້ໃນອະນາຄົດສາມາດຍົກລະດັບການພົວພັນຮ່ວມມືສອງປະເທດຂຶ້ນສູ່ລະດັບສູງໃໝ່.
ໂດຍ: ໄຊນີດາ